Homeຂ່າວການພັດທະນາລັດຖະບານ ພ້ອມຊີ້ແຈງມາດຕະການ ຫລຸດຜົນກະທົບ ແລະ ຂໍ້ຂ້ອງໃຈ ສຳລັບເຂື່ອນໄຊຍະບູລີ

ລັດຖະບານ ພ້ອມຊີ້ແຈງມາດຕະການ ຫລຸດຜົນກະທົບ ແລະ ຂໍ້ຂ້ອງໃຈ ສຳລັບເຂື່ອນໄຊຍະບູລີ

Published on

8696624169_5f93f1ee6c_b

ສຳນັກຂ່າວສານປະເທດລາວ: ວັນ​ທີ 13 ກໍລະກົດ 2015, ກະຊວງພະລັງງານ ແລະ ບໍ່ແຮ່ ຖະ​ແຫລ​ງຂ່າວ ກ່ຽວ​ກັບ​ການຈັດກອງປະຊຸມ ສຳມະນາກ່ຽວກັບຄວາມຄືບໜ້າ ສຳລັບການພັດທະນາ ໂຄງການກໍ່ສ້າງເຂື່ອນ ໄຟຟ້ານ້ຳຂອງໄຊຍະບູລີ ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນໃນ​ໄວໆ ນີ້ເພື່ອລາຍງານເຖິງຂັ້ນຕອນ, ວິທີການອອກແບບ ແລະ ການກໍ່ສ້າງ ລວມທັງການນຳໃຊ້ ມາດຕະການທີ່ຈຳເປັນຕ່າງໆ ທີ່ລັດຖະບານລາວ ແລະ ຜູ້ພັດທະນາໂຄງການດັ່ງກ່າວ ໄດ້ນຳໃຊ້ເຂົ້າໃນການປະຕິບັດເພື່ອຫລຸດຜ່ອນ ຜົນກະທົບທີ່ອາດຈະເກີດຂື້ນ ຫລັງການ ນຳໃຊ້ໂຄງການດັ່ງກ່າວຢ່າງເປັນທາງການ.

0999

ອີງຕາມແຈ້ງການ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ວ່າ: ກອງປະຊຸມດັ່ງກ່າວ ຊຶ່ງຈະ​ໄດ້​ຈັດ​ຂຶ້ນ ​ແລະ ດຳເນີນໄປເປັນເວລາໜຶ່ງວັນເຕັມ ທີ່ໂຮງແຮມດອນຈັນພາເລດສ, ນະຄອນຫລວງວຽງຈັນ ໂດຍຈະມີຫລາຍຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມເຊັ່ນ: ໜ່ວຍງານທີ່ກ່ຽວຂ້ອງຂອງລັດຖະບານ ຈາກສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າຈາກບັນດາ ປະເທດສະມາຊິກ ຂອງຄະນະກຳມະການແມ່ນ້ຳຂອງ, ຜູ້ຕາງໜ້າຈາກປະເທດຄູ່ຮ່ວມພັດທະນາ (ອົດສະຕາລີ, ແບນຊິກ, ດານມາກ, ສະຫະພາບເອີລົບ, ​ແຟງ​ລັງ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ນູ​ແວນ​ເຊ​ລັງ, ຊູ​ແອດ, ສະວິດ, ສ. ອາເມລິກາ ແລະ ບັນດາປະເທດອາຊຽນ), ອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມພັດທະນາ (ທະນາຄານອາຊີ, ອົງການຈັດສາກົນເພື່ອອານຸລັກທຳມະຊາດ, ອົງການສະຫະປະຊາຊາດ, ທະນາຄານໂລກ ແລະ ກອງທຶນປົກປ້ອງສັດປ່່າ) ແລະ ຜູ້ພັດທະນາໂຄງການໄຟຟ້ານ້ຳຕົກຢູ່ພາຍໃນ ສປປ ລາວ./.

ຂ່າວສານປະເທດລາວແລະໂຕະນ້ຳຊາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...