spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດໃສ່ຜູ້ຊຸມນຸມຢູ່ຕວກກີ ຕາຍ 31 ຄົນ ບາດເຈັບອີກເດຍລະດາດ!

ເກີດເຫດລະເບີດໃສ່ຜູ້ຊຸມນຸມຢູ່ຕວກກີ ຕາຍ 31 ຄົນ ບາດເຈັບອີກເດຍລະດາດ!

Published on

NjpUs24nCQKx5e1D7IKuWLfL6UWGjapaM1qlLb26Lle

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດນີ້ວ່າ ເກີດເຫດລະເບີດຮຸນແຮງສັງຫານກຸ່ມຜູ້ຊຸມນຸມປະທ້ວງ ຕາຍ 31 ຄົນ ແລະ ບາດເຈັບອີກຫລາຍຮ້ອຍຄົນຢູ່ເມືອງຊູຣຸກ ປະເທດຕວກກີ ໃນຕອນທ່ຽງຂອງມື້ວັນຈັນທີ 20 ກໍລະກົດຜ່ານມາ ຫລັງຈາກທີ່ມີການໂຮມຊຸມຊຸມຮຽກຮ້ອງໃຫ້ລັດຖະບານຕວກກີ ຍື່ນມືເຂົ້າບູລະນະເມືອງໂຄບານີ ໃນປະເທດຊີຣີ ທີ່ພັງເສຍຫາຍຈາກການບຸກໂຈມຕີຂອງກຸ່ມໄອເອັສ.

ທັງນີ້ ໃນເບື້ອງຕົ້ນແມ່ນຍັງບໍ່ທັນມີກຸ່ມກໍ່ການຮ້າຍໃດໆ ອອກມາອ້າງຄວາມຮັບຜິດຊອບໃນການກໍ່ເຫດດັ່ງກ່າວ ແຕ່ດ້ານນາຍົກລັດຖະມົນຕີ ອາເໝັດ ດາວູໂຕກລຼ ແຫ່ງປະເທດຕວກກີ ໄດ້ກ່າວວ່າ ກຸ່ມໄອເອັສເປັນຜູ້ຢູ່ເບື້ອງຫລັງເຫດການໂຈມຕີ ພ້ອມທັງຮຽກຮ້ອງໃຫ້ຊາວຕວກກີ ສາມັກຄີເປັນຈິດໜຶ່ງໃຈດຽວ ໂດຍລັດຖະບານຈະດຳເນີນການຕອບໂຕ້ເຫດການຄັ້ງນີ້.

EyWwB5WU57MYnKOuXuYCDVOdpo5kPIDCuK6LNMwJ0EE1i9z7IWnuU4

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...