spot_img
Homeຂ່າວຕ່າງປະເທດຣັດເຊຍ ແລະ ອີຢິບ ຊ້ອມຮົບຮ່ວມກັນຄັ້ງທຳອິດ ສານສຳພັນຕ້ານຝ່າຍຕາເວັນຕົກ!

ຣັດເຊຍ ແລະ ອີຢິບ ຊ້ອມຮົບຮ່ວມກັນຄັ້ງທຳອິດ ສານສຳພັນຕ້ານຝ່າຍຕາເວັນຕົກ!

Published on

558000006823201

ຣັດເຊຍ ແລະ ອີຢິບ ດຳເນີນການຊ້ອມຮົບທາງທະເລຮ່ວມກັນເປັນຄັ້ງທຳອິດ ເພື່ອສານສຳພັນລະຫວ່າງສອງປະເທດ ໃນໄລຍະທີ່ຊາດຕາເວັນຕົກ ມີທ່າທີແຂງກະດ້າງຕໍ່ຄວາມໝັ້ນຄົງຂອງຣັດເຊຍ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນພຸດທີ 10​ ມິຖຸນາຜ່ານມານີ້ວ່າ ຣັດເຊຍ ແລະ ອີຢິບ ໄດ້ດຳເນີນການຊ້ອມຮົບທາງທະເລຮ່ວມກັນ ພາຍໃຕ້ຊື່ ຂົວແຫ່ງມິດຕະພາບ (Bridge of Friendship 2015) ເຊິ່ງເລີ່ມຕົ້ນຂຶ້ນໃນວັນທີ 10 ມິຖຸນາຜ່ານມາ ແລະ ຈະມີຈົນເຖິງວັນທີ 14 ມິຖຸນານີ້ ທີ່ທະເລເມດີແຕຣານຽນ ໃກ້ກັບຊາຍຝັ່ງຂອງປະເທດອີຢິບ.

ການຊ້ອມຮົບຄັ້ງນີ້ ມີເຮືອຮົບຂອງຣັດເຊຍ ແລະ ອີຢິບຫລາຍລຳເຂົ້າຮ່ວມ ເຊິ່ງຣັດເຊຍພະຍາຍາມທີ່ຈະສານສຳພັນກັບປະເທດອີຢິບ ເຊິ່ງເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນກຸ່ມປະເທດອາຫລັບ ຫລັງຈາກທີ່ໄດ້ປະເຊີນໜ້າດ້ວຍສົງຄາມເຢັນຮູບແບບໃໝ່ກັບບັນດາປະເທດຕາເວັນຕົກ ນັບຕັ້ງແຕ່ວິກິດການອູແກຣນເມື່ອປີ 2014 ເປັນຕົ້ນມາ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...