“ນາຊ່າ“ ຢຸດຂ່າວລື ກອງທັບສະຫາລັດຊ້ອມຮົບ ອຸກກາບາດຖະຫລົ່ມໂລກ ກັນຍານີ້ ຮັບມືຈະລາຈົນ

“นาซ่า“ สยบกระแสลือ กองทัพสหรัฐซ้อมรบ อุกกาบาตถล่มโลก ก.ย.นี้ รับมือจลาจล

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ກອງທັບ​ສະ​ຫາລັດ​ໄດ້​ກຽມ​ຊ້ອມ​ຮົບ “Jade Helm” ເຊິ່ງຈະ​ມີ​ທະຫານ​ເຂົ້າ​ຮ່ວມ​ກວ່າ 1,000 ຄົນ ໂດຍ​ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ໃດໆ ເຮັດໃຫ້​ເກີດ​ກະ​ແສ​ລື​ວ່າ ການ​ຊ້ອມ​ຮົບ​ດັ່ງ​ກ່າວ​ມີ​ຈຸດປະສົງ​ເພື່ອ​ຮັບ​ມື​ກັບ​ເຫດການ​ອຸກ​ກາ​ບາດ​ທີ່​ເຊື່ອ​ວ່າ​ອາ​ດຈະຖະຫ​ລົ່ມ​ໂລກ​ໃນ​ໄວ​ໆນີ້ ຄະນະ​ທີ່​ນາ​ຊ່າ​ໄດ້​ຮີບ​ອອກ​ມາປະ​ຕິ​ເສດ​ຂ່າວເທືອນີ້​ແລ້ວ

ນັກ​ເຊື່ອ​ທິດສະດີ​ສົມ​ຄົບ​ຄິດ​ຊີ້ແຈ້ງ​ວ່າ ການ​ຊ້ອມ​ຮົບ​ດັ່ງ​ກ່າວ​ຈະ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ເຫດການ​ອຸກ​ກາ​ບາດ​ທີ່​ຈະ​ຖະ​ຫລົ່ມ​ໂລກ​ໃນ​ເດືອນ​ກັນຍາ​ນີ້ ໂດຍ​ກອງທັບ​ສະ​ຫາລັດ​ຕ້ອງ​ການ​ປ້ອງ​ກັນ​ໄພ​ກວາດລ້າງ​ເຜົ່າພັນມະນຸດ ທີ່​ອາດ​ເຮັດໃຫ້​ເກີດ​ສະຖານະການ​ຈະລາຈົນ​ຢ່າງ​ໜັກ ເຊື່ອ​ວ່າ​ຫາກ​ເກີດ​ເຫດ​ຈະລາຈົນ​ທີ່​ບໍ່​ສາມາດ​ຄວບ​ຄຸມ​ໄດ້ ໂດຍ​ສະເພາະ​ໃນ​ເມືອງ​ຊັ້ນ​ໃນ ທະ​ຫານສະ​​ຫາລັດ​ພ້ອມ​ທີ່​ຈະ​ຍິງ​ປະຊາຊົນ​ເພື່ອ​ປົກ​ປ້ອງ​ໂລກ​ໄວ້ ແລະ​ຜູ້​ຄົນ​ສົມຄວນ​ຈະ​ຕື່ນ​ຕົວ​ໄດ້​ແລ້ວ ສຳລັບ​ການ​ຖືກ​ຈອງ​ຈຳ​ຫລື​ການ​ຖືກ​ຂ້າ​ສັງ​ຫານ​ໃນ​ອະນາຄົດ

ຄະນະ​ທີ່​ບັອກ​ເກີດ້ານ​ທິດສະດີ​ສົມ​ຄົບ​ຄິດ​ບາງ​ລາຍ ທຳນາຍ​ວ່າ ເຫດການ​ ອຸກ​ກາ​ບາດ​ໂລກ​ຈະ​ເກີດ​ຂຶ້ນ​ໃນ​ຊ່ວງ​ວັນທີ່ 22-28 ກັນຍາ​ນີ້ ຢ່າງໃດ​ກໍ​ຕາມ ອົງ​ການ​ບໍລິຫານ​ການ​ບິນ​ ແລະ​ອາ​ວະ​ກາດ ຫລື ນາ​ຊ່າ ໄດ້​ອອກ​ມາກວ່າ​ການ​ຮັບ​ປະ​ກັນ​ວ່າ ປະຊາຊົນ​ຈະ​ປອດ​ໄພ​ຈາກ​ໄພ​ອຸກ​ກາ​ບາດ ເນື່ອງ​ຈາກ​ໄພ​ດັ່ງ​ກ່າວ​ຄາດ​ວ່າ​ຈະ​ຕ້ອງ​ໃຊ້​ເວລາ​ອີກ​ຫລາຍຮ້ອຍປີ ຈົນ​ກວ່າ​ຈະ​ເກີດ​ຂຶ້ນ​ກັບ​ໂລກ​ນີ້ ແລະ ນາ​ຊ່າ​ບໍ່​ມີ​ຂໍ້​ມູນ​ໃດໆ ກ່ຽວກັບ​ອຸກ​ກາ​ບາດ ຫລື ດາວ​ຫາງ ທີ່​ຢູ່ໃນ​ວິ​ຖີ​ເສັ້ນ​ທາງ​ທີ່​ຈະ​ພຸ່ງ​ຊົນ​ໂລກ ດັ່ງ​ນັ້ນ​ຄວາມ​ເປັນ​ໄດ້​ທີ່​ຈະ​ເກີດ​ອຸກ​ກາ​ບາດ​ຊົນ​ໂລກ​ເທື່ອ​ໃຫຍ່​ຈຶ່ງ​ເປັນ​ໄປ​ໄດ້​ນ້ອຍ​ຫລາຍ