spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສປປ ລາວ ກຽມພ້ອມສະກັດກັ້ນພະຍາດ MERS-CoV

ສປປ ລາວ ກຽມພ້ອມສະກັດກັ້ນພະຍາດ MERS-CoV

Published on

mers-cov

ພະຍາດ MERS-CoV ເປັນພະຍາດ​ທີ່​ມີ​ສາເຫດ​ມາ​ຈາກ​ໄວຣັດ​ຊະນິດ​ໜຶ່ງ ​ທີ່​ພົບ​ໃນ​ສັດ​ຫຼາຍຊະນິດ ໂດຍ​ສະເພາະ​ອູດ ແລະ ຄົ້ນ​ພົບ​ຄັ້ງ​ທຳ​ອິດ​ໃນ​ປະເທດ​ຊາ​ອຸດິ​ອາ​ລາ​ເບຍ ໃນ​ປີ 2012 ອາການ​ຂອງ​ພະຍາດ​ດັ່ງກ່າວ​ທີ່​ມັກພົບ​ແມ່ນ ​ອາການ​ໄຂ້ ໄອ ຫາຍໃຈ​ຝືດ ພ້ອມ​ນັ້ນຍັງ​ພາໃຫ້​ເກີດປອດ​ອັກເສບ​ຮຸນ​ແຮງ ເຊິ່ງ​ເຮັດໃຫ້​ຄົນ​ເຈັບ​ມີ​ໂອກາດ​ເສຍ​ຊີວິດໃນ 36% ຂອງ​ກໍລະນີ​ທັງ​ໝົດ.

ປັດຈຸບັນ ຍັງ​ບໍ່​ທັນ​ມີ​ວັກ​ແຊັງ ຫຼື ຢາ​ປິ່ນປົວ ຫຼື ກັນ​ພະຍາດດັ່ງກ່າວ​ໄດ້ ດັ່ງນັ້ນ ມາດ​ຕະການປ້ອງ​ກັນ​ພື້ນຖານ​ແມ່ນ​ການ​ຮັກສາ​ອະນາໄມເປັນ​ປະຈຳ ໂດຍ​ສະເພາະ ການ​ລ້າງ​ມື ແລະ ນຳ​ໃຊ້ຜ້າ​ອັດ​ປາກ​ເວລາ​ໄອ-ຈາມ ຖ້າ​ບໍ່ຈຳເປັນ​ຄວນ​ຫຼີກ​ລ້ຽງ​ການ​ເດີນທາງ ​ໄປ​ປະເທດ​ທີ່​ກຳລັງ​ມີ​ການລະບາດ​ຂອງ​ພະຍາດ MERS-CoV ອົງການ​ອະນາໄມ​ໂລກ ໄດ້ລາຍ​ງານ​ໃນ​ວັນ​ທີ 3 ມິຖຸນາ 2015 ວ່າ: ມີ​ຜູ້​ຕິດເຊື້ອ MERS-CoV ຈຳນວນ 1.179 ຄົນ ໃນ 25 ປະເທດ​ທົ່ວ​ໂລກ ແລະ ມີ​ຜູ້ເສຍ​ຊີວິດ​ແລ້ວ 442 ຄົນ ແຕ່​ຍັງບໍ່​ທັນ​ມີ​ການ​ລາຍ​ງານ​ພົບ​ການຕິດເຊື້ອ​ໃນ ​ສປປ ລາວ.

ຕໍ່​ສະພາບ​ການ​ດັ່ງກ່າວ ກະຊວງ​ສາທາລະນະ​ສຸກ ຈຶ່ງ​ໄດ້​ເອົາໃຈ​ໃສ່​ໃນ​ການ​ໃຫ້​ຄວາມ​ຮູ້​ແກ່​ປະຊາ​ຊົນ​ກ່ຽວ​ກັບ​ພະຍາດ ແລະ ວິທີ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ ພ້ອມນັ້ນ ຍັງ​ໄດ້​ສົມທົບ​ກັບ​ອົງການ​ອະນາ​ໄມ​ໂລກ ຕິດຕາມ​ສະພາບການ​ລະບາດ​ໃນ​ຕ່າງປະເທດຢ່າງ​ໃກ້ຊິດ ແລະ ສົມທົບ​ກັບ​ຂະແໜງ​ການ​ກ່ຽວຂ້ອງ​ໃນ​ການເອົາໃຈໃສ່​ເຝົ້າ​ລະວັງ ແລະ ຕິດຕາມ​ຜູ້ໂດຍສານ​ທີ່​ເດີນທາງ​ຈາກ​ປະເທດ​ທີ່​ມີ​ການ​ລະບາດ ນອກ​ນີ້ ຍັງ​ໄດ້​ປັບປຸງ​ພື້ນຖານ​ໂຄງ​ລ່າງ ໂດຍ​ສະເພາະ ຫ້ອງ​ວິເຄາະ​ທີ່​ສາມາດ​ກວດ​ເຊື້ອ​ພະຍາດ MERS-CoV ໄດ້​ແລ້ວ ຢູ່​ສູນ​ວິເຄາະ ແລະ ລະບາດ​ວິທະຍາ ພ້ອມ​ທັງອົບຮົມ​ແພດ​ໝໍ ພະຍາບານ ແລະ ພະນັກງານ​ກ່ຽວຂ້ອງ​ໃຫ້​ກຽມພ້ອມ​ໃນ​ການບົ່ງມະຕິ ແລະ ປິ່ນປົວ​ຄົນ​ເຈັບ ຖ້າ​ຫາກ​ພົບ ຫຼື ມີ​ຂໍ້ສົນໃຈ​ເພີ່ມ​ເຕີມ​ກ່ຽວ​ກັບ​ພະຍາດ MERS-CoV ຫຼື ພະຍາດ​ອື່ນໆ ສາມາດ​ສອບ​ຖາມ​ໄດ້​ຜ່ານ​ສາຍດ່ວນ ກະຊວງ​ສາທາລະນະ​ສຸກ ເບີໂທລະສັບ 166.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...