ສົມເດັດອັກຄະມະຫາທຳໂພທິສານ ເຈຍ ຊິມ ປະທານວຸດທິສະພາ ແລະ ຫົວໜ້າພັກປະຊາຊົນກຳປູເຈຍ (CCP) ໄດ້ເຖິງແກ່ອະສັນຍະກຳ ໃນຕອນບ່າຍວັນທີ 8 ມິຖຸນາຜ່ານມານີ້ ລວມອາຍຸໄດ້ 82 ປີ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ມິຖຸນານີ້ ໂດຍອ້າງຄຳປະກາດຂອງໂຄສົກພັກປະຊາຊົນກຳປູເຈຍວ່າ ທ່ານ ສົມເດັດອັກຄະມະຫາທຳໂພທິສານ ເຈຍ ຊິມ ຫລື ສົມເດັດ ເຈຍ ຊິມ ໄດ້ເຖິງແກ່ອະສັນຍະກຳແລ້ວ ພາຍໃນເຮືອນພັກຢູ່ນະຄອນຫລວງພະນົມເປັນ ເມື່ອເວລາ 15:45 ໂມງ ຕາມເວລາໃນທ້ອງຖິ່ນ ຂອງມື້ວັນທີ 8 ມິຖຸນາ 2015 ດ້ວຍໂລກຊະລາ ລວມອາຍຸໄດ້ 82 ປີ.
ສົມເດັດ ເຈຍ ຊິມ ແມ່ນເຮັດໜ້າທີ່ເປັນປະທານລັດຖະສະພາກຳປູເຈຍ ໃນລະຫວ່າງປີ 1981 – 1998 ແລະ ເປັນປະທານວຸດທິສະພາ ນັບແຕ່ປີ 1999 ເປັນຕົ້ນມາ ຈົນເຖິງເສຍຊີວິດ. ປັດຈຸບັນ ນາຍົກລັດຖະມົນຕີຮຸນແຊນ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ມີຄຳສັ່ງໃຫ້ມີການໄວ້ທຸກຢ່າງເປັນທາງການ ໃນວັນສຸກທີ 19 ມິຖຸນາທີ່ຈະມາເຖິງນີ້.
