spot_img
Homeຂ່າວເຫດການລາວທຳລາຍຢາເສບຕິດ ໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 28 ປີ

ລາວທຳລາຍຢາເສບຕິດ ໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 28 ປີ

Published on

burning yaba

ເນື່ອງໃນໂອກາດສະເຫລີມສະຫລອງວັນສາກົນຕ້ານຢາເສບຕິດຄົບຮອບ 28 ປີ ແລະ ໃນວັນທີ 26 ມິຖຸນານີ້, ຄະນະກຳມະການກວດກາແລະຄວບຄຸມຢາເສບ ຕິດນະຄອນຫລວງວຽງຈັນ, ໄດ້ຈັດພິທີຈູດທຳລາຍຢາເສບຕິດຈຳ ນວນ 108,94 ກິໂລທີ່ເດີນສະໜາມຫລວງ, ໂດຍການເຂົ້າຮ່ວມຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍປະທານຄະນະກຳ ມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ, ອົງການຈັດຕັ້ງສາກົນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານ ດຣ. ສິນລະວົງ ຄຸດໄພທູນ ກ່າວວ່າ: ໃນໄລຍະຜ່ານມາ, ນະຄອນຫລວງວຽງຈັນໄດ້ຖືເອົາບັນຫາຢາເສບຕິດ ເປັນໄພອັນຕະລາຍຕໍ່ສັງຄົມ, ຖືເປັນຄວາມຮັບຜິດຊອບທາງການເມືອງ ແລະ ກົດໝາຍໂດຍໄດ້ຮ່ວມມືກັບອົງການສະຫະປະຊາຊາດແກ້ໄຂບັນຫານີ້, ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກໃຫ້ຊັ້ນຄົນຕ່າງໆໃນສັງຄົມຮັບຮູ້, ເຂົ້າໃຈເຖິງ ພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ, ເອົາໃຈໃສ່ຟື້ນຟູສະພາບຈິດໃຈ, ຮ່າງກາຍຂອງຜູ້ຕິດຢາເສບຕິດປະເພດຕ່າງໆ ທັງຢູ່ສູນປິ່ນປົວ-ບຳບັດ, ໂຮງໝໍລວມທັງຢູ່ກັບຄອບຄົວ, ເອົາໃຈໃສ່ໃນການປະຕິບັດແຜນການສ້າງບ້ານປອດຢາເສບຕິດຕິດ ພັນກັບການສ້າງບ້ານພັດທະນາ. ມາຮອດປັດຈຸບັນທົ່ວນະຄອນຫລວງວຽງຈັນມີບ້ານປອດຢາເສບຕິດທັງໝົດ 333 ບ້ານ, ສ້າງໂຮງຮຽນປອດຢາເສບຕິດໄດ້ 96 ແຫ່ງ. ສຳລັບເຈົ້າໜ້າທີຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆກໍໄດ້ພະຍາຍາມ ໃນການປະຕິບັດໜ້າທີສາມາດມ້າງຄະດີຢາເສບຕິດໄດ້ 690 ເລື່ອງ,ຈັບກຸ່ມຜູ້ຕ້ອງຫາໄດ້ 1.061 ຄົນ, ຍິງ 191 ຄົນ, ຄົນຕ່າງປະເທດ 15 ຄົນ, ຢຶດຢາບ້າໄດ້ຫລາຍກວ່າໜຶ່ງແສນເມັດ, ເຮໂລອິນ 19,6 ກິໂລ, ຝິ່ນຈໍານວນ​ໜຶ່ງ, ກັນຊາ 967,2 ກິໂລ, ຢາໄອສ໌ 265,9 ກຣາມ, ຜົງຂາວ 5 ກຣາມ ແລະ ຢາອີຈໍານວນໜຶ່ງ.

ຂ່າວໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດປີນີ້ຢູ່ຫລາຍແຂວງກໍໄດ້ຈັດພິທີທໍາຈູດລາຍຢາເສບ ຕິດເປັນຈໍານວນຫລາຍເຊັ່ນກັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...