ເຮືອບັນທຸກສິນຄ້າ ຕຳເຮືອພິທີງານໝັ້ນຢູ່ອີຢິບ ເສຍຊີວິດ 21 ຄົນ ຄູ່ບ່າວສາວຍັງຄົງສູນຫາຍ!

EyWwB5WU57MYnKOuXuYDNoVzHNfl1TytC9DQDjd3Lh1zScNX6JL8u9

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23​ ກໍລະກົດຜ່ານມານີ້ວ່າ ເກີດເຫດເຮືອຂົນສົ່ງສິນຄ້າລຳໜຶ່ງ ຕຳເຂົ້າກັບເຮືອທ້ອງແບນລຳໜຶ່ງ ເຊິ່ງກຳລັງມີການຈັດງານສະຫລອງພິທີໝັ້ນຂອງຄູ່ບ່າວສາວ ໃນແມ່ນ້ຳນິນ ທາງພາກເໜືອຂອງນະຄອນຫລວງໄຄໂຣ ປະເທດອີຢິບ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 21 ຄົນ ໂດຍທາງກະຊວງປ້ອງກັນປະເທດອີຢິບລະບຸວ່າ ໜ່ວຍກູ້ໄພສາມາດຊ່ວຍເຫລືອຜູ້ປະສົບເຄາະຮ້າຍໄດ້ພຽງ 5 ຄົນ ແລະ ຍັງສູນຫາຍອີກຫລາຍລາຍ ໃນນັ້ນລວມທັງຄູ່ບ່າວສາວເຈົ້າຂອງງານໝັ້ນອີກດ້ວຍ.

ດ້ານຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຜູ້ສູນຫາຍ ໄດ້ພາກັນມາໂຮມຕົວຢູ່ບໍລິເວນແຄມຝັ່ງແມ່ນ້ຳ ເພື່ອລໍຖ້າຟັງຂ່າວຈາກເຈົ້າໜ້າທີ່ກູ້ໄພ ໂດຍເບື້ອງຕົ້ນມີລາຍງານວ່າ ກັບຕັນເຮືອຂົນສົ່ງສິນຄ້າທີ່ເປັນຕົ້ນເຫດ ໄດ້ຖືກຕຳຫລວດຈັບກຸມຕົວແລ້ວ.