spot_img
Homeມູມໄອທີລາວ3 ເຄັດບໍ່ລັບ ການໃຊ້ງານ USB Thumb Drive ທີ່ເຈົ້າອາດຈະບໍ່ເຄີຍຮູ້ມາກ່ອນ

3 ເຄັດບໍ່ລັບ ການໃຊ້ງານ USB Thumb Drive ທີ່ເຈົ້າອາດຈະບໍ່ເຄີຍຮູ້ມາກ່ອນ

Published on

USB ຂອງ​ທີ່​ຄົນ​ເຮັດວຽກ​ມັກ​ຈະ​ມີ​ໄວ້​ຕິດ​ຕົວ​ຢູ່​ສະເໝີ ດຽວ​ນີ້​ລາ​ຄາ​ບໍ່​ແພງ ແນ່ນອນ​ວ່າ​ມັນ​ມີ​ໄວ້​ເກັບ​ຂໍ້​ມູນ ແຕ່​ມື້​ນີ້​ເຮົາ​ມາ​ເຮັດແນວແປກໃໝ່ໃຫ້ກັບ USB ກັນດີກວ່າ ແລ້ວເຮົາຊິເຮັດຫຍັງລະ ລອງເຮັດຕາມກັນເບິ່ງເດີ

ປ່ຽນ​ໄອ​ຄອນ

ໜ້າ​ຕາ​ Drive ​ໜ້າ​ເບື່ອ​ເກີນໄປ ແຖມ​ຖ້າ​ມີ​ຫລາຍ​ອັນ​ແລ້ວ​ຕໍ່​ໃຊ້​ງານ​ພ້ອມ​ກັນ ມັນ​ໜ້າ​ສັບ​ສົນ​ແທ້ ລອງ​ມາ​ປ່ຽນ​ຮູບ​ໄອ​ຄອນ​ Drive ​ກັນ​ດີ​ກວ່າ   2015-07-22_145151                                    2015-07-22_150030

ແບບ​ເດີມ                                                                                                ແບບ​ແກ້​ໄອ​ຄອນ​ແລ້ວ

ວິທີ​ເຮັດ

  • ຫາ​ໄຟລ໌. ICO ມາ​ຈັກຮູບ ຫລື​ຈະ​ແປງ​ໄຟລ໌​ຮູບ​ເປັນ​ໄຟລ໌. ICO ເອງ​ກໍ​ໄດ້ ແນະ​ນຳ​ໃຊ້​ບໍລິການ​ເວັບ​ແອັບ http: //converticon. com/ ກໍ​ໄດ້​ ສະ​ດວກ​ດີ Save ​ຊື່​ໄຟລ໌​ວ່າ autorun. ico
  • ເຮັດ​ໄຟລ໌​ສະ​ຄິບ​ສຳລັບ​ປ່ຽນ Icon ດ້ວຍ​ການ​ໃຊ້​ຄຳ​ສັ່ງ ໃຜ​ເຮັດ​ບໍ່​ເປັນ​ດາວນ໌​ໂຫລດ​ຈາກ ລິງຄ໌​ນີ້ ກໍ​ໄດ້​
  1. [autorun] icon=autorun.ico
  • ນຳ​ໄຟລ໌ autorun. ico ແລະ autorun. inf ທີ່​ເຮົາ​ສ້າງ​ໄວ້​ໄປ​ວາງ​ໃນ​ໜ້າ​ທຳອິດ​ຂອງ​ USB ຫ້າມ​ໄວ້​ໃນ​ໂຟນ​ເດີ ເດີ  ເທົ່າ​ນີ້​ກໍ​ຮຽບຮ້ອຍ
    2015-07-22_150750

ໃຊ້​ USB ເພີ່ມ​ພື້ນ​ທີ່ RAM ເລັ່ງ​ຄວາມ​ໄວ​ວິນ​ໂດວ໌ 

ຫລາຍ​ຄົນ​ອາດຈະ​ບໍ່​ຮູ້​ວ່າ ເຮົາ​ສາມາດ​ໃຊ້ USB ​ເພີ່ມ​ຫນ່ວຍ​ຄວາມ​ຈຳ​ໃນ​ການເຮັດວຽກຊົ່ວ​ຄາວ​ໃຫ້​ກັບ​ວິນ​ໂດວ໌​ໄດ້​ (ຄ້າຍ​ໆ Ram) ຄຸນສົມບັດ​ນີ້​ມີ​ຊື່​ເອີ້ນວ່າ ReadyBoost ພ້ອມ​ກັບ​ວິນ​ໂດວ໌ ມີ​ໃຫ້​ໃຊ້​ຕັ້ງ​ແຕ່ Windows Vista

ວິທີ​ເປີດ​ໃຊ້ ReadyBoost

ຖ້າຫາກ​ເຮົາ​ເປີດ​ການເຮັດວຽກ Autoplay ເອົາ​ໄວ້ ສາມາດ​ເລືອກ Speed up my system ໄດ້​ເລີຍ​ຈາກ​ໜ້າ​ຕ່າງ​ນີ້

autoplay
ພາບ​ຈາກ https://www.raymond.cc/blog/how-to-make-windows-autorun-usb-flash-drives/

ຖ້າ​ບໍ່​ໄດ້​ເປີດ Autoplay ເອົາ​ໄວ້ ໃຫ້​ຄລິກ​ຂວາ​ທີ່​ USB ຂອງ​ເຮົາ​ແລ້ວ​ເລືອກ​ໄປ​ທີ່ ReadyBoost ມີ​ຕົວ​ເລືອກ​ໃນ​ການເຮັດວຽກ 3 ແບບ ຄື

  • Do note use this device. ຄື​ບໍ່​ເປີດ​ການ​ໃຊ້​ງານ​ຄຸນສົມບັດ​ນີ້
  • Dedicate this device to ReadyBoost. ຄື ໃຊ້​ພື້ນ​ທີ່​ເທິງ​ USB ​ທັງ​ໝົດ
  • Use this device. ຄື ກຳນົດ​ການ​ຈຳ​ກັດ​ພື້ນ​ທີ່​ຈະ​ໃຊ້​ໃນ​ການເຮັດວຽກງານ​ຂອງ ReadyBoost
  • 2015-07-22_160350

ລົງ​ໂປ​ແກມ​ໄວ້​ໃຊ້​ງານ​ເທິງ​ USB

ບາງ​ທີ​ມີ​ເຫດ​ຈຳ​ເປັນ​ຕ້ອງ​ໄປ​ໃຊ້​ຄອມ​ນອກ ເຊັ່ນ ທີ່​ບໍລິສັດ​ຫລື​ເຮືອນໝູ່ ອາດຈະ​ບໍ່​ມີ​ໂປ​ແກມ​ທີ່​ເຮົາ​ມັກ​ໃຊ້​ງານ​ຢູ່ ລອງ​ໃຊ້​ວິທີ​ຕິດ​ຕັ້ງ​ໂປ​ແກມ​ທີ່​ໃຊ້​ປະຈຳ​ລົງ​ເທິງ USB ເບີ່ງ ແນ່ນອນ​ວ່າ​ບາງ​ໂປ​ແກມ​ຈະ​ບໍ່​ອະນຸຍາດ​ໃຫ້​ຕິດ​ຕັ້ງ​ເທິງ​ USB ເຮົາ​ອາດຈະ​ຕ້ອງ​ປັບ​ແຕ່ງ​ຕົວ​ໂປ​ແກມ​ໃຫ້​ກາຍ​ເປັນ​ຕົວ Portable ເສຍ​ ດ້ວຍ​ການ​ໃຊ້ Thinstall ແຕ່​ງານ​ນີ້​ອາດຈະ​ຊັບ​ຊ້ອນ​ສຳລັບ​ຄົົນທີ່​ບໍ່​ເກັ່ງ​ຄອມພິວເຕີ ອີກ​ໜຶ່ງ​ທາງ​ເລືອກ​ທີ່​ດີ ຄື​ໃຊ້​ໂປ​ແກມ PortableApps

ໃຊ້​ງານ​ງ່າຍ​ດາວນ໌​ໂຫລດ​ໂປ​ແກມ​ສຳເລັດ​ຕອນ​ຕິດ​ຕັ້ງ ເລືອກ​ເປັນ Portable

2015-07-22_154059

ພໍ​ເຮົາ​ເປີດ​ໂປ​ແກມ​ຂຶ້ນ​ມາ (ເປີດ​ຈາກ USB ​ເລີຍ) ຈະ​ມີ​ລາຍ​ຊື່​ແອັບ​ແບບ Portable ທີ່​ສາມາດ​ຕິດ​ຕັ້ງ​ໄດ້​ໃຫ້​ເລືອກ ສົມມຸດລອງ​ເລືອກ Skype

2015-07-22_154434

ຖ້າມັນ​ດາວນ໌​ໂຫລດ​ໄຟລ໌​ຕິດ​ຕັ້ງ​ ກໍ​ຈະ​ໄດ້ SkypePortable ມາ​ຕິດ​ຕັ້ງ​ເທິງ​ USB ເປັນ​ທີ່​ຮຽບຮ້ອຍ ສາມາດ ເຂົ້າ​ໃຊ້​ງານ​ໄດ້​ເລີຍ

2015-07-22_154807

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...