spot_img
Homeຂ່າວພາຍ​ໃນລາວ-ຫວຽດນາມ ຮ່ວມລົງນາມດ້ານການຄ້າຊາຍແດນສອງປະເທດ ສະບັບໃໝ່!

ລາວ-ຫວຽດນາມ ຮ່ວມລົງນາມດ້ານການຄ້າຊາຍແດນສອງປະເທດ ສະບັບໃໝ່!

Published on

lao-viet

ພິທີລົງນາມວ່າດ້ວຍການພົວພັນການຄ້າຊາຍແດນລະຫວ່າງລັດຖະບານລາວ ແລະ ຫວຽດນາມ ໄດ້ມີຂຶ້ນໃນວັນທີ 27 ມິຖຸນານີ້ ທີ່ແຂວງເງະອານ ສສ ຫວຽດນາມ ລະຫວ່າງລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຂອງສອງປະເທດ ໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ແລະ ທ່ານ ຫງວຽນຊວນຟຸກ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ.

ສັນຍາດັ່ງກ່າວມັນມີຄວາມໝາຍສຳຄັນຍິ່ງ ເພື່ອສ້າງເງື່ອນໄຂທາງດ້ານລະບຽບ ກົດໝາຍໃຫ້ແກ່ການພົວພັນແລກ ປ່ຽນສິນຄ້າລະຫວ່າງສອງປະເທດໃຫ້ນັບມື້ຂະ ຫຍາຍໂຕ ແລະສ້າງຄວາມເປັນເອກະພາບໃນການແກ້ໄຂບາງບັນຫາຂອງການເຄື່ອນໄຫວພົວພັນແລກປ່ຽນ ສິນຄ້າຊາຍແດນ ລະຫວ່າງສອງຝ່າຍ, ປະກອບສ່ວນສຳຄັນເຂົ້າໃນການກະຕຸກຊຸກຍູ້ແກ້ໄຂຄວາມທຸກຍາກ ແລະ ການພັດທະນາເສດ ຖະກິດ-

ສັງຄົມຂອງບັນດາເຂດແຂວງຢູ່ລຽບຕາມຊາຍແດນສອງປະ ເທດໃຫ້ເຕີບໃຫຍ່ເຂັ້ມແຂງ. ພ້ອມນັ້ນ ກໍເປັນການ ກະຕຸກຊຸກຍູ້ ໃຫ້ບັນລຸເປົ້າໝາຍການພົວພັນການຄ້າລະຫວ່າງສອງປະເທດໃນປີນີ້ໃຫ້ໄດ້ 2 ຕື້ໂດລາສະຫະລັດ.

ສັນຍາໃໝ່ນີ້ລວມມີ 23 ມາດຕາ ທີ່ລະບຸແຈ້ງເຖິງການເຄື່ອນໄຫວຊື້-ຂາຍ, ແລກປ່ຽນສິນຄ້າຂອງປະຊາຊົນຢູ່ເຂດຊາຍ ແດນ, ພັດທະນາຕະຫລາດ ແລະ ການບໍລິການ ເພື່ອກະຕຸກຊຸກຍູ້ການຄ້າສອງຝ່າຍໃຫ້ມີຄວາມສະດວກ ແລະ ໃຫ້ບູລິມະ ສິດພາສີນຳເຂົ້າ 0% ໃຫ້ແກ່ໝວດສິນຄ້າທີ່ມີຕົ້ນກຳເນີດຢູ່ລາວ ແລະ ຫວຽດນາມດ້ວຍກັນ, ກະຕຸກຊຸກຍູ້ການລົງທຶນເຂົ້າ ເຂດຊາຍແດນ, ບ່ອນຫ່າງໄກສອກຫລີກ ເຊິ່ງຈະມີນະໂຍບາຍ 0% ຂອງພາສີນຳເຂົ້າ ແລະ ພາສີມູນຄ່າເພີ່ມ ແລະ ລຶບລ້າງ ບັນດາພາສີບາງປະເພດສິນຄ້າທີ່ນັກລົງທຶນຫວຽດນາມເປັນຜູ້ຜະລິດຢູ່ບັນດາແຂວງຊາຍແດນເບື້ອງລາວອອກໄປຫວຽດນາມ. ພ້ອມນັ້ນ ສັນຍາສະບັບນີ້ຍັງໄດ້ລະບຸເຖິງຂອດການຊຳລະສະສາງ, ການນຳເອົາເງິນສົດເຂົ້າ-ອອກ ກໍຄືພາຫະນະ ແລະ ຜູ້ຜ່ານແດນອື່ນໆເພື່ອສ້າງເງື່ອນໄຂໃຫ້ແກ່ການໄປມາຫາສູ່ລະຫວ່າງປະຊາຊົນສອງຝ່າຍມີ ຄວາມສະດວກສະບາຍຍິ່ງໆຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...