spot_img
Homeເກາະຕິດກິລາຊີເກມ“ຄຳຫຼ້າ ສຸຂະພອນ” ໄປບໍ່ເຖິງຈຸດໝາຍໄດ້ພຽງຫຼຽນທອງໃນຊີເກມຄັ້ງທີ 28 ທີ່ສິງກະໂປ

“ຄຳຫຼ້າ ສຸຂະພອນ” ໄປບໍ່ເຖິງຈຸດໝາຍໄດ້ພຽງຫຼຽນທອງໃນຊີເກມຄັ້ງທີ 28 ທີ່ສິງກະໂປ

Published on

ນັບວ່າເປັນຂ່າວຮ້າຍ ສຳລັບແຟນກິລາລາວທົ່ວປະເທດ ເມື່ອຄຳຫຼ້າ ສຸຂະພອນ ນັກກິລາວູຊູ ຄວາມຫວັງຫຼຽນຄຳໜຶ່ງດຽວທັງເປັນເຈົ້າຂອງຫຼຽນຄຳຊີເກມຄັ້ງທີ 27 ທີ່ປະເທດມຽນມາ ໃນປີ 2013 ຕ້ອງມາຖອນຕົວກະທັນຫັນ ໃນຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ ເພາະໄດ້ຮັບບາດເຈັບທີ່ຫົວເຂົ່າເບື້ອງຂວາຢ່າງໜັກ ຈົນບໍ່ສາມາດຂຶ້ນຊົກຕໍ່ໄດ້ສົ່ງຜົນໃຫ້ ຄຳຫຼ້າ ສຸຂະພອນ ຢຸດພຽງຫຼຽນທອງເທົ່ານັ້ນ, ໃນຂະນະທີ່ ເລຂາທິການສະຫະພັນກິລາວູຊູແຫ່ງຊາດລາວກໍ່ສະແດງຄວາມເສຍໃຈທີ່ ຄຳຫຼ້າ ສຸຂະພອນ ບໍ່ສາມາດໄປເຖິງເປົ້າໝາຍໄດ້.


ເສັ້ນທາງການລຸ້ນຫຼຽນຄຳຂອງຄຳຫຼ້າ ສຸຂະພອນ ນັກກິລາມວຍວູຊູທີມຊາດລາວ ຮຸ່ນນ້ຳໜັກ 60 ກິໂລກຣາມໃນງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ ເປັນເຈົ້າພາບລະຫວ່າງວັນທີ 5-16 ມິຖຸນານີ້ຕ້ອງຈົບລົງພຽງແຕ່ຫຼຽນທອງເທົ່ານັ້ນຫຼັງໃນຮອງຊະນະເລີດຫຼືຮອບຊີງຫຼຽນເງິນ“ ຄຳຫຼ້າ” ບໍ່ສາມາດຂຶ້ນສັງວຽນແຂ່ງຂັນກັບທ້າວຮ໋ອງວັນເກົານັກກິລາທີມຊາດຫວຽດນາມຕໍ່ໄປໄດ້ແລະຕ້ອງຂໍຖອນຕົວຈາກການແຂ່ງຂັນແບບກະທັນຫັນເນື່ອງຈາກໄດ້ຮັບບາດເຈັບຢ່າງໜັກທີ່ເອັນຫົວເຂົ່າເບື້ອງຊາຍຈາກການຂຶ້ນສັງວຽນໃນຮອບທຳອິດທີ່ສາມາດເອົາຊະນະທ້າວໂລຍຣິນດານັກກິລາທີມຊາດກຳປູເຈຍມາໄດ້ 2-0 ຍົກດ້ວຍຄະແນນ 1-0 ທັງສອງຍົກສົ່ງຜົນໃຫ້“ຄຳຫຼ້າ ສຸຂະພອນ”ໄດ້ພຽງຫຼຽນທອງໃນຊີເກມຄັ້ງນີ້ເຊິ່ງບໍ່ສາມາດປ້ອງກັນແຊ້ມຫຼຽນຄຳຊີເກມສະໄໝທີ 2 ໄວ້ໄດ້.


ເຖິງຢ່າງໃດກໍ່ຕາມ ທ່ານສີທາ ຈູຢາປະເສີດ ເລຂາທິການສະຫະພັນກິລາວູຊູແຫ່ງຊາດລາວທັງເປັນຮອງຫົວໜ້າຄະນະນຳພານັກກິລາວູຊູລາວເຂົ້າຮ່ວມຊີເກມຄັ້ງທີ 28 ກ່າວວ່າ: ເປັນທີ່ໜ້າເສຍດາຍຢ່າງຍິ່ງສຳລັບນັກກິລາຂອງເຮົາເມື່ອກ້າວມາເຖິງຈຸດນີ້ແລ້ວແຕ່ບໍ່ສາມາດໄປຕໍ່ໄດ້ທັງນີ້ກໍ່ເນື່ອງມາຈາກອາການບາດເຈັບຂອງນັກກິລາ (ຄຳຫຼ້າສຸຂະພອນ) ທີ່ເກີດຂຶ້ນໃນລະຫວ່າງການແຂ່ງຂັນໃນຮອບທຳອິດທີ່ເອົາຊະນະຄະແນນນັກກິລາທີມຊາດກຳປູເຈຍ 2-0 ຍົກແລະບໍ່ສາມາດຂຶ້ນຊົກໃນຮອບຊີງຫຼຽນເງິນໄດ້ສົ່ງຜົນໃຫ້ໄດ້ພຽງແຕ່ຫຼຽນທອງເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ຖືວ່າຄຳຫຼ້າລາວເຮັດດີທີ່ສຸດແລ້ວແຕ່ເມື່ອນັກກິລາເຈັບແລະບໍ່ສາມາດຂຶ້ນສັງວຽນໄດ້ເຮົາກໍ່ຕ້ອງຍອມຮັບສະພາບ, ໃນນາມຕາງໜ້າຄະນະນໍານັກກິລາ ຂໍສະແດງຄວາມເສຍໃຈແລະຂໍໂທດແຟນກິລາລາວທົ່ວປະເທດໂດຍສະເພາະແມ່ນແຟນກິລາມວຍວູຊູທີ່ຄອຍເປັນແຮງໃຈ, ຊົມເຊຍ ແລະ ໃຫ້ການສະໜັບສະໜູນນັກກິລາພວກເຮົາຕະຫຼອດມາ.

11401465_866074383430209_145178039636370602_n

11407309_866074350096879_1472852372002481560_n

ຂ່າວແລະພາບໂດຍ: ລູກນ້ຳເຊ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...