spot_img
Homeເກາະຕິດກິລາຊີເກມກະຕໍ້ຊິນລອນ‬ລາວຍາດໄດ້ 2 ຫຼຽນເງິນໃນຊີເກມຄັ້ງທີ 28 ທີ່ສິງກະໂປ

ກະຕໍ້ຊິນລອນ‬ລາວຍາດໄດ້ 2 ຫຼຽນເງິນໃນຊີເກມຄັ້ງທີ 28 ທີ່ສິງກະໂປ

Published on

ທັບນັກກິລາກະຕໍ້-ຊິນລອນຊາຍທີມຊາດລາວສ້າງຜົນງານໄດ້ຢ່າງໂດດເດັ່ນເກີນຄວາມຄາດໝາຍຍາດມາໄດ້ 2 ຫຼຽນເງິນໃນການແຂ່ງຂັນກິລາກະຕໍ້-ຊິນລອນງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປເປັນເຈົ້າພາບລະຫວ່າງວັນທີ 5-16 ມິຖຸນານີ້, ໂດຍໄດ້ຈາກລາຍການລິງຄິງແລະລາຍການເທັກນິກຂັ້ນສູງ.

ການແຂ່ງຂັນກິລາກະຕໍ້-ຊິນລອນໃນງານມະຫາກຳກິລາຊີເກມຄັ້ງທີ 28 ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 6 ມິຖຸນາຜ່ານມາທີ່ສູນກິລາກັລລັງປະເທດສິງກະໂປ, ໃນຂະນະທີ່ ສປປ ລາວເຮົາສົ່ງນັກກິລາລົງຊີງໄຊ 2 ລາຍການຄື: ລາຍການລິງຄິງ ແລະ ລາຍການເທັກນິກຂັ້ນສູງ, ຜ່ານການແຂ່ງຂັນປະກົດວ່າ ນັກກິລາກະຕໍ້-ຊິນລອນທີມຊາດລາວເຮົາ ທີ່ລົງຂ່ງຂັນໃນລາຍການລິງຄິງ ກໍ່ສາມດສ້າງຜົນງານພິກຄວາມຄາດໝາຍໄດ້ຫຼຽນເງິນມາຄອງ, ເມື່ອໃນການແຂ່ງຂັນຮອບຊີງຊະນະເລີດຫຼືຮອບຊີງຫຼຽນຄຳທັບນັກກິລາກະຕໍ້-ຊິນລອນທີມຊາດລາວ ເສຍໃຫ້ນັກກິລາທີມຊາດກຳປູເຈຍ0-2 ເຊັດ ໂດຍໃນເຊັດທຳອິດເສຍ 145-152 ແລະເຊັດທີ 2 ເສຍ 154-156 ລວມສອງເຊັດເສຍ299-308 ຄະແນນສົ່ງຜົນໃຫ້ຄວ້າພຽງຫຼຽນເງິນມາຄອງ.

ສ່ວນລາຍການເທັກນິກຂັ້ນສູງຮອບຊີງຫຼຽນຄຳນັກກິລາທີມຊາດລາວພົບກັບນັກກິລາທີມຊາມຽນມາເຈົ້າຂອງຕົ້ນສະບັບກິລາກະຕໍ້-ຊິນລອນ, ຜ່ານການແຂ່ງຂັນຜົນປາກົດວ່າລາວເຮົາສູ້ບໍ່ໄຫວ ເສຍໃຫ້ມຽນມາ 0-2ເຊັດດ້ວຍຄະແນນ 43-68 ແລະ 44-72 ລວມ 87-140 ຄະແນນຄວ້າຫຼຽນເງິນມາຄອງເຊັ່ນກັນ.

ສໍາລັບນັກກິລາກະຕໍ້-ຊິນລອນຊາຍທີມຊາດລາວ ປະກອບມີ ທ້າວ ໂຍທິນ ສົມບັດພູທອນ, ທ້າວ ວຽງນະຄອນ ກິດນາລີ, ທ້າວ ວິລິຍັນ ສົມບັດພູທອນ, ທ້າວ ຈັນທະລັກ ຈັນທະວົງ, ທ້າວ ສາຍຄຳ ສາຍຄຳ, ທ້າວ ບຸນຍົງ ເຄນພະຈັນ, ທ້າວ ພິດທະສັນ ບຸນປະເສີດ ແລະ ທ້າວ ວິໄຊ ພົມມະວົງສາ.

11415380_866074993430148_1845200562233249387_n

10985930_866075193430128_3121183037760998668_n

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...