Homeຂ່າວຕ່າງປະເທດສະຫະລັດກຳລັງເຈລະຈາ ຊອກຖານທັບເອົາໂດຣນລົງປະຈຳການ ຢູ່ອາຟຣິກາເໜືອ!

ສະຫະລັດກຳລັງເຈລະຈາ ຊອກຖານທັບເອົາໂດຣນລົງປະຈຳການ ຢູ່ອາຟຣິກາເໜືອ!

Published on

558000008174501

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກໍລະກົດນີ້ວ່າ ສະຫະລັດອາເມຣິກາ ກຳລັງຫາລືກັບບັນດາປະເທດຕ່າງໆ ໃນແຖບອາຟຣິກາເໜືອ ກ່ຽວກັບການຊອກຫາພື້ນທີ່ຕັ້ງຖານທັບ ສຳລັບເຮືອບິນໄຮ້ຄົນຂັບ ຫລື ໂດຣນ ຂອງຕົນ ໄປປະຈຳການຢູ່ ເພື່ອຍົກລະດັບການເຝົ້າລະວັງຕິດຕາມສອດແນມກຸ່ມລັດອິດສະລາມ ຫລື ໄອເອັສຢູ່ປະເທດລິບີ ເຊິ່ງຖ້າຫາກສາມາດເຈລະຈາໄດ້ ກໍຈະເຮັດໃຫ້ສະຫະລັດ ສາມາດເກັບກຳສະພາບການເຄື່ອນໄຫວພາຍໃນພາກພື້ນດັ່ງກ່າວນີ້ຫລາຍຂຶ້ນ, ແນວໃດກໍຕາມ ແຫລ່ງຂ່າວໄດ້ລະບຸວ່າ ປັດຈຸບັນຍັງບໍ່ທັນມີປະເທດໃດໃຫ້ການຕອບຮັບເທື່ອ.

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...