spot_img
Homeປ່ອງຢ້ຽມດວງດາວຄົ້ນພົບຮຸ້ງດວງດາວສວຍງາມ​ຕະ​ການ​ຕາ ຍົກເປັນ ລອ​ດ ອໍັອຟ ເດິ ລິງ

ຄົ້ນພົບຮຸ້ງດວງດາວສວຍງາມ​ຕະ​ການ​ຕາ ຍົກເປັນ ລອ​ດ ອໍັອຟ ເດິ ລິງ

Published on

ค้นพบ รุ้งดวงดาว สวยงามตระการตา ยกเป็น ลอร์ด ออฟ เดอะ ริง

ນັກ​ດາ​ລາ​ສາດ​ຄົ້ນ​ພົບຮຸ້ງ​ດວງ​ດາວ ສວຍງາມ​ຕະ​ການ​ຕາ ປຽບ​ເປັນ ລອລ໌​ດ ອໍັອຟ ເດິ ລິງ ແຫ່ງ​ຫ້ວງ​ອາວະ​ກາດ
ເວັບ​ໄຊຕ໌ space.com ລາຍ​ງານ​ວ່າ ນັກ​ດາ​ລາ​ສາດ​ຄົ້ນ​ພົ​ບວົງ​ແຫວນ​ມີ​ລຳ​ແສງ​ສີ​ຮຸ້ງ​ເຈີດ​ຈ້າ​ທີ່​ມີ​ຈຸດ​ສູນ​ກາງ​ຮ່ວມ​ກັນ 4 ວົງ  ຢູ່​ກາງ​ບໍລິເວນ​ຮອບ​ດາວ​ນິວ​ຕຣອນ​ເຄີລ໌​ໄຊ​ນັດ ເອັກຊ໌-1 (Circinus X-1) ເຊີ່ງ​ເກີດ​ຈາກ​ການ​ລະ​ເບີດ​ຂອງ​ຊູ​ເປີລ໌​ໂນ​ວາ​ທີ່​ມີ​ອາ​ນຸ​ພາບ​ຮຸນແຮງ​ເຮັດໃຫ້​ເກີດ​ເປັນ​ລັງສີ ເອັກຊ໌ ທີ່​ມີ​ລັກສະນະ​ເປັນ​ລຳ​ແສງ​ສີ​ຮຸ້ງ​ແລະ​ເບິ່ງເຫັນ​ກຸ່ມ​ດາວ​ກະ​ຈັດ​ກະ​ຈາຍ​ຢູ່​ດ້ານ​ຫລັງ​ຫະ​ ຫລື ເອີ້ນວ່າ ຮຸ້ງ​ດວງ​ດາວ
ຮຸ້ງດວງ​ດາວນີ້ ເປັນ​ລຳ​ແສງ​ຂອງ​ລັງສີ​ເອກຊ໌​ທີ່​ໃຫຍ່​ແລະ​ເຈີດ​ຈ້າ​ທີ່ສຸດ​ເທົ່າ​ທີ່​ສາມາດ​ຈັບ​ພາບ​ໄດ້​ດ້ວຍກ້ອງ​ໂທລະທັດນ໌​ອາ​ວະ​ກາດ ເຊີ່ງ​ກ່ອນ​ໜ້າ​ນີ້​ນັກ​ດາ​ລາ​ສາດ​ໄດ້​ຄົ້ນ​ພົບ​ດາວ​ນິວ​ຕຣອນ​ເຄີລ໌​ໄຊ​ນັດ ເອັກຊ໌-1 ແຕ່​ບໍ່​ສາມາດ​ລະ​ບຸ​ຕຳແໜ່ງ​ທີ່​ແທ້​ຈິງ​ຂອງ​ມັນ​ໄດ້ ເນື່ອງ​ຈາກ​ການ​ວັດ​ລໄລ​ຍະ​ທາງ​ໃນ​ອາ​ວະ​ກາດ​ເປັນ​ເລື່ອງ​ທີ່​ຍາກ​ຫລາຍ ເມື່ອ​ຄົ້ນ​ພົບ​ຮຸ້ງ​ດວງ​ດາວນີ້ ເຮັດໃຫ້​ນັກ​ດາ​ລາ​ສາດ​ສາມາດ​ລະ​ບຸ​ຕຳແໜ່ງ​ທີ່​ແນ່ນອນ​ຂອງ ດາວ​ນິວ​ຕຣອນ​ເຄີລ໌​ໄຊ​ນັດ ເອັກຊ໌-1 ໄດ້​ຊັດເຈນ​ຂຶ້ນ ເຊີ່ງ​ຢູ່​ທີ່​ໄລ​ຍະ​ທາງ​ຫ່າງ​ຈາກ​ໂລກ 30, 700 ປີ​ແສງ

ແຄດ​ນາງ​ລີນ ແບ​ຣດ​ດິ້ງ ຈາກ​ມະຫາ​ວິທະຍາ​ໄລ ນິວ​ເຊົາທ໌​ເວນສ໌ ໃນ​ຊິດ​ນີ ອອດ​ເຕ​ເ​ລຍ ໜຶ່ງ​ໃນ​ທີມ​ຜູ້​ຄົ້ນ​ພົບ​ລະ​ບຸ​ວ່າ ລຳ​ແສງ​ຂອງ​ຮຸ້ງ​ດວງ​ດາວ​ນີ້​ຈະ​ມີ​ທັງ​ຊ່ວງ​ທີ່​ແສງ​ສະຫວ່າງ​ຈ້າ​ແລະ​ແສງ​ສະ​ຫລົວ ຈຶ່ງ​ເຮັດໃຫ້​ບາງເທື່ອ​ເຄີລ໌​ໄຊ​ນັດ ເອັກຊ໌-1 ກໍ​ເບິ່ງ​ເໝືອນ​ດາວ​ນິວ​ຕຣອນ​ແລະ​ບາງເທື່ອ​ກໍ​ເບິ່ງ​ ຄື ​ຫລຸມດຳ ໜ້າ​ແປກ​ຢ່າງ​ຫລາຍ​ທີ່​ຈະ​ຄົ້ນ​ພົບ​ສິ່ງ​ທີ່​ລວມ​ຄຸນສົມບັດ​ທັງ​ສອງ​ນີ້​ເຂົ້າ​ນຳກັນ​ໄດ້

“ພວກ​ເຮົາ​ມັກ​ຈະ​ເອີ້ນວ່າ ຮຸ້ງ​ດວງ​ດາວ​ທີ່​ເກີດ​ຈາກ​ການ​ປະສົມ​ຜະ​ສານ​ທີ່​ສວຍງາມ​ນີ້​ວ່າ ລອລ໌​ດ ອັອຟ ເດິ ລິງ  ໄມ​ເຄີນ ເບີລ໌​ຕັນ ໜຶ່ງ​ໃນ​ທີມ​ຜູ້​ຄົ້ນ​ພົບ​ອີກ​ຄົນ ກ່າວ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...