spot_img
Homeປ່ອງຢ້ຽມດວງດາວຮື​ຮາ! ນາ​ຊ່າ​ເຜີຍ​ພາບ​ຂຸມ​ດຳ​ກືນ​ດາວ​ເປັນ​ເທື່ອທຳອິດ

ຮື​ຮາ! ນາ​ຊ່າ​ເຜີຍ​ພາບ​ຂຸມ​ດຳ​ກືນ​ດາວ​ເປັນ​ເທື່ອທຳອິດ

Published on

blackhole

ອົງ​ການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາ​ດສະ​ຫາລັດ ຫລື​ນາ​ຊ່າ​ໄດ້​ເປີດ​ເຜີຍ​ພາບ​ ຂຸມດຳ​ພະລັງ​ງານ​ມະຫາ​ສານ​ດູດ​ກືນ​ດາວ​ຂະໜາດ​ໃຫຍ່​ດວງ​ໜຶ່ງ ໃຈ​ກາງ​ກ​າແລັກ​ຊີ່​ທີ່​ຢູ່​ຫ່າງ​ອອກ​ໄປ 2.7 ພັນ​ລ້ານ​ປີ​ແສງ

ໂດຍ​ນາ​ຊ່າ ໄດ້​ເປີດ​ເຜີຍ​ວ່າ ພາບ​ເຫດການ​ດັ່ງ​ກ່າວ ບັນ​ທຶກ​ໄດ້​ຈາກ​ຫໍ​ສັງເກດ​ການ​ເບັນອາວ​ະກາດ​ຂອງ​ນາ​ຊ່າ​ທີ່​ມີ​ຊື່​ວ່າ ກາ​ແລັກ​ຊີ່ ເອ​ໂວ​ລູ​ຊັ່ນ ເອັກຊ໌​ພໍ​ເລີລ໌ (Galaxy Evolution Explorer) ແລະ​ກ້ອງ​ໂທລະ​ທັດ Pan-STARRS1 ທີ່​ຕັ້ງ​ຢູ່​ເທິງ​ຍອດ​ພວກເຂົາ​ຮາ​ລີ​ຄາ​ລາ ໃນ​ລັດ​ຮາ​ວາຍ ສະແດງ​ໃຫ້​ເຫັນ​ພາບ​ເຫດການ​ທີ່ເກິດຂື້ນ​ໃນ​ກ​າແລັກ​ຊີ່​ທີ່​ຢູ່​ຫ່າງ​ຈາກ​ໂລກ​ໄປ​ກວ່າ 2.7 ລ້ານ​ປີ​ແສງ  ເມື່ອ​ດາວ​ດວງ​ໜຶ່ງ​ທີ່​ອັດ​ແໜ້ນ​ໄປ​ດ້ວຍ​ກ໊າ​ດ ໄດ້​ໂຄຈອນ​ເຄື່ອນ​ເຂົ້າ​ມາຍັງ​ພື້ນ​ທີ່​ມືດ​ວ່າ​ງ ແລະ​ຖືກ​ຂຸມ​ດຳ​ເຊີ່ງ​ເປັນ​ພະລັງ​ງານ​ມະຫາ​ສານ​ທີ່​ບໍ່​ມີ​ຫຍັງ​ສາມາດ​ຜ່ານ​ໄດ້​ເລີຍ​ແມ່ນ​ກະ​ທັ່ງ​ແສງ ດູດ​ກືນ​ດາວ​ກ໊າ​ດ​ດວງ​ນີ້​ເຂົ້າໄປ ຈາກ​ນັ້ນ​ພະລັງ​ງານ​ມະຫາ​ສານ​ໃນ​ຂຸມ​ດຳ​ນີ້ ກໍ​ແຍກ​ກ໊າ​ດ​ທີ່​ລວມ​ຕົວ​ຢ່າງ​ຫນາແຫນ້ນ​ໃນ​ດາວ​ດວງ​ນີ້​ອອກ​ເປັນ​ອະ​ໜູ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ ບາງ​ສ່ວນ​ຖືກ​ດູດ​ກືນ​ເຂົ້າ​ສູ່​ໃຈ​ກາງ ບາງ​ສ່ວນ​ກໍ​ກະເດັນ ອອກ​ມາ​ນອກ​ຂຸມ​ດຳ ແລະ​ເມື່ອ​ກ໊າ​ດ​ຖືກ​ກະເດັນອອກມາດ້ວຍ​ແຮງ​ມະຫາ​ສານ​ແລ້ວ ສົ່ງ​ຜົນ​ໃຫ້​ກ໊າ​ດ​ມີ​ອຸນຫະພູມ​ສູງ​ເຖິງ​ຂີດ​ສຸດ ເຮັດໃຫ້​ເຫັນ​ເປັນ​ແສງ​ສະຫວ່າງ​ ກາຍ​ເປັນ​ປາກົດ​ການ​ຂະໜາດ​ມະ​ຫຶ​ມາ ສ່ອງ​ສະຫວ່າງ​ໄປ​ທົ່ວ​ກ​າແລັກ​ຊີ່

ລາຍ​ງານ​ລະ​ບຸ​ວ່າ ຂຸມ​ດຳ​ແຫ່ງ​ນີ້ ມີ​ຂະໜາດ​ຫລາຍກວ່າ​ດວງ​ອາທິດ​ໃນ​ລະບົບ​ສຸ​ລິ​ຍະ​ຂອງ​ເຮົາ​ນັບ​ລ້ານ​ເທົ່າ ແລະ​ຈາກ​ການ​ວິ​ເຄາະ​ລັກສະນະ​ຂອງ​ດວງ​ດາວ​ທີ່​ຖືກ​ຂຸມ​ດຳ​ກືນ​ກິນ ກໍ​ພົບ​ວ່າ ໜ້າ​ຈະ​ເປັນ​ດາວ​ທີ່​ອັດ​ແໜ້ນ​ດ້ວຍ​ກ໊າ​ດ​ຮີ​ລຽມ ແລະ​ມີ​ໄຮ​ໂດຣ​ເຈນ​ຢູ່​ເປັນ​ສ່ວນ​ນ້ອຍ ຈຶ່ງ​ເຮັດໃຫ້​ເຫັນ​ເປັນ​ແສງ​ສະຫວ່າງ​ເມື່ອ​ເຮັດ​ປະ​ດິ​ກິ​ລິ​ຢາ​ກັບ​ຂຸມດຳ​ດັ່ງ​ກ່າວ ຂະນະ​ທີ່​ໄລ​ຍະ​ເວລາ​ການ​ເກີດ​ປາກົດ​ການ​ນີ້​ນັ້ນ ນັກ​ວິທະຍາ​ສາດ​ກ່າວ​ວ່າ ແຕ່​ສະເພາະ​ຈາກ​ວິ​ດີ​ໂອ​ທີ່​ເຮົາ​ເຫັນ ກໍ​ກິນ​ເວລາ​ໄປ​ກວ່າ 139 ມື້​ແລ້ວ ຄາດ​ວ່າ​ມັນ​ຄົງ​ຈະ​ໃຊ້​ເວລາ​ອີກ​ດົນ​ຫລາຍ ກວ່າ​ທຸກ​ຢ່າງ​ຈະ​ກັບ​ມາ​ມືດ​ດັ່ງ​ເດີມ

ຢ່າງໃດ​ກໍ​ດີ ຂຸມ​ດຳ​ແຫ່ງ​ນີ້​ບໍ່​ໄດ້​ຫາກໍ່​ຖືກ​ຄົ້ນ​ພົບ ແຕ່​ຖືກ​ຄົ້ນ​ພົບ​ມາ​ດົນ​ແລ້ວ ພຽງ​ແຕ່​ບໍ່​ເຄີຍ​ໄດ້​ເຫັນ​ປາກົດ​ການຂຸມ​ດຳ​ກືນ​ດາວ ແລະ​ປະ​ສິດ​ທິ​ພາບ​ຂອງ​ການ​ທຳລາຍ​ລ້າງ​ຂອງ​ຂຸມດຳ​ແບບ​ນີ້​ມາ​ກ່ອນ ຈຶ່ງ​ນັບ​ວ່າ ພາ​ບວິ​ດີ​ໂອ​ທີ່​ໄດ້​ເຫັນ​ໃນ​ເທື່ອ​ນີ້ ຖື​ເປັນ​ປາກົດ​ການຂຸມ​ດຳ​ກືນ​ດາວ​ທີ່​ຊັດເຈນ​ທີ່ສຸດ​ເທົ່າ​ທີ່​ເຄີຍ​ເຫັນ​ມາ​ເລີຍ​

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...