spot_img
Homeຂ່າວຕ່າງປະເທດຈີນ - ເກົາຫລີເໜືອ ຮ່ວມກັນສ້າງຕັ້ງ ເຂດການຄ້າຊາຍແດນ

ຈີນ – ເກົາຫລີເໜືອ ຮ່ວມກັນສ້າງຕັ້ງ ເຂດການຄ້າຊາຍແດນ

Published on

China 15 400

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 13 ​ເດືອນ​ກໍລະກົດ, ​ ເຈົ້າໜ້າ​ທ່ີ​ຂອງ​ຈີນ​ໃຫ້​ຮູ້​ວ່າ ປະ​ເທດນີ້ ​​ແລະ ສປປ​ເກົາຫລີ ​ໄດ້​ເອກະ​ພາບ​ ສ້າງ​ຕັ້ງ​ເຂດ​ການ​ຄ້າ​ ຊາຍ​ແດນ ລະຫວ່າງ ສອງ​ປະ​ເທດ ຢູ່​ນະຄອນຕານ​ຕົງ ​ແຂວງ​ຫລຽວ​ໜິງ ທາງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ຈີນ. ​ເຂດ​ການ​ຄ້າ​ນີ້ ກວມ​ເອົາ​ເນື້ອທ່ີ 40.000 ​ແມັດ​ມົນ​ທົນ ​ແລະ ຄາດ​ວ່າ​ຈະ​ເລີ່​ມ​ເຂົ້າ​ສູ່​ ການ​​ເຄື່່ອນ​ໄຫວ ​ໃນ​ເດືອນ​ຕຸລາ​ນີ້.

​ເຈົ້າໜ້າ​ທ່ີ​ກ່ຽ​ວຂ້ອງ​ຈີນ ​ໃຫ້​ຮູ້​ວ່າ ປະຊາຊົນ​ທ່ີ​ອາ​ໄສ​ ຢູ່​ໃນ​ເຂດ​ໃກ້​ຄຽງຊາຍ​ແດນ 20 ກິ​ໂລ​ແມັດ ອາດ​ຈະ​ແລກປ່ຽນ ​ຄ້າຂາຍ ກັບ ປະຊາ ຊົນ ສປປ​ເກົາຫລີ ​ແລະ ​ໄດ້​ຮັບ​ນະ​ໂຍບາຍ ຍົກເວັ້ນພາສີ ດ້ວຍຈຳນວນສິນຄ້າ ທ່ີມີມູນຄ່າ ບໍ່ເກີນ 8.000 ຢວນ / ວັນ ( ປະມານ 1.288 ໂດລາ ສະຫະລັດ / ວັນ ). ​ນະຄອນ​ຕານ​ຕົງ ​ຖື​ເປັນ​ສູນ​ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວຕົ້ນຕໍ ລະຫວ່າງ ຈີນ ​ແລະ ສປປ​ເກົາຫລີ. ປັດຈຸບັນ, ມີ​ວິ​ສາ​ຫະກິດ​ຈີນ ຫລາຍ​ກວ່າ 600 ​ແຫ່ງ ​ໄດ້​ດຳ​ເນີນ​ທຸລະ​ກີດ ຄ້າ​ຂາຍ ຮ່ວມກັບ ສປປ​ເກົາຫລີ ກວມ​ເອົາ 40% ຂອງ​ຍອດ​ມູນ​ຄ່າ ​ການ​ຄ້າ​ຂາຍຂອງ​ນະ ຄອນ​ຕານ​ຕົງ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)