spot_img
Homeຂ່າວການພັດທະນາຫວຍພັດທະນາ ມອບພັນທະໃຫ້ລັດ ສະເລ່ຍ 53 ກວ່າຕື້ກີບຕໍ່ປີ!

ຫວຍພັດທະນາ ມອບພັນທະໃຫ້ລັດ ສະເລ່ຍ 53 ກວ່າຕື້ກີບຕໍ່ປີ!

Published on

lao+lotterry1

ທ່ານ ສຸບັນ ເພຍສັກຂາ ຮອງອຳນວຍການລັດວິສາຫະກິດຫວຍພັດທະ ນາ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປັດຈຸບັນຕົວ ແທນຈຳໜ່າຍຫວຍພັດທະນານັບທັງຢູ່ສູນ ກາງ ແລະ ທ້ອງຖິ່ນທົ່ວປະເທດມີທັງໝົດ 83 ສາຂາ, ໃນນັ້ນຕົວແທນຈ ຳໜ່າຍ ທີ່ເປັນຂອງລັດມີ 3 ສາຂາ, ສ່ວນທີ່ເຫລືອແມ່ນຂອງເອກະຊົນ ແລະ ນິຕິບຸກຄົນເປັນ ຜູ້ຈັດຕັ້ງປະຕິບັດແລະ ນັບແຕ່ປີ 2011 – 2014 ຜ່ານມາມູນຄ່າການຈຳໜ່າຍຜະລິດ ຕະພັນໃບຫວຍທຸກປະເພດໄດ້ຈຳນວນ 11 ພັນຕື້ ກວ່າກີບ, ໃນນີ້ຈຳໜ່າຍດ້ວຍ ເຄື່ອງຈັກທັນສະໄໝ (ອອນລາຍ)ກວມປະມານ 15% ຂອງມູນຄ່າທັງໝົດ, ສະເລ່ຍປະ ມານ 2.700 ກວ່າຕື້ກີບຕໍ່ປີ. ລວມຍອດລາຍຮັບປະຕິບັດໄດ້ 362 ຕື້ກວ່າກີບ, ສະເລ່ຍ 90 ຕື້ກວ່າກີບຕໍ່ປີ, ທຽບໃສ່ໄລ ຍະດຽວກັນເພີ່ມຂຶ້ນສະເລ່ຍ 264%, ກຳໄລສຸດທິເທົ່າກັບ 190 ຕື້ກວ່າກີບ, ສະເລ່ຍ 47 ຕື້ກວ່າກີບຕໍ່ປີ ແລະ
ປະຕິບັດພັນທະມອບງົບປະມານໃຫ້ລັດປະມານ 212 ຕື້ກວ່າກີບ, ສະເລ່ຍປະມານ 53 ກວ່າຕື້ກີບຕໍ່ປີ, ອັນໄດ້ປະກອບສ່ວນ ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ເປັນຢ່າງດີ, ນອກຈາກນີ້, ຍັງໄດ້ສ້າງວຽກ ເຮັດງານທຳ ແລະ ສ້າງລາຍຮັບເສີມໃຫ້ກັບປະຊາຊົນຜູ້ຂາຍຫວຍເປັນຈຳນວນຫລາຍອີກດ້ວຍ.

ແນວໃດກໍຕາມ, ຕໍ່ບັນຫາການຈຳໜ່າຍໃບຫວຍ ແລະ ການອອກເລກຜົນຫວຍໃນໄລຍະຫລັງມານີ້, ປາກົດວ່າ ມີສຽງວິພາກຈານຈາກສັງຄົມຫລາຍສົມຄວນ, ໂດຍສະເພາະແມ່ນການ​ສ່ອງ​ແສງບັນຫາການຕັ້ງໂຕະຂາຍຫວຍຢັ່ງ ຢາຍຕາມສາຍທາງໃນຕົວເມືອງເຫັນວ່າມີລັກສະນະຊະຊາຍ ​ແລະ ບໍ່​ເປັນ​ລະບຽບ​ຈົບງາມ, ເຮັດໃຫ້ກິດຂວາງການສັນ ຈອນໃນຫລາຍຈຸດ ແລະ ນອກຈາກນີ້ກໍແມ່ນບັນຫາຂອງການອອກຜົນຫວຍທີ່ບໍ່ໄດ້ມີການຖ່າຍທອດສົດຜ່ານທາງໂທ ລະພາບ, ເຊິ່ງເປັນສິ່ງທີ່ສັງຄົມຍັງມີຄວາມລະແວງສົງໃສວ່າເລື່ອງຄວາມໂປ່ງໃສມາ​ໂດຍ​ຕະຫລອດ, ເນື່ອງຈາກມັກມີ​ກໍລະນີອອກເລກໂຕເກົ່າຊ້ຳກັນຄື​ດັ່ງ​ໃນຫລາຍງວດ​ຜ່ານ​ມາ.

 

ຂອບໃຈຂ່າວຈາກ:

ລພນ

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...