Homeຂ່າວພາຍ​ໃນລັດບອກ ລາຄາຢາງຕົກຕ່ຳ ຍ້ອນຜູ້ຜະລິດບໍ່ເປັນເຈົ້າການ

ລັດບອກ ລາຄາຢາງຕົກຕ່ຳ ຍ້ອນຜູ້ຜະລິດບໍ່ເປັນເຈົ້າການ

Published on

ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະ ກຳ ​ແລະ ການ​ຄ້າ ​ໄດ້​ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ປະຊາຊົນ​ທີ່​ໂທລະສັບ​ຜ່ານ​ສາຍ​ດ່ວນ​ສະພາ​ແຫ່ງ​ຊາດ ​ເຊິ່ງມີ​ຫລາຍໆ​ບັນຫາ, ​ໃນ​ນີ້ ປະຊາຊົນ​ບ້ານ​ໜອງ​ບົວ​ແດງ, ​ເມືອງ​ຮຸນ ​ແຂວງ​ອຸດົມ​ໄຊ ສະ​ເໜີ​ບັນຫາ​ຢ່າງ​ພາລາ ບໍ່​ມີ​ຕະຫລາດ​ຮອງ​ຮັບ. ຕໍ່​ບັນຫາ​ດັ່ງກ່າວ ທ່ານ​ໄດ້​ຊີ້​ແຈງ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ລາຄາ​ຢາ​ງພາລາ​ຕົກ​ຕ່ຳ​ຫລາຍ, ​ເນື່ອງ​ຈາກ​ຄວາມ​ຮຽກຮ້ອງ​ຕ້ອງການຕະຫລາດ​ຫລຸດ​ລົງ, ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ປະກອບ​ການ​ຢ່າງ​ໜັກໜ່ວງ ​ແລະ ​ໄດ້​ສ້າງ​ຄວາມ​ຕ່ຳ​ຄ້ອຍ​ນ້ອຍ​ໃຈ​ໃຫ້​ຊາວ​ສວນ​ບໍ່​ໜ້ອຍ, ຍ້ອນ​ວ່າ​ປະຊາຊົນ​​ໃນແຂວງພາ​ກ​ເໜືອ​ໄດ້​ພາກັນ​ຫັນ​ມາ​ປູກ​ຢາງພາລາ​ຫລາຍ​ສົມຄວນ, ​ໂດຍ​ສະ​ເພາະ​ແຂວງ​ຫລວງ​ນ້ຳ​ທາ,ອຸດົມ​ໄຊ ​ແລະ ​ແຂວງ​ວຽງ​ຈັນ. ​ໃນ​ໄລຍະ​ເລີ່​ມຕົ້ນ ລາຄາ​ຢາງ​ແມ່ນ​ສູງ​ສົມຄວນ ​ແຕ່​ຕົກ​ມາ​ປີ​ກາຍ​ນີ້ ​ເຫັນ​ວ່າ​ລາຄາ​ຢາງ​ຫລຸດ​ລົງ​ຫລາຍ ສະ​ເລ່ຍ 6-7 ພັນ​ກີບ/ກິ​ໂລ, ​ແຕ່​ກໍ​ຍັງ​ບໍ່​ມີ​ຜູ້​ຊື້ ຍ້ອນ​ 2 ​ເຫດ​ຜົນ​ຄື: ບໍ່​ທັນ​ເຖິງ​ເວລາ​ທີ່​ພໍ່ຄ້າ​ມາ​ຊື້​ເທື່ອ ​ແລະ ຊາວ​ສວນ​ຢາງ​ເອງ ຍັງ​ຂາດ​ຂໍ້​ມູນ​ດ້ານ​ຕະຫລາດ​ບໍ່​ຮູ້​ຈະ​ໄປ​ຂາຍ​ໃຫ້​​​ໃຜ.

ທ່ານ​ກ່າວ​ຕື່ມ​ວ່າ: ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ທາງ​ກະຊວງ​ການ​ຄ້າ ​ໄດ້​ມອບ​ໃຫ້​ເຈົ້າ​ຂອງ​ສວນ​ຢາງພາລາ ​ເຂົ້າ​ໄປ​ຫາ​ພະ​ແນ​ກອຸດ​ສາ​ຫະກຳ ​ແລະ ການ​ຄ້າ​ແຂວງ ຫລື​ ຫ້ອງການ​ການ​ຄ້າ​ເມືອງ ​ເພື່ອ​ໃຫ້​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ແນະນຳ​ໃຫ້​ບັນດາ​ບໍລິສັດ​ຂອງ​ຈີນ, ​ໂຮງງານ​ປຸງ​ແຕ່ງ​ຢ່າງ​ພາລາ​ຂອງ​ຈີນ ທີ່​ມາ​ຕັ້ງ​ຢູ່​ແຂວງ​ອຸດົມ​ໄຊ ຫລື ​ແຂວງ​ໃກ້​ຄຽງ​ມາ​ເກັບ​ຊື້, ພ້ອມ​ດຽວ​ກັນ​ນັ້ນ ​ເຈົ້າ​ຂອງ​ສວນ​ທີ່​ກີດ​ຢາງພາລາ ກໍ​ຕ້ອງ​ເປັນ​ເຈົ້າ​ການ ​ໃນ​ເວລາ​ຜະລິດ​ສິນຄ້າຫລື ກີດ​ຢາງ​ກໍ​ຕ້ອງ​ມີ​​ເປົ້າ​ໝາຍ​ຂອງ​ຕົນ​ເອງ ​ເພື່ອ​ຜະລິດ​ອອກ​ແລ້ວ ຈະ​ຂາຍ​ໃຫ້​ໃຜ​, ຂາຍ​ລາຄາ​ເທົ່າ​ໃດ​​ ​ແລະ ​ເວລາ​ໃດ? ​ແລະ ຕ້ອງ​ກຳ​ຈຸດ​ພິ​ເສດ​ຂອງ​ລາຄາ​ການ​ເກັບ​ຊື້​ຢາງ​ໃນ​ທ້ອງ​ຖິ່ນ​ນັ້ນໆ ​ເຊິ່ງພັກ-ລັດຖະບານ​ເຮົາ ກໍ​ໄດ້​ແນະນຳ​ຢ່າງ​ລະອຽດ​ແລ້ວ, ​ໂດຍ​ສະ​​ເພາະ​ການ​ຜະລິດ​ສິນຄ້າ ກໍ​ຕ້ອງ​ຕິດ​ພັນ​ກັບ​ຕະຫລາດ ​ແລະ ຕ້ອງ​ເປັນ​ເຈົ້າ​ການ​ຕົນ​ເອງ. ພ້ອມນີ້ ຊາວ​ສວນ​ຢາງ​ກໍ​ຕ້ອງ​ມີ​ຄວາມ​ຮູ້​ເລື່ອງ​ການ​ຕະຫລາດ​ຖ້າ​ປີ​ໃດ​ລາຄາ​ຢາງ​ຕົກ​ຕ່ຳ, ບໍ່​ຄຸ້ມ​ຄ່າ​ໃນ​ການ​ຈ້າງ​ແຮງ​ງານ ກໍ​ບໍ່​ຕ້ອງ​ກີດ​ຢາງ ລໍ​ຖ້າ​ໄວ້​ລະດູ​ການ​ຕໍ່​ໄປ ​ເນື່ອງ​ຈາ​ກອາຍຸ​ການ​​ໃຊ້​ງານ​ຂອງ​ຕົ້ນ​ຢາງ ມີ​ເຖິງ 40 ປີ. ຄຽງ​ຄູ່​ກັນ​ນີ້ ທາງ​ກະຊວງ​ອຸດສາຫະກຳ ​ແລ ການ​ຄ້າ ກໍ​ໄດ້​ຊອກ​ຫາ​ວິທີ​​ເພື່ອ​ຊ່ວຍ​ຊາວ​ສວນ ​ໂດຍ​ການ​ນຳ​ເອົາ​ຢາງ​ມາ​ປຸງ​ແຕ່ງ​ໃຫ້​ເປັນ​ຜະລິດ​ຕະພັນ​ເຄິ່ງສຳ​ເລັດ​ຮູບ ​ຫລື ສຳ​ເລັດ​ຮູບ ​ເພື່ອ​ໃຫ້​​ໄດ້​ຮັບ​ຄຸນ​ນະພາ​ບຂອງ​ຢ່າງ ​ແລະ ຫລີກ​ເວັ້ນລາຄາ​ຕົກ​ຕ່ຳ​ອີກ​ດ້ວຍ.

para112

ຂອບໃຈຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...