spot_img
Homeຂ່າວການພັດທະນາຈະເປີດໂຮງຮູບເງົາທັນສະໄໝຢູ່ລາວ ໃນທ້າຍເດືອນກໍລະກົດນີ້!

ຈະເປີດໂຮງຮູບເງົາທັນສະໄໝຢູ່ລາວ ໃນທ້າຍເດືອນກໍລະກົດນີ້!

Published on

mejor cineplex

ບໍລິສັດເມເຈີ ພລາດທິນຳ ຊີນີເພລັກ ກຣຸບຈຳກັດ, ຈະເປີດໂຮງຮູບເງົາ ເມເຈີ ພລາດທິນຳ ຊີນີເພລັກ ບາຍ ຮວາເຫວີຍ( MAJOR PLATINUM CINE PLEX BY HUAWEI ) ຊຶ່ງ ເປັນໂຮງຮູບເງົາທັນສະໄໝລະດັບສາກົນແຫ່ງທ ຳອິດຢູ່ລາວ ໃນທ້າຍເດືອນກໍລະກົດນີ້, ໂດຍພິທີຖະແຫຼງຂ່າວໄດ້ມີຂຶ້ນ ໃນວັນທີ 29 ມິຖຸນານີ້, ຢູ່ໂຮງແຮມເສດຖາປາລາຊ ນະຄອນຫຼວງວຽງຈັນ ທ່ານ ວິຊາ ພູນວໍຣະສັກ ປະທານກຳ ມະການບໍລິຫານບໍລິສັດດັ່ງກ່າວຖະແຫຼງວ່າ: ປັດຈຸບັນ ເມເຈີ ພລາດທິນຳ ຊີນີເພລັກ ກຣຸບ ຈຳກັດ, ມີ ໂຮງຮູບເງົາທັງໝົດ 544 ແຫ່ງ ແລະ ກຽມຈະຂະຫຍາຍເພີ່ມເປັນພັນແຫ່ງໃນປີນີ້, ໃນນັ້ນ ຢູ່ປະໄທມີຫຼາຍກວ່າ100 ແຫ່ງ ນອກນັ້ນ ຍັງມີຢູ່ປະເທດອື່ນໆ, ສ່ວນການກ່ໍສ້າງໃນລາວແມ່ນການຮ່ວມມືລະຫວ່າງ ເມເຈີ ຊີນີເພລັກ ແລະ ພລາດທິນຳຊີນີ ເພລັກ, ຊຶ່ງສະຖານທີຕັ້ງຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 4 ມີທັງໝົດ 5 ໂຮງ, ໃນນັ້ນມີໂຮງຮູບເງົາ 3 ມິຕິ 1 ໂຮງ ສາມາດ ບັນຈຸຄົນໄດ້ຫຼາຍກວ່າພັນຄົນ, ມາຮອດປັດຈຸບັນການກໍ່ສ້າງຖືວ່າສຳເລັດ 100% ແລະ ພ້ອມທີ່ຈະເປີດໃຫ້ບໍລິການໃນທ້າຍ ເດືອນກໍລະກົດນີ້ ແລະ ເຊື່ອວ່າການເປີດໂຕໂຮງ ຮູບເງົາດັ່ງກ່າວຈະເຮັດໃຫ້ວັດທະນະທຳການຮັບຊົມຮູບເງົາຂອງລາວປ່ຽນໄປ ໂດຍສະເພາະ ແມ່ນທາງເລືອກໃນການຮັບຊົມຮູບເງົາຈາກແຕ່ ກ່ອນຮັບຊົມຢູ່​ເຮືອນ ແຕ່ໂຮງຮູບເງົາດັ່ງກ່າວເຮັດໃຫ້ທ່ານ ໄດ້ຮັບຊົມຮູບເງົາໃນທົ່ວໂລກ, ຊຶ່ງມີຄວາມຕື່ນເຕັ້ນສົມຈິງ ທັງພາບ ແລະ ສຽງ, ແຕ່ລາຄາຍ່ອມເຍົາທຸກຄົນສາມາດຈ່າຍໄດ້, ຊຶ່ງນອກຈາກ ຄວາມສວຍງາມທັນສະໄໝແລ້ວ, ພວກເຮົາຍັງເນັ້ນຄວາມສະດວກສະບາຍໃນການຮັບຊົມ ເຊັ່ນ: ຕັ່ງນັ່ງ, ຫ້ອງນ້ຳ ແລະ ອາຫານຫວ່າງຕ່າງໆ, ພ້ອມນັ້ນ ທາງບໍລິສັດຍັງເປີດໂອກາດໃຫ້ຜູ້ທີ່ສົນໃຈຮ່ວມງານ ເພື່ອຈະຊ່ວຍສ້າງວຽກ ເຮັດງານທຳໃຫ້ປະຊາຊົນລາວນຳອີກ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...