spot_img
Homeຂ່າວເຫດການ ສູນສະຖິຕິແຫ່ງຊາດ ຈັດພິທີຍ່າງເພື່ອສຸຂະພາບ ສະຫລອງວັນສະຖິຕິແຫ່ງຊາດ!

ສູນສະຖິຕິແຫ່ງຊາດ ຈັດພິທີຍ່າງເພື່ອສຸຂະພາບ ສະຫລອງວັນສະຖິຕິແຫ່ງຊາດ!

Published on

walking marathon

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດກິດຈະ ກຳຍ່າງເພື່ອສຸຂະພາບສະຫລອງວັນສະຖິຕິແຫ່ງຊາດຂຶ້ນ ໃນຕອນເຊົ້າວັນທີ 27 ມິຖຸນາຜ່ານມານີ້ທີ່ສວນປະຕູໄຊ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານສົມດີດວງດີລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ມີລັດຖະມົນຕີຊ່ວຍວ່າການ, ຫົວໜ້າສູນສະຖິຕິແຫ່ງຊາດແລະຜູ້ຕາງໜ້າຈາກ ສູນສະຖິຕິປະຈຳແຕ່ລະແຂວງ​ໃນທົ່ວປະເທດ, ພ້ອມດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມຢ່າງຫລວງຫລາຍ.

ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນກ່າວວ່າ: ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດຂອງ ສູນສະຖິຕິແຫ່ງຊາດໄດ້ສົມທົບກັບການຈັດຕັ້ງສະຖິຕິທຸກຂັ້ນທັງລະບົບສາຍຕັ້ງແລະສາຍຂວາງ, ພ້ອມກັນຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ໂດຍຫັນເປັນ ແຜນດຳເນີນງານປະຈຳປີລະອຽດເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະຖິຕິມີຜົນສຳເລັດເປັນກ້າວໆ. ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ບັນດາພະນັກງານ-ລັດຖະກອນທັງພາກລັດ ແລະ ເອກະຊົນລວມເຖິງປະຊາຊົນຮ່ວມກັນປະ

ກອບສ່ວນເຂົ້າໃນວຽກງານສະຖິຕິຢ່າງຈິງໃຈຢູ່ໃນແຕ່ລະຂົງເຂດທົ່ວປະເທດເພື່ອເຮັດໃຫ້ການຜະລິດຂໍ້ມູນສະຖິຕິມີຄວາມຄົບຖ້ວນ, ແທດເໝາະກັບຄວາມເປັນຈິງ, ມີຄຸນນະພາບສາມາດຕອບສະໜອງໃຫ້ແກ່ການວາງນະໂຍບາຍ, ການວາງແຜນການ, ຮຽກຮ້ອງໃຫ້ມີການພັດທະນາຂໍ້ມູນ-ຂ່າວສານທີ່ທັນສະໄໝ, ຖືກຕ້ອງແລະຄົບຖ້ວນ, ພັດທະນາລະບົບການຈັດຕັ້ງສະ ຖິຕິແຫ່ງຊາດແຕ່ສູນກາງລົງຮອດທ້ອງຖິ່ນ, ໂດຍຕິດພັນກັບຂະບວນການສາມສ້າງ, ເລັ່ງໃສ່ປັບປຸງການຜະລິດຂໍ້ມູນສະຖິຕິ ເພື່ອຮັບປະກັນຄຸນນະພາບສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໃນຍຸກໂລກາພິວັດ.

ໂອກາດດຽວກັນ, ກໍໄດ້ມີການປູກຕົ້ນໄມ້ເພື່ອສະເຫລີມສະຫລອງວັນດັ່ງກ່າວຢູ່ສູນສະຖິຕິແຫ່ງຊາດຫລັງໃໝ່ບ້ານ ດົງນາໂຊກເໜືອ ເມືອງສີໂຄດຕະບອງ ທັງແນໃສ່​ປະກອບສ່ວນເຮັດ​ໃຫ້​ນະຄອນຫລວງ​ວຽງ​ຈັນເປັນ​ເມືອງ​ສີຂຽວ​, ​ເມືອງ​ສຸຂະພາບແລະສະອາດ​ງາມຕາ. ສຳລັບ​ຕົ້ນ​ໄມ້​ທີ່​ນຳມາ​ປູກ​ໃນ​ຄັ້ງນີ້ມີ​ທັງ​ໝົດ 60 ຕົ້ນປະກອບມີຕົ້ນໄມ້ຂະຍຸງ, ຕົ້ນ​ຈຳປາ, ໄມ້​ປະດັບ ແລະ ອື່ນໆ​ເພື່ອ​​ເຮັດໃຫ້ສະຖານ​ທີ່​ບໍລິ​ເວນ​ເດີ່ນ​ອ້ອມ​ຂ້າງ​ສູນສະຖິຕິ​ແຫ່ງ​ຊາດຂຽວງາມສົດໃສ​ໃນ​ອະນາຄົດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...