spot_img
Homeມູມໄອທີລາວແຈ້ງ​ເຕືອນ​ໄວ​ລັດ​ລະ​ບາດ ບໍ່ໜ້າເຊື່ອວ່າ Virus ນັ້ນ​ຄື!!!

ແຈ້ງ​ເຕືອນ​ໄວ​ລັດ​ລະ​ບາດ ບໍ່ໜ້າເຊື່ອວ່າ Virus ນັ້ນ​ຄື!!!

Published on

E4

ແຈ້ງ​ເຕືອນ​ໄວ​ລັດ​ລະ​ບາດ ອາ​ການເຮັດໃຫ້​ບໍ່​ສາມາດ​ເຂົ້າ google ໄດ້ ອາດ​ລວມ​ໄປ​ເຖິງ youtube/facebook ຖ້າ​ພົບເຫັນປັນຫາແບບ​ນີ້ນັ້ນ​ຄື ຖືກ DNS ປອມ​ຫຼິ້ນ​ງານ​ແລ້​ວລະ
ຫ້າມ Update Flash Player ເດັດ​ຂາ​ດ
ເພາະ​ໂຕ Setup. exe ນັ້ນ​ຄື ໄວ​ລັດ​ຂອງແທ້ເລີຍ

0N

ບັນຫາ ເລື່ອງ​ເຂົ້າ Google, Youtube, Facebook ກັນ​ບໍ່​ໄດ້ ອາການ​ນີ້​ກັບ​ມາ​ລະ​ບາດ​ອີກ​ເທື່ອ ໂດຍ​ສັງເກດ​ວ່າ ມີ​ກະ​ທູ້​ຖາມ​ເລື່ອງ​ນີ້ ປາກົດ​ກັບ​ມາ​ອີກ ຫຼັງ​ຈາກ​ຫາຍ​ໄປ​ເກືອບ​ເດືອນ

ອາການ ນີ້​ມີ​ຜົນ​ກັບ​ທຸກ​ເຄື່ອງ​ທີ່​ຢູ່ໃນ Router ນັ້ນ ທີ່​ເຮືອນ ໂນດ​ບຸກ+ຕັ້ງ​ໂຕະ ເຄື່ອງໂທລະສັບ ເຂົ້າ ກູ​ເກີນ-ຍູ​ທູບ-ເຟດ​ບຸກ ບໍ່​ໄດ້ ພໍ​ລ້າງ​ແຄດ​ໄຟລ໌ ແລ້ວ​ເປີດ​ເຄື່ອງ​ໃໝ່​ໃຊ້​ໄດ້ ແຕ່​ບໍ່ດົນ​ກໍ​ເປັນ​ອີກ

 

ວິທີແກ້ໄຂ

 

ລຳ​ດັບ​ທຳອິດ ໃຫ້ປ່ຽນ DNS ກ່ອນໂດຍໃຫ້​ເຂົ້າໄປທີ່ Network Connection

ລຳ​ດັບ​ທີ່ 2 ເບິ່ງ​ກ່ອນວ່າ ຂອງ​ເຈົ້າ​ໃຊ້​ສາຍ LAN ຫຼື ​ວ່າ Wireless

ລຳ​ດັບ​ທີ່ 3
ທ່ານ​ທີ່​ເຂົ້າ​ໜ້າ​ນີ້ ແລ້ວ​ກົດ Properties ບໍ່​ໄດ້
ສະແດງ​ວ່າ ອາດ​ໂດນ 2 ຢ່າງ​ນີ້ ຢ່າງ​ໃດ ຢ່າງ​ໜຶ່ງ​ຄື
1. ໃນ​ເຄື່ອງ​ເຄີຍ​ມີ​ໂປ​ແກມ Baidu ຫຼື ​ຕອນ​ນີ້​ກໍ​ຍັງມີ​ຢູ່
ຫຼື
2. ໄດ້​ຫຼົງ​ຕິດ​ຕັ້ງ​ Setup. exe ປອມ ທີ່​ເປັນ​ໄວ​ລັດ​ນັ້ນ​ໄປ​ແລ້ວ
ພວກເຂົາ​ຈະ​ປິດ​ກັ້ນ​ບໍ່​ໃຫ້​ເຈົ້າ​ແກ້​ໄຂ
ເຊີ່ງ​ກໍລະນີ​ນີ້ ເສຍ​ໃຈ​ນຳ ບໍ່​ສາມາດ​ຊ່ວຍ​ຫຍັງ​ໄດ້
11753882_448945411951900_1554849419_n

ຈາກ​ນັ້ນ ໃຫ້​ລ້າງ​ປະວັດ​ຂອງ Browser ລອງເບິ່ງ

ວິທີ​ລ້າງ​ປະວັດ
ກົດ CTRL+Shift+DEL
ເລືອກ​ທຸກ​ຂໍ້
ແລ້ວ​ກົດ Clear

ຫຼັງຈາກນັ້ນລອງເຂົ້າອິນເຕີເນັດລອງເບິ່ງ ກໍ່ເປັນອັນຮຽບຮ້ອຍ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...