spot_img
Homeນານາສາລະ5 ປະໂຫຍດ​ຂອງ​ນ້ຳ​ມັນ​ໝາກ​ພ້າວ​ທີ່​ທ່ານ​ອາດ​ບໍ່​ເຄີຍຮູ້

5 ປະໂຫຍດ​ຂອງ​ນ້ຳ​ມັນ​ໝາກ​ພ້າວ​ທີ່​ທ່ານ​ອາດ​ບໍ່​ເຄີຍຮູ້

Published on

ดาวน์โหลด

  1. ຊ່ວຍ​ກະຕຸ້ນ​ການ​ເຜົາ​ຜານ​ໄຂ​ມັນ ມີ​ບັນຫາ​ເລື່ອງ​ຄວາມຕຸ້ຍ​ແລະ​ໄຂ​ມັນ​ສ່ວນ​ເກີນ​ ໃຊ້ນ້ຳ​ມັນ​ໝາກ​ພ້າວ​ໃຫ້ເປັນ​ປະໂຫຍດ​ ໄຂ​ມັນ​ໃນ​ນ້ຳ​ມັນ​ໝາກ​ພ້າວ​ຈະ​ຊ່ວຍ​ກະຕຸ້ນ​ການ​ເຜົາ​ຜານ​ໄຂ​ມັນ​ໃນ​ສ່ວນ​ທ້ອງ​ຂອງ​ທ່ານ ຈາກ​ຜົນ​ການສຶກສາ​ພົບ​ວ່າ​ການ​ຮັບປະທານ​ນ້ຳ​ມັນ​ໝາກ​ພ້າວ​ປະ​ມານ 30 ມິນ​ລິ​ລີດ​ຕໍ່​ມື້​ຈະ​ຊ່ວຍ​ລຸດ​ຊັ້ນ​ໄຂ​ມັນ​ໄດ້
  2. ຊ່ວຍ​ກະຕຸ້ນ​ການເຮັດວຽກງານ​ຂອງ​ສະ​ໝອງ ກົດ​ໄຂ​ມັນ​ສາຍ​ກາງ (medium chain fatty acid) ໃນ​ນ້ຳ​ມັນ​ໝາກ​ພ້າວ​ຊ່ວຍ​ກະຕຸ້ນ​ການເຮັດວຽກຂອງ​ສະໝອງ​ແລະ​ກະ​ບວນ​ການ​ຮັບ​ຮູ້​ຂອງ​ມະນຸດ ນອກ​ຈາກ​ນີ້​ຜົນ​ການສຶກສາ​ຍັງ​ບອກ​ດ້ວຍ​ວ່າ​ກົດ​ໄຂ​ມັນ​ສາຍ​ກາງ ໃນ​ນ້ຳ​ມັນໝາກ​ພ້າວ​ຍັງ​ຊ່ວຍ​ປ້ອງ​ກັນ​ພະຍາດ​ອັນ​ໄຊ​ເມີ​ນຳ
  3. ຊ່ວຍ​ໃຫ້​ກະດູກ​ແຂງ​ແຮງ ປະໂຫຍດ​ອີກ​ຢ່າງ​ໜຶ່ງ​ຂອງ​ນ້ຳ​ມັນ​ໝາກ​ພ້າວ​ຄື ຊ່ວຍ​ເສີມ​ສ້າງ​ຄວາມ​ແຂງ​ແຮງ​ໃຫ້​ກະດູກ ການ​ຮັບປະທານ​ນ້ຳ​ມັນ​ໝາກ​ພ້າວ​ເປັນ​ປະຈຳ​ເປັນ​ການ​ເພີ່ມ​ແຄ​ຊຽມ​ແລະ​ແມກ​ນີ​ຊຽມ​ໃຫ້​ກັບ​ກະດູກ ເຮັດໃຫ້​ກະດູກ​ຈະເລີນ​ເຕີບໂຕ​ໄດ້​ດີ​ແລະ​ແຂງ​ແຮງ
  4. ຊ່ວຍ​ໃຫ້​ຜົມງາມ ລອງເອົາມາ​ໝັກຜົມດ້ວຍນ້ຳ​ມັນ​ໝາກ​ພ້າວ​ໃຫ້​ທົ່ວ​ແລ້ວ​ປະໄວ້​ປະ​ມານ10-15 ນາ​ທີ ແລ້ວ​ຄ່ອຍ​ສະ​ຜົມ​ລ້າງ​ອອກຈະ​ຊ່ວຍ​ໃຫ້​ຜົມ​ຂອງ​ເຈົ້າ​ມີ​ນ້ຳ​ໜັກ​ເງົາ​ງາມ​ຂຶ້ນ
  5. ຊ່ວຍ​ປິ່ນປົວ​ອາການ​ຜິດ​ປົກກະຕິ​ທາງ​ຜິວ​ໜັງ ຜົນ​ການສຶກສາ​ຫລວງຫລາຍ​ພົບ​ວ່າ​ນ້ຳ​ມັນ​ໝາກ​ພ້າວ​ຊ່ວຍ​ປິ່ນປົວ​ອາການ​ຜິດ​ປົກກະຕິ​ທາງ​ຜິວ​ໜັງເຊັ່ນ ພະຍາດຂີ້ທູດ, ສິວ,ນອກ​ຈາກ​ນີ້​ຫາກ​ໃຊ້​ເປັນ​ປະຈຳ​ນ້ຳ​ມັນ​ໝາກ​ພ້າວ​ຍັງ​ຊ່ວຍ​ສະ​ໝານ​ບາດແຜ​ຕ່າງໆ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...