spot_img
Homeຍ້ອງຍໍຄົນດີເດັ່ນຄຳກ້ອນ ຜູ້ມີລົດຈາກເຄື່ອງດາວ

ຄຳກ້ອນ ຜູ້ມີລົດຈາກເຄື່ອງດາວ

Published on

11013283_1597836877169221_3022555854632549762_n

“ຄົນເຮົາຈະເກີດມາຈາກບ່ອນໃດກໍບໍ່ສຳຄັນ ຖ້າເຮົາມີມັນສະໝອງແລະຕີນມືຄົບ ເຮົາຕ້ອງມີຄວາມຫວັງ ແລະວາດແຜນຊີວິດເອົາໄວ້ ແລ້ວເຮັດຄວາມຝັນຂອງເຮົາ ໄປຕາມແບບແຜນ ໂດຍເລິ່ມເຮັດແຕ່ນ້ອຍໄປຫາໃຫຍ່ ຢ່າງມານະອົດທົນມື້ໜຶ່ງ ເຮົາຈະສຳເລັດເອງ” ນີ້ຄື ຄຳເວົ້າຂອງທ່ານຄຳກ້ອນ ນັກທຸລະກິດເຄື່ອງດາວ ທີ່ເຕີບໃຫຍ່ມາຈາກການເປັນລູກຈ້າງສົ່ງເຄື່ອງດາວ.

ທ່ານ ຄຳກ້ອນ ເກີດໃນຄອບຄົວປະຊາຊົນ ຊົນນະບົດຄອບຄົວໜຶ່ງຂອງບ້ານນ້ຳກ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ (ຕອນນັ້ນເມືອງວຽງທອງ ຍັງບໍ່ໄດ້ຮັບການພັດທະນາຄືຊູ່ມື້ນີ້) ເມື່ອອາຍຸ 17 ປີ ໄດ້ເຂົ້າບວດເພື່ອຈະຮຽນຕໍ່ (ເປັນທຳດາຂອງຊົນນະບົດ ທີ່ຕ້ອງອາໄສການບວດ ເປັນເສັ້ນທາງສູ່ການສຶກສາ) ເພາະສະພາບຄອບຄົວໃນຊົນນະບົດ ບໍ່ມີເງື່ອນໄຂທີ່ຈະສົ່ງໃຫ້ລູກໄດ້ຮຽນສູງໆ. ໃນເວລາກຳລັງບວດຢູ່ນັ້ນ ກໍໄດ້ດິ້ນດັ້ນ ຍ້າຍວັດຫຼາຍວັດເພື່ອຊອກຮຽນໜັງສື ແລະແລ້ວກໍມາເຖິງນະຄອນຫຼວງວຽງຈັນ ເຊັ່ນກັນກັບໝູ່ເພື່ອນຫຼາຍໆ ຄົນ ຕ່າງກໍຢາກຂຶ້ນມາຢູ່ວຽງຈັນ ເພື່ອຮຽນຕໍ່. ແລ້ວກໍໄດ້ລາສິກຂາໃນເວລາຕໍ່ມາ.

ພາຍຫຼັງລາສິກຂາອອກມາເບື້ອງຕົ້ນກໍບໍ່ຮູ້ຊິເຮັດຫຍັງ ກໍດິ້ນຮົນຊອກວຽກເຮັດງານທຳ ກໍເລີຍໄດ້ເຂົ້າເຮັດວຽກນຳບໍລິສັດຂາຍເຄື່ອງດາວ (ຜ່ານສອງບໍລິສັດເຄື່ອງດາວ) ເຊິ່ງໃນແຕ່ລະມື້ກໍແມ່ນນຸ່ງເຄື່ອງງາມໆ ຂຶ້ນລົດຫ້ອງການໄປນຳກັນຫຼາຍຄົນ ເລາະໄປແຕ່ລະບ້ານເພື່ອເກັບເງິນດາວ ເຄື່ອງທີ່ໄດ້ປ່ອຍອອກໄປກ່ອນແລ້ວ ແລະໄປນຳສະເໜີສິນຄ້າໃໝ່ໃຫ້ແກ່ລູກຄ້າ ລົງເຮືອນນີ້ຂຶ້ນເຮືອນນັ້ນ ຈາກບ້ານນີ້ໄປບ້ານໃໝ່ ກໍໄດ້ຮູ້ວ່າການເຮັດທຸລະກິດເຄື່ອງດາວ ແມ່ນໄດ້ກຳໄລເປັນກອບເປັນກຳ ແຕ່ກໍຕ້ອງໃຫ້ມີທຶນຮອນຫຼາຍ ເພາະເງິນທຶນຈະນອນຢູ່ນຳເຄື່ອງດາວ ເຮັດແນວນັ້ນໄດ້ປະມານ 5 ປີ  ສາມາດເກັບເງິນຊື້ລົດກະບະຮຸນໄດໄດ້ 1 ຄັນ ຈາກນັ້ນກໍໄດ້ຫັນມາເຮັດດ້ວຍໂຕເອງ ຄືຮັບເຄື່ອງຈາກບໍລິສັດໄປອອກດາວໃຫ້ລູກຄ້າ ແລ້ວທ້ອນເງິນຕໍ່ໄປຈົນເຖິງປີ 2013 ເມື່ອມີທຶນປະມານ 20 ລ້ານ ຈຶ່ງໄດ້ລາອອກຈາກບໍລິສັດເຄື່ອງດາວ ໄປຊື້ເຄື່ອງອອກດາວໃຫ້ລູກຄ້າເອງ ເຊິ່ງກໍສາມາດສ້າງກຳໄລໄດ້ເປັນກອບເປັນ.

ວິທີການດຳເນີນທຸລະກິດກໍຄື ເຮົາຕ້ອງຊອກຮູ້ລາຄາເຄື່ອງແຕ່ລະຢ່າງ ເຊັ່ນ ຕູ້ເຢັນ, ໂທລະພາບ, ພັດລົມ, ແອເຢັນ, ໂທລະສັບ… ແຕ່ລະຍີ່ຫໍ້ ແຕ່ລະລຸ້ນ ແຕ່ລະຂະໜາດ ລາຄາເທົ່າໃດ ແລ້ວມາເຮັດປຶ້ມເພື່ອໄປນຳສະເໜີລູກຄ້າ ເມື່ອລູກຄ້າສົນໃຈຫຍັງ ກໍຕົກລົງເງື່ອນໄຂກັນວ່າ ຈະຈ່າຍຈັກເດືອນ ຫຼືຈັກວັນ ຖືກວັນໜຶ່ງທໍ່ໃດ ເຊິ່ງມາດຕະຖານດົນສຸດແມ່ນ 300 ວັນໃຫ້ຈ່າຍໝົດ, ຖ້າໃຜໃຊ້ເວລາດົນດອກເບ້ຍກໍຈະສູງກວ່າ, ແຕ່ຖ້າໃຜສັນຍາຈ່າຍໃຫ້ໝົດໄວພາຍໃນ ເດືອນໜຶ່ງສອງເດືອນດອກເບ້ຍກໍຈະຖືກກວ່າ ເມື່ອຕົກລົງກັນແລ້ວກໍເຮັດສັນຍາກັນຄັກແນ່ ຖ້າລູກຄ້າມີລັກສະນະຢູ່ບໍ່ເປັນຫຼັກແຫຼ່ງກໍຕ້ອງ ໃຫ້ມີຄົນທີ່ມີຫຼັກແຫຼ່ງຄ້ຳປະກັນໃຫ້ ຈາກນັ້ນແລ້ວກໍໄປຊື້ເຄື່ອງມາໃຫ້ ແລ້ວເລິ່ມເກັບເງິນໄປແຕ່ລະວັນ ຖ້າເຮົາເກັບເງິນເອງບໍ່ທັນ ເຮັດບໍ່ລ້ອນກໍຈ້າງຄົນເກັບເງິນໃຫ້. ນອກຈາກເກັບເງິນແລ້ວ ກໍແມ່ນການເບິ່ງແຍງ ເອົາໃຈໃສ່ຕໍ່ລູກຄ້າ ເຊັ່ນ ຖ້າເຄື່ອງມີບັນຫາ ເປັນຕົ້ນວ່າແອບໍ່ເຢັນດີ, ຕູ້ເຢັນໄຟບໍ່ເຂົ້າ, ຕູ້ຊັກເຄື່ອງໄຟບໍ່ເຂົ້າແບບ ນີ້ກໍຕ້ອງໄດ້ສ້ອມແປງໃຫ້ເຂົາ.

ທ່ານຄຳກ້ອນເລົ່າຕໍ່ວ່າ: ຈາກການດຳເນີນທຸລະກິດເຄື່ອງດາວ ໃນໄລຍະທີ່ຜ່ານມາຮູ້ສຶກພາກພູມໃຈຫຼາຍ, ຕອນທີ່ເປັນພະນັກງານຂາຍເຄື່ອງດາວ ຕອນນັ້ນເງິນເດືອນ 2-3 ລ້ານກໍຮູ້ສຶກດີແລ້ວ ເພາະເຄີຍຄິດວ່າມີພະນັກງານຫຼາຍອົງການ ຫຼືບາງບໍລິສັດກໍບໍ່ໄດ້ເງິນເດືອນຫຼາຍປານນີ້ ຖ້າມີເງິນລົງທຶນເອງກໍຄົງຈະເປັນເລື່ອງດີ. ມາຮອດຕອນນີ້ ໂຕເອງມີເງື່ອນໄຂໄດ້ເຮັດເອງແລ້ວ ແລະໄດ້ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ສາມາດເກັບທ້ອນເງິນທຶນຮອນໄດ້ຫຼາຍຂຶ້ນ ກໍຮູ້ສຶກພາກພູມໃຈຫຼາຍ ເພາະຈາກທີ່ເຮົາເປັນຄົນທຸກຍາກ ບໍ່ມີຕົ້ນທຶນ ແລ້ວເຮົາສາມາດຕັ້ງຕົນຕັ້ງໂຕໄດ້ ມີລົດຂີ່ ມີດິນຢູ່ ກໍຮູ້ສຶກດີໃຈຫຼາຍ. ອີກອັນໜຶ່ງ ທຸລະກິດທີ່ເຮົາເຮັດນີ້ກໍເປັນທຸລະກິດທີ່ປອດໃສຂາວສະອາດ ຈຶ່ງມີຄວາມສະບາຍໃຈຫຼາຍ.

ທ່ານຄຳກ້ອນ ເປີດເຜີຍວ່າ ໃນແຕ່ລະເດືອນ ຕ້ອງລົງທຶນຕ່ຳສຸດ 25 ລ້ານກີບ ແລະສາມາດເກັບເງິນໄດ້ເດືອນລະປະມານ 50 ລ້ານກີບ ນັ້ນກໍໝາຍຄວາມວ່າມີກຳໄລຢູ່ປະມານ 25 ລ້ານ. ໂດຍປົກກະຕິຈະມີລູກຄ້າ ທີ່ເຮົາຕ້ອງໄປເກັບເງິນຢູ່ທຸກມື້ແມ່ນ 100 ຄົນ ສ່ວນຫຼາຍແມ່ນລົງໃຫ້ເຮືອນປະຊາຊົນ ຫຼືຜູ້ມີຫຼັກແຫຼ່ງທີ່ແນ່ນອນ.

ແນວໃດກໍຕາມ, ທ່ານຄຳກ້ອນໄດ້ໃຫ້ທັດສະນະວ່າ ໃນອະນາຄົດຕົນເອງຈະສືບຕໍ່ທຸລະກິດນີ້ໄປ ຈົນວ່າທຸລະກິດນີ້ໄປບໍ່ໄດ້ ເພາະວ່າປະເທດຊາດກຳລັງໄດ້ຮັບການພັດທະນາ ຜູ້ຄົນເຂົ້າເຖິງແຫຼ່ງຂໍ້ມູນໄດ້ງ່າຍຂຶ້ນ ສິນຄ້າຫຍັບເຂົ້າໃກ້ຜູ້ບໍລິໂພກຈົນຮອດຕີນຂັ້ນໄດ ດັ່ງນັ້ນ ການຂາຍເຄື່ອງດາວນັບມື້ຂາຍຍາກຂຶ້ນ ແລະໄດ້ກຳໄລໜ້ອຍລົງ. ດັ່ງນັ້ນ, ຖ້າມື້ໃດທຸລະກິດເຄື່ອງດາວໄປບໍ່ໄດ້ແລ້ວ ກໍຈະເຮັດທຸລະກິດອື່ນ ຢູ່ພາຍໃນຄອບຄົວ ໂດຍສະເພາະແມ່ນອາດຈະສ້າງຜະລິດຕະພັນໃດໜຶ່ງ ທີ່ຜະລິດເອງພາຍໃນຄອບຄົວຂາຍເປັນສິນຄ້າ.

ສຸດທ້າຍ ທ່ານກ້ອນໄດ້ຝາກຄວາມເຖິງ ຜູ້ອ່ານວາລະສານມະຫາຊົນ ໂດຍສະເພາະແມ່ນຜູ້ທີ່ຄິດຢາກຈະເລິ່ມຕົ້ນ ເຮັດວຽກເພື່ອຫາເງິນຫຼືເຮັດທຸລະກິດ ວ່າ: ຄົນເຮົາຈະເກີດມາຈາກບ່ອນໃດກໍບໍ່ສຳຄັນ ຖ້າເຮົາມີມັນສະໝອງແລະຕີນມືຄົບ ເຮົາຕ້ອງມີຄວາມຫວັງ ແລະວາດແຜນຊີວິດເອົາໄວ້ ແລ້ວເຮັດຄວາມຝັນຂອງເຮົາ ໄປຕາມແບບແຜນ ໂດຍເລິ່ມເຮັດແຕ່ນ້ອຍໄປຫາໃຫຍ່ ຢ່າງມານະອົດທົນມື້ໜຶ່ງ ເຮົາຈະສຳເລັດເອງ, ຂ້າພະເຈົ້າເອງກໍເລິ່ມຈາກສູນຄືກັນ ເລິ່ມຈາກເປັນລູກຈ້າງລາຍເດືອນ, ຕໍ່ມາກໍເປັນລູກຈ້າງລະດັບໃຫຍ່ຂຶ້ນ ແລະສຸດທ້າຍເຮົາກໍເຮັດເປັນໂຕຂອງເຮົາເອງ. ຈຶ່ງຂໍເປັນກຳລັງໃຈໃຫ້ທຸກທ່ານ ທີ່ກຳລັງຄິດເລິ່ມຕົ້ນຫາເງິນວ່າ ໃຫ້ລົງມືເຮັດໂລດ ເລິ່ມເຮັດແຕ່ນ້ອຍໄປຫາໃຫຍ່ ເກັບກ່ຽວປະສົບການ ແລະທ້ອນໂຮມເງິນຄຳ ແລະຢ່າລະຖິ້ມຄວາມຕັ້ງໃຈທີ່ຍາວນານ ເຮັດມັນແລະເຮັດມັນແລະເຮັດມັນ ສຸດທ້າຍຈະປະສົບຜົນສຳເລັດເອງ.

10378547_1552735511679358_6447210725868088956_n

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...