spot_img
Homeມູມໄອທີລາວນັກວິໄຈຊີ້ແຈງວ່າລົບຂໍ້ມູນເທິງມືຖືຈັ່ງໃດກໍ່ສາມາດກູ້ຄືນມາໄດ້

ນັກວິໄຈຊີ້ແຈງວ່າລົບຂໍ້ມູນເທິງມືຖືຈັ່ງໃດກໍ່ສາມາດກູ້ຄືນມາໄດ້

Published on

ນັກວິ​ໄຈ​ອັງ​ກິດຍືນຍັນ ບໍ່​ວ່າ​ຜູ້​ໃຊ້​ສະ​ມາດໂຟນ ຫລື​ແທັບ​ເລັດ​ (Andriod) ຈະ​ລົບ​ຂໍ້​ມູນ​ສ່ວນ​ຕົວ ຫລື​ລ້າງ​ເຄື່ອງ​ດ້ວຍ​ວິທີ​ໃດກໍ່ຕາມ ຊຽນ​ໄອ​ທີ​ກໍ​ຈະ​ສາມາດ​ກູ້​ຄືນ​ຂໍ້​ມູນ​ສ່ວນ​ຕົວ​ບາງ​ສ່ວນ​ກັບ​ມາ​ໄດ້​ຢູ່ດີ ແລະ​ບໍ່​ມີ​ທາງ​ເລີຍ​ທີ່​ຈະ​ລົບ​ຂໍ້​ມູນ​ເທິງ​ອຸປະກອນ​ແອ​ນດຣອຍຖິ້ມ​ແບບ​ກ້ຽງ​ ​ຜູ້​ໃຊ້​ແອ​ນດຣອຍ 500 ລ້ານ​ເຄື່ອງ​ທົ່ວ​ໂລກ​ສ່ຽງ​ຖືກ​ແອບ​ເບິ່ງ​ຂໍ້​ມູນ
ນັກ​ວິ​ໄຈ​ມະຫາ​ວິທະຍາ​ໄລ​ແຄ​ມບລິດຈ໌ (Cambridge University) ເປີດ​ເຜີຍ​ຂໍ້​ສະຫລຸບ​ນີ້​ຫລັງ​ຈາກ​ສາມາດ​ສາ​ທິດ​ວິທີ​ການ​ກູ້​ຄືນ​ຂໍ້​ມູນ​ສ່ວນ​ຕົວ​ຈາ​ກ​ສະມາດໂຟນ​ແອ​ນ​ດຣອຍດ໌​ທີ່​ຖືກ​ລ້າງ​ເຄື່ອງ​ດ້ວຍ​ວິທີ “factory reset” ຫລື​ການຕັ້ງ​ຄ່າ​ລະບົບ​ໃໝ່​ທັງ​ໝົດ​ຄື​ອອກຈາກ​ໂຮງ​ງານ ໂດຍ​ລາຍ​ງານ​ຈາກ​ສຳ​ນັກ​ຂ່າວ​ເດ​ລີ​ເມລ (Daily Mail) ລະ​ບຸ​ວ່າ ນັກ​ວິ​ໄຈ​ສາມາດ​ກູ້​ຄືນ​ໄດ້​ທັງ​ຂໍ້ຄວາມ​ສົນ​ທະນາ ຮູບ​ພາບ ວິ​ດີ​ໂອ ລວມ​ເຖິງ​ອີ​ເມລ

ຂໍ້​ສະຫລຸບ​ນີ້​ສະແດງ​ວ່າ ຜູ້​ໃຊ້​ອຸປະກອນ​ແອ​ນດຣອຍດ໌​ທີ່​ເຄີຍ​ຂາຍ ເຮັດ​ຫາຍ ຫລື​ສົ່ງ​ມອບ​ໃຫ້​ແກ່​ຄົນ​ອື່ນ​ລ້ວນ​ມີ​ຄວາມ​ສ່ຽງ​ຖືກ​ລັກ​ລອບ​ເບິ່ງ​ຂໍ້​ມູນ​ສ່ວນ​ຕົວ ທີ່​ສຳຄັນ​ນັກ​ວິ​ໄຈ​ຍັງ​ຊີ້​ວ່າ​ຊຽນ​ໄອ​ທີ​ສາມາດ​ດຶງ​ຂໍ້​ມູນ​ການ​ເງີນ​ທີ່​ຖືກ​ເກັບ​ໄວ້​ໃນເຄື່ອງ​ຜ່ານ​ການ​ຮຽກ​ໃຊ້​ແອບ​ພິ​ເຄ​ຊັນ​ອື່ນ​ໆນຳອີກ

ນອກ​ຈາກນີ້ ນັກ​ວິ​ໄຈ​ພົບ​ວ່າ ການ​ເຂົ້າ​ລະ​ຫັດ​ເຕັມ​ຮູບ​ແບບ (fully encrypted) ກໍ​ບໍ່ມີ​ປະ​ໂຫຍດ ໂດຍ​ຂໍ້​ມູນ​ສ່ວນ​ຕົວ​ກໍ​ຍັງ​ຖືກ​ເປີດ​ຊົມ​ໄດ້​ຫລັງ​ຈາກ​ຜ່ານ​ກະ​ບວນ​ການ factory reset ແລ້ວ

ນັກ​ວິ​ໄຈລະ​ບຸ​ວ່າ ສາມາດ​ກູ້​ຂໍ້​ມູນ​ການ​ຢືນຢັນ​ຕົວ​ບຸກ​ຄົນ​ຂອງ​ກູ​ເກິລ ຫຼື Google authentication token ເຊຶ່ງ​ເຮັດໃຫ້​ສາມາດ​ສວມ​ຮອຍ​ເຂົ້າ​ໃຊ້​ນານາ​ບໍລິການ​ຂອງ​ກູ​ເກີນ​ແທນ​ເຈົ້າ​ຂອງ​ເຄື່ອງແອນດຣອຍດ໌​ລາຍ​ນັ້ນ​ໄດ້​ນຳອີກ ຈຸດ​ນີ້​ຖື​ເປັນ​ຄວາມ​ສ່ຽງ​ທີ່​ຜູ້​ໃຊ້​ຈະ​ຖືກ​ລັກ​ລອບ​ອ່ານ ຫລື​ສົ່ງ​ອີ​ເມລ​ໃນ​ບໍລິການ​ຈີ​ເມລ (Gmail) ລວມ​ເຖິງ​ບໍລິການ​ວິ​ດີ​ໂອ​ອອນ​ໄລນ໌​ຢ່າງ​ຍູ​ທູບ (YouTube) ແລະ​ການ​ເຂົ້າ​ເຖິງ​ທຸກ​ໄຟລ໌​ໃນ​ບໍລິການ​ຄາວດ໌​ຂອງ​ກູ​ເກິລ

ไม่มีทางเกลี้ยง! นักวิจัยชี้ลบข้อมูลบนมือถือวิธีไหนก็กู้คืนได้

ລາຍ​ງານລະ​ບຸ​ວ່າ ນັກ​ວິ​ໄຈ​ລົງ​ມື​ທົດສອບ​ຊ່ອງ​ວ່າງນີ້​ເທິງ​ອຸປະກອນ​ແອ​ນດຣອຍດ໌​ມື​ສອງ​ທີ່​ຊື້​ຈາກ​ເວັບ​ໄຊຕ໌ “ອີ​ເບຍ໌ (eBay) ” ຈຳນວນ​ໜຶ່ງ ເຊຶ່ງ​ຄອບ​ຄຸມ​ລະບົບ​ປະຕິບັດການ​ແອ​ນດຣອຍດ໌​ຫລາຍ​ເວີລ໌​ຊັນ​ຕັ້ງ​ແຕ່ Android 2.2 ເຖຶງ 4.3 ເປັນ​ທີ່​ມາ​ຂອງ​ຕົວ​ເລກ​ການ​ປະ​ເມີນ​ອຸປະກອນ​ກຸ່ມ​ສ່ຽງ 500 ລ້ານ​ເຄື່ອງ ທີ່​ຖືກ​ລະ​ບຸ​ໃນ​ລາຍ​ງານ

ການ​ຄົ້ນ​ພົບ​ນີ້​ຖື​ເປັນ​ຂ່າວ​ໃຫຍ່​ທີ່​ຊາວ​ອອນ​ໄລນ໌​ຕ້ອງ​ໃຫ້​ຄວາມ​ສຳ​ຄັນ ເນື່ອງ​ຈາກ​ແອ​ນດຣອຍດ໌​ຄື​ລະບົບ​ປະຕິບັດການ​ທີ່​ໃຊ້​ໃນ​ສະ​ມາດໂຟນ​ສ່ວນ​ໃຫຍ່​ຂອງ​ໂລກ ໂດຍ​ຜູ້​ຜະລິດ​ລາຍ​ໃຫຍ່​ທັງ​ຊຳ​ຊຸງ (Samsung) ແລະ​ເອດ​ທີຊີ (HTC) ລ້ວນ​ລົງ​ມື​ຜະລິດສະມາດ​ໂຟນ ແລະ​ແທັບ​ເລັດ​ແອ​ນດຣອຍດ໌​ອອກ​ວາງ​ຈຳ​ໜ່າຍ​ດົນ​ຫລາຍປີ

ຄະນະ​ດຽວ​ກັນ ການ​ສຳ​ລວດ​ຍັງ​ພົບ​ວ່າ ສະ​ມາດ​ໂຟນ​ຫລາຍ​ກວ່າ 630 ລ້ານ​ເຄື່ອງ ອາດ​ບໍ່​ໄດ້​ຖືກ​ລ້າງ​ຂໍ້​ມູນ​ໃນ​ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ​ເຄື່ອງ ຈຸດ​ນີ້​ອາດ​ເປັນ​ທີ່​ມາ​ຂອງ​ຄລິບ​ຫລຸດ ພາບ​ໂປ໊​ທີ່​ເຮົາ​ເຫັນ​ຈົນ​ຊິນ​ຕາ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...