spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດ ລາວ-ກຳປູເຈຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ສະພາແຫ່ງຊາດ ລາວ-ກຳປູເຈຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ

Published on

ສະພາແຫ່ງຊາດ ລາວ-ກຳປູເຈຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ

 

ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ພະນະ​ທ່ານ ເລງ​ເປັງ​ລອງ ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ ແຫ່ງ​ລາຊະ​ອານາຈັກ​ກຳປູເຈຍ ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ນຳ​ໂດຍ​ທ່ານ ​ດຣ. ອຸ່ນ​ແກ້ວ ວຸ​ທິ​ລາດ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ໄດ້​ເດີນທາງ​ໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ປະເທດ​ກຳປູເຈຍ ໃນ​ວັນ​ທີ 18 ມີນາ 2013 ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ ເລງ​ເປັງ​ລອງ ພ້ອມ​ດ້ວຍ​ຄະນະ.

ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນເຊື້ອ​ຂອງ​ສອງ​ຊາດ ລາວ ແລະ ກຳປູເຈຍ ໃຫ້​ຂະຫຍາຍຕົວ​ຍິ່ງ​ຂຶ້ນ ໂອກາດ​ນີ້ ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ກໍ​ໄດ້​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ກັບ​ທ່ານ ອູມ​ຊາ​ຣິດ ເລຂາທິການ​ໃຫຍ່​ວຸດ​ທິ​ສະພາ​ແຫ່ງ​ຊາດ ແຫ່ງ​ລາຊະ​ອານາຈັກ​ກຳປູເຈຍ ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາງ ຄຸນ​ຊູ​ດາ​ຣີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ​ລາຊະ​ອານາຈັກ​ກຳປູເຈຍ ໃນ​ນາມ​ເຈົ້າພາບ​ທ່ານ​ນາງ ຄຸນ​ຊູ​ດາ​ຣີ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ທີ່​ໄດ້​ມາ​ຢ້ຽມຢາມ​ກຳປູເຈຍ​ຄັ້ງ​ນີ້ ເຊິ່ງ​ຈະ​ເປັນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ທີ່​ສອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ແລະ ກຳປູເຈຍ​ໄດ້​ລົງ​ນາມ​ຮ່ວມ​ກັນ ກຳປູເຈຍ​ຍາມ​ໃດ​ກໍ​ຢຶດ​ໝັ້ນ​ປະເທດ​ໃກ້​ຄຽງ ລ້ວນ​ແຕ່​ເປັນ​ເພື່ອນ​ມິດ​ຍຸດ​ທະ​ສາດ​ທີ່​ດີ​ຕໍ່​ກັນ ເພື່ອນ​ມິດ​ຍ່ອມ​ໃຫ້ການ​ຊ່ວຍເຫຼືອ ແລກປ່ຽນ​ບົດຮຽນ ແລະ ໄປ-ມາ​ຢ້ຽມຢາມ​ເຊິ່ງ​ກັນ ແລະ ກັນ ທ່ານ​ຍັງ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ​ສປປ ລາວ ທີ່​ມີ​ຜົນສຳເລັດ​ໃນ​ການ​ພັດທະນາ​ຫຼາຍ​ດ້ານ ພ້ອມ​ນີ້​ຍັງ​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ ແລະ ຊົມເຊີຍ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາວ ທີ່​ປະສົບ​ຜົນສຳເລັດ​ຢ່າງ​ສະຫງ່າ​ງາມ ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄູ່​ຮ່ວມ​ລັດ​ຖະ​ສະພາ​ອາຊີ-ເອີ​ຣົບ ຄັ້ງ​ທີ 7 ແລະ ນຳພາ​ວຽກ​ງານ​ສະພາ​ແຫ່ງ​ຊາດ​ລາວ ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ຫວັງ​ວ່າ​ສອງ​ຊາດ ລາວ ແລະ ກຳປູເຈຍ ຈະ​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດທະນາ​ໃນ​ໄວໆ​ນີ້.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...