spot_img
Homeຂ່າວເຫດການສະພາແຫ່ງຊາດ ພິຈາລະນາ-ຮັບຮອງກົດໝາຍ ແຂ່ງຂັນທາງທຸລະກິດ

ສະພາແຫ່ງຊາດ ພິຈາລະນາ-ຮັບຮອງກົດໝາຍ ແຂ່ງຂັນທາງທຸລະກິດ

Published on

bounmy

ຂປລ. ຮ່າງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໄດ້ຖືກນຳເຂົ້າພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ VII ໃນວັນທີ 14 ກໍລະກົດ 2015, ພາຍຫລັງ ທີ່ທ່ານ ບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ນຳສະເໜີຕໍ່ທີ່ປະຊຸມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ທຸກເຂດເລືອກຕັ້ງ ສສຊ ໄດ້ຄົ້ນຄວ້າປະກອບສ່ວນ ຄຳຄິດຄຳເຫັນ ຢ່າງກົງໄປກົງມາ ໃນແຕ່ລະໝວດ ແຕ່ລະມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໃຊ້ໄດ້ຢ່າງ ມີປະສິດທິຜົນ ໃນຕໍ່ໜ້າ.

ທ່ານ ບຸນມີ ມະນີວົງ, ຊີ້ໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍສະບັບນີ້ໃຫ້ບັນດາ ສສຊ ໄດ້ຮັບຊາບ ເຊິ່ງເປົ້າໝາຍສຳຄັນແມ່ນ ເພື່ອຜັນຂະຫຍາຍນະໂຍບາຍ ເຊື່ອມໂຍງເສດຖະກິດກັບສາກົນ ກໍຄື ການຫັນເອົາການພັດທະນາເສດຖະກິດເປັນໃຈກາງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະໃໝ່. ໄລຍະຜ່ານມາ ລັດຖະບານໄດ້ອອກເປັນດຳລັດ ວ່າດ້ວຍການແຂ່ງຂັນດ້ານການຄ້າ ເຊິ່ງມີເນື້ອໃນພຽງ 5 ໝວດ 17 ມາດຕາ, ເມື່ອອີງຕາມສະພາບ ການພັດທະນາເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ ເຫັນວ່າມີ ຄວາມຈຳເປັນຕ້ອງຍົກລະດັບດຳລັດ ຂຶ້ນມາເປັນ ກົດໝາຍ, ທັງມີການປັບປຸງເນື້ອໃນໃຫ້ຮັດກຸມ ແລະ ແທດເໝາະກັບສະພາບຕົວຈິງຂອງການພັດທະນາ ໂດຍສະເພາະ ການແຂ່ງຂັນ ການຄ້າທີ່ບໍ່ເປັນທຳ ແລະ ການຈຳກັດການແຂ່ງຂັນການຄ້າ, ລວມທັງການຄຸ້ມຄອງ ກໍມີຄວາມຫຍຸ້ງຍາກ.ດ້ວຍເຫດນີ້ ຈຶ່ງໄດ້ສ້າງຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ປະກອບມີ 9 ພາກ, 8 ໝວດ ແລະ 94 ມາດຕາ ເຊິ່ງມີເນື້ອໃນກວ້າງຂວາງ ແລະ ກວມທຸກຂົງເຂດ ຂອງການແຂ່ງຂັນ ທາງທຸລະກິດ ເປັນຕົ້ນ ແມ່ນລົງເລິກກ່ຽວກັບການຕ້ານ ແລະ ສະກັດກັ້ນການ ແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ ເມື່ອກົດໝາຍສະບັບນີ້ ຖືກປະກາດໃຊ້ ກໍຈະນຳ ຜົນປະໂຫຍດຫລາຍຢ່າງແກ່ ສປປ ລາວ.

ທ່ານ ບຸນມີ ມະນີວົງ ໃຫ້ຮູ້ຕື່ມວ່າ: ອີງຕາມແຜນແມ່ບົດ ການສ້າງປະຊາຄົມເສດຖະກິດອາຊຽນ ໄດ້ກຳນົດໃຫ້ 10 ປະເທດສະມາຊິກ ຕ້ອງສ້າງນະໂຍບາຍ ແລະ ກົດໝາຍ ການແຂ່ງຂັນທາງທຸລະກິດ ຂອງຕົນສຳເລັດ ກ່ອນປີ 2015, ປັດຈຸບັນມີ 8 ປະເທດໄດ້ສ້າງສຳເລັດ ແລະ ປະກາດໃຊ້ກົດໝາຍ ວ່າດ້ວຍການແຂ່ງຂັນ ທາງທຸລະກິດ, ຍັງເຫລືອສອງປະເທດຄື: ລາວ ແລະ ກຳປູເຈຍ, ເມື່ອກອງປະຊຸມ ສະພາຊຸດນີ້ໄດ້ຮັບຮອງແລ້ວ ສປປ ລາວ ກໍກາຍເປັນປະເທດທີ 9 ທີ່ປະກາດໃຊ້ກົດໝາຍ ວ່າດ້ວຍການ ແຂ່ງຂັນທາງທຸລະກິດ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...