spot_img
Homeມູມໄອທີລາວປ່ຽນ Theme Service ຕາມໃຈມັກ

ປ່ຽນ Theme Service ຕາມໃຈມັກ

Published on

ປ່ຽນໃຫ້ຕົງສະຕາຍກັບ Theme Service

ປ່ຽນ Theme Service ຕາມໃຈມັກ

ເມື່ອ​ເວົ້າ​ເຖິງ​ເລື່ອງ theme ຂຶ້ນ​ມາ ເຮົາ​ມັກ​ຈະ​ຄິດ​ຍ້ອນ​ໄປ​ຫາ​ໂທລະ​ສັບ​ມື​ຖື​ສະ​ໄໝ​ກ່ອນ​ທີ່​ສາ​ມາດ​ປັບ​ປ່ຽນລັກສະ​ນະ​ໜ້າ​ຈໍ​ໃຫ້​ເປັນ​ໄປ​ແບບ​ທີ່​ເຮົາ​ມັກ ​ໄດ້​ຕາມ​ໃຈ ແລະ ສະ​ແດງ​ເຖິງ style ຂອງ​ຕົວ​ເຮົາ​ເອງ​ໄດ້​. ໃນ Samsung Galaxy S6 ກໍ​ມີ​ຄຸນ​ສົມ​ບັດ​ນີ້​ມາ​ຕັ້ງ​ແຕ່​ແກະ​ກ່ອງ​ກັນ​ເລີຍ ໂດຍ​ມັນ​ຈະ​ສາ​ມາດ​ປ່ຽນ​ລັກ​ສະ​ນະ ຮູບ​ພາບ​ພື້ນ ຫຼັງ​ຂອງ​ໜ້າ​ຈໍ​ຫຼັກ​, ລາຍ​ການ​ແອັບຯ​, ໜ້າ​ຈໍ​ລັອກ​, ແຖບ​ການ​ແຈ້ງ​ເຕືອນ​, ແປ້ນ​ໂທລະ​ສັບ​, ລາຍ​ຊື່​ຕິດ​ຕໍ່​, ແອັບຯ​ຂໍ້​ຄວາມ ແລະ ໄອ​ຄອນ​ໃຫ້​ເຂົ້າ​ຊຸດ​ເປັນ​ໂທນ​ສີ ແລະ ລາຍ​ທີ່​ມີ​ເອ​ກະ​ລັກ​ໃຫ້​ເປັນ​ແບບ ດຽວ​ກັນ​ໄດ້​.

 

ສຳ​ລັບ​ວິ​ທີ​ການ​ໃຊ້​ງານ Theme Service

ແມ່ນ​ໃຫ້​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ລຸ່ມ​ນີ້​

  1. ຢູ່ທີ່ໜ້າຈໍຫຼັກ ໃຫ້ແຕະພື້ນທີ່ວ່າງເທິງໜ້າຈໍຄ້າງໄວ້
    S6-Theme (2)
  2. ຫຼັງຈາກນັ້ນແຕະ Themes
    S6-Theme (3)
  3. ເຮົາຈະເຫັນລາຍການ theme ຢູ່ໃນໜ້ານີ້. ເພື່ອເປັນຕົວຢ່າງເຮົາຈະລອງໃຊ້ theme ທີ່ຊື່ວ່າ Space ໂດຍແຕະທີ່ຮູບ theme ນັ້ນເລີຍ
    S6-Theme (4)
  4. ໜ້າຈໍສະແດງລາຍລະອຽດຂອງ Theme ຈະປະກົດຂຶ້ນມາ ເຮົາກໍພຽງແຕ່ກົດປຸ່ມ Download ຄ່ອຍໆ ແລ້ວກົດ Accept and download ເພື່ອຢືນຢັນ
    S6-Theme (5)
  5. ຫຼັງຈາກດາວໂຫຼດ Theme ສຳເລັດແລ້ວ ໃຫ້ກົດ Apply ເພື່ອເປີດໃຊ້ ຫຼັງຈາກນັ້ນກົດ Apply ອີກຄັ້ງເພື່ອເປີດໃຊ້ (ແອັບຯທີ່ເປີດຄ້າງໄວ້ທັງໝົດຈະຖືກປິດ ແລະ ຂໍ້ມູນທີ່ຍັງບໍ່ທັນບັນທຶກຈະຫາຍ ສະນັ້ນຢ່າລືມບັນທຶກໄວ້ກ່ອນເປີດໃຊ້ Theme)
    S6-Theme (6)
  6. Enjoy! ລັກສະນະໜ້າຈໍຂອງເຮົາກໍຈະປ່ຽນໄປເປັນຕາມແບບ theme ທີ່ເຮົາເລືອກ
    S6-Theme (7)

ຢາກໄດ້ Theme ເພີ່ມອີກ
ຫາໄດ້ຢູ່ໃສ ?

ນອກຈາກນັ້ນຍັງມີ theme ອີຫຫຼາກຫຼາຍໃຫ້ເຮົາເລືອກໃຊ້ເຊິ່ງສາມາດດາວໂຫຼດເພີ່ມເຕີມໄດ້ຈາກຮ້ານຄ້າ theme ໄດ້ຕາມຂັ້ນຕອນລຸ່ມນີ້

  1. ຢູ່ໜ້າຈໍຫຼັກ ແຕະພື້ນທີ່ວ່າງຄ້າງໄວ້ ຈາກນັ້ນ ກົດ Themes
    S6-Theme (8)
  2. ແຕະ Store
    S6-Theme (9)
  3. ຈາກນັ້ນໜ້າຮ້ານຄ້າຈະຖືກເປີດຂຶ້ນມາ ເຊິ່ງມີ theme ໃຫ້ເຮົາເລືອກຢ່າງຫຼາກຫຼາຍ ມັກ theme ໃດກໍສາມາດກົດດາວໂຫຼດໄດ້ ແລະ ປະຕິບັດຕາມວິທີເປີດໃຊ້ຕາມຂັ້ນຕອນທີ 4 ຂ້າງເທິງ
    S6-Theme (10)
  4. ພາຍໃນຮ້ານຄ້າ Theme ມີ theme ໃຫ້ເລືອກຫຼາກຫຼາຍເລີຍ ໃຜເປັນສາວົກ The Avengers ຍິ່ງບໍ່ຄວນ ພາດ! ເບິ່ງໄດ້ຈາກຕົວຢ່າງຂ້າງລຸ່ມ
    S6-Theme (11)S6-Theme (12)S6-Theme (13)S6-Theme (14)S6-Theme (15)S6-Theme (16)

ໃຜທີ່ໃຊ້ Sasmsung Galaxy ລຸ້ນໃໝ່ໆ ຢູ່ກໍລອງໃຊ້ກັນເບິ່ງເດີ. ມີຄວາມເຫັນ ຫຼື ຂໍ້ຂ້ອງໃຈກ່ຽວກັບວິທີການເປີດ ໃຊ້ກໍສາມາດສະແດງຄວາມເຫັນໄດ້ຂ້າງລຸ່ມເລີຍ.

ຂໍຂອບໃຈ ພາບ ແລະ ຂໍ້ມູນຈາກ Mobile Talk TV

http://mobiletalk.tv/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...