spot_img
Homeຂ່າວເຫດການການຕັດສິນຂອງສານມີຄວາມເປັນທຳ ເຮັດໃຫ້ຫາງສຽງຈົ່ມວ່າຖືກຕີຖອຍ!

ການຕັດສິນຂອງສານມີຄວາມເປັນທຳ ເຮັດໃຫ້ຫາງສຽງຈົ່ມວ່າຖືກຕີຖອຍ!

Published on

san

ຕາມບົດລາຍງານຂອງຄະນະຮັບຜິດຊອບສານປະຊາຊົນສູງສຸດຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ທີ່ມີຂຶ້ນໃນຕອນເຊົ້າວັນທີ 9 ກໍ ລະກົດນີ້ ຢູ່ທີ່ຫໍສະພາແຫ່ງຊາດ ກ່ຽວກັບການ ເຄື່ອນໄຫວວຽກງານຂອງສານປະຊາຊົນປະຈຳສົກປີ 2014-2015 ເຫັນວ່າການແກ້ ໄຂຄະດີຂອງສານແຕ່ລະຂັ້ນມີ ຄວາມ ຖືກຕ້ອງ ແລະ ຍຸຕິທຳ ສົ່ງ ຜົນເຮັດໃຫ້ຫາງສຽງຈົ່ມວ່າຂອງ ສັງຄົມ ຫລຸດໜ້ອຍຖອຍລົງສ້າງ ຄວາມເຊື່ອໝັ້ນໃຫ້ປະຊາຊົນຫລາຍຂຶ້ນ.

ຜ່ານການກວດກາ ແລະ ຕີລາຄາການແກ້ໄຂຄະດີຂອງ ສານໃນໜຶ່ງປີຜ່ານມາເຫັນວ່າ ການພິຈາລະນາຕັດສິນຄະດີ ຂອງສານໄດ້ມີ ຄວາມວ່ອງໄວ ແລະ ມີຄຸນນະພາບ ເຮັດໃຫ້ໂຈດ ແລະ ຈຳເລີຍມີຄວາມ ພໍໃຈຕໍ່ການຕັດ ສິນຂອງສານເຊິ່ງ ສະແດງອອກໃນ ສົກປີ 2014-2015 ມີຄະດີຢູ່ສານປະຊາຊົນຂັ້ນ ຕົ້ນທົ່ວປະເທດທັງ ໝົດ 6.792 ເລື່ອງ, ຕັດສິນໄປແລ້ວ 5.615 ເລື່ອງກວມ 82,67%.

ຄູ່ຄວາມ ພໍໃຈເຫັນດີນຳໄປຈັດຕັ້ງປະຕິບັດ 4.583 ເລື່ອງ ກວມ 81,62%. ທຽບໃສ່ໄລຍະດຽວກັນຂອງປີ ກ່ອນຄະດີທີ່ຂໍລຶບລ້າງຫລຸດລົງ 150 ເລື່ອງ ກວມ 21,34%. ນີ້ສະແດງວ່າການພິຈາລະນາແກ້ ໄຂຢູ່ສານມີ ຄວາມຖືກຕ້ອງ ແລະ ເປັນທຳເຮັດໃຫ້ຄູ່ຄວາມເພິ່ງພໍໃຈຕໍ່ການຕັດສິນຄະດີຂອງສານ ແລະ ເຫັນດີນຳ ໄປຈັດຕັ້ງປະຕິບັດກວມ ເປີເຊັນຫລາຍ. ສະເພາະຄະດີທີ່ ເຂົ້າມາສານຂັ້ນຕົ້ນຫລາຍກວ່າໝູ່ ໃນສົກ ປີຜ່ານມາແມ່ນນະຄອນ ຫລວງວຽງຈັນ ມີ 1.679 ເລື່ອງ ກວມເອົາ 30,03% ແລະ ຮອງລົງ ມານແມ່ນ ແຂວງສະຫວັນນະເຂດ ມີ 519 ເລື່ອງ ກວມເອົາ 9,28% ຂອງຄະດີທີ່ເຂົ້າມາສານຂັ້ນຕົ້ນທົ່ວປະເທດ.

ຄະນະນຳຂອງສານປະຊາ ຊົນຍອມຮັບຂໍ້ຂາດຕົກບົກຜ່ອງ ຂອງສານແຕ່ລະຂັ້ນຕໍ່ບັນຫາການຕັດສິນທີ່ຍັງບໍ່ຖືກຕ້ອງ ແລະ ຊັດ ເຈນອັນເນື່ອງມາຈາກການດຳ ເນີນຄະດີບາງເລື່ອງຍັງບໍ່ມີຫລັກ ຖານຄົບຖ້ວນ-ພຽງພໍ, ການເກັບ ກຳຂໍ້ມູນຫລັກຖານ, ການພິສູດ ຫລັກຖານຍັງພົບຄວາມຫຍຸ້ງຍາກ, ຊັກຊ້າ, ແກ່ຍາວ, ບາງກໍລະນີຂາດ ຊ່ຽວ ຊານສະເພາະດ້ານ, ບາງຄະ ດີກໍບໍ່ທັນນຳເອົາບຸກຄົນທີສາມເຂົ້າຮ່ວມໃນການດຳເນີນຄະດີໄດ້ ເນື່ອງຈາກໂຈດ ແລະ ຈຳເລີຍໄດ້ ປິດບັງ, ເຊື່ອງອຳບໍ່ລາຍງານຕໍ່ ສານ. ພ້ອມນັ້ນຄວາມຮັບຜິດຊອບ ໃນການຄົ້ນຄວ້າກຳນົດເຫດການຄະ ດີຂອງຜູ້ພິພາກສາຍັງບໍ່ທັນລະອຽດ, ຈະແຈ້ງຈຶ່ງເຮັດໃຫ້ການພິ ຈາລະນາຕັດສິນຄະດີຍັງບໍ່ທັນຮັບປະກັນລັກສະ ນະຄົບຖ້ວນ, ຮອບດ້ານ ແລະ ບໍ່ທັນຖືກຕ້ອງເທົ່າທີ່ຄວນເຊິ່ງສະແດງອອກສານຂັ້ນເທິງໄດ້ພິພາກສາປ່ຽນແປງຄຳຕັດ ສິນ, ຄຳພິພາກສາຂອງສານຂັ້ນ ລຸ່ມຍັງມີຢູ່. ການຂຽນຄຳຕັດສິນ, ຄຳພິພາກສາບາງເລື່ອງບໍ່ໄປຕາມ ໂຄງຮ່າງທີ່ກຳ ນົດ, ການພິຈາລະ ນາຂໍ້ສະເໜີ ຫລື ຮ້ອງຂໍຂອງຄູ່ ຄວາມຍັງບໍ່ທັນຄົບຖ້ວນ, ການຊີ້ ແຈງໃຫ້ເຫດຜົນໃນຄຳວິນິດໄສ ຂອງສານບໍ່ທັນລະອຽດຈະແຈ້ງ, ບໍ່ທັນອ້າງອີງໃສ່ຫລັກຖານ ແລະ ມາດຕາກົດໝາຍເທົ່າທີ່ຄວນ. ຄູ່ຄວາມ ແລະ ຜູ້ເຂົ້າຮ່ວມໃນການດຳເນີນຄະດີຍັງບໍ່ທັນເປັນເຈົ້າການໃຫ້ຄວາມຮ່ວມມືໃນການເຂົ້າມາ ສານຕາມໝາຍຮຽກ, ໝາຍເຊີນ, ຍັງສົ່ງເອກະສານຮ້ອງທຸກ, ຂໍ ຄວາມເປັນທຳຫາຫລາຍພາກ ສ່ວນທີ່ມີແນວຄິດທັດສະນະເບິ່ງບັນຫາແຕກຕ່າງກັນ. ການປະສານສົມທົບໃນການແກ້ໄຂຄະດີບາງຂັ້ນບໍ່ທັນດີຈຶ່ງພາໃຫ້ມີການດຳເນີນຄະດີຊັກຊ້າ ແລະ ມີການຕັດສິນລັບຫລັງໃນບາງຄະດີ, ມີການສົ່ງຄະດີຂຶ້ນ-ລົງຫລາຍຮອບກໍຍັງມີ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...