spot_img
Homeຂ່າວການພັດທະນາຄົນຂໍທານໃນ​ຕົວ​ເມືອງ! ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ​​ຕ້ອງ​ໄດ້​ເລັ່ງ​ແກ້​ໄຂ!

ຄົນຂໍທານໃນ​ຕົວ​ເມືອງ! ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ​​ຕ້ອງ​ໄດ້​ເລັ່ງ​ແກ້​ໄຂ!

Published on

bm82l22h copy

ໃນ​ໄລຍະ​ຜ່ານ​ມາ, ບັນຫາ​ຄົນ​ຂໍທານ​ໃນ​ຕົວ​ເມືອງ ​ໂດຍ​ສະ​ເພາະ​ຢູ່​ນະຄອນ ຫລວງ​ວຽງຈັນ ​ໄດ້​ເກີດມີ​ມາ​ຫລາຍ​ປີ ​ແລະ ຕົກ​ມາ​ປີ​ນີ້ ສະພາບ​ດັ່ງກ່າວ ​ເຫັນ​ວ່ານັບ​ມື້​ແຜ່​ຫລາຍ ​ແລະ ໜາ​ຕາອັນ​ໄດ້​ສ້າງ​ພາບ​ພົດ​ບໍ່​ຈົບງາມ​ໃຫ້​ແກ່​ຕົວ​ເມືອງ ​ແລະ ພວມ​ກາຍ​ເປັນ​ບັນຫາ​ແກ້​ໄຂ​ຍາກ.

ສະພາບ​ດັ່ງກ່າວ​ໃນ​ຜ່ານ​ມາ, ທາງ​ພາກສ່ວນ​ກ່ຽວຂ້ອງ​ເຄີຍ​ໄດ້​ນຳ​ພວກ​ເຂົາ​ໄປ​ສຶກສາ​ອົບຮົມ ​ແລະ ບອກສອນ​ຫາ​ທາງ​ອອກ​ທີ່​ດີ​ໃຫ້​ກຸ່ມ​ຄົນ​ຂໍທານ​ເຫລົ່າ​ນັ້ນ​ໄປ​ທຳ​ມາ​ຫາ​ກິນ​ດ້ວຍ​ຄວາມ​ຊື່ສັດ​ຕາມ​ເຫື່ອ​ແຮງ ​ແລະ ຄວາມ​ສາມາດ​ຂອງ​ຕົນ, ​ແຕ່​ມາ​ເບິ່ງ​ແລ້ວສະ ພາບ​ການ​ຂໍທານ​ໃນ​ຕົວ​ເມືອງ, ສ່ວນ​ໃຫຍ່​ແມ່ນ​ຄົນ​ມາ​ຈາກ​ທ້ອງ​ຖິ່ນ​ຕ່າງໆ, ຊຶ່ງ​ເລີ່​ມ​ແຕ່​ເດັກນ້ອຍຍິງ-ຊາຍ​ໄປ​ເຖິງ​ຄົນ​ເຖົ້າ​ແກ່​ຊະລາ, ບາງ​ກໍລະນີ​ກໍ​ພາກັນ​ມາ​ເປັນ​ຄອບຄົວ​ອຸ້ມ​ລູກ​ເຕົ້າ​ເລາະ​ຕາມ​ສະຖານ​ທີ່​ຕ່າງໆ, ຕາມ​ສະຖານ​ທີ່​ຫົນທາງ,ຕະຫລາດ, ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ປະຊາຊົນ ​ແລະ ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ກໍ​ພາ​ລູກ​ເຕົ້າ​ເດັກນ້ອຍ ຜູ້​ໄຮ້​ດຽງສາ​ຍ່າງ​ເຂົ້າ​ຮ້ານ​ອາຫານ, ຮ້ານ​ກິນດື່ມ ຫລື ພາກັນ​ນັ່ງ​ຕາມ​ຮົ່ມ​ໄມ້​ແຄມ​ທາງ ​ເພື່ອ​ຂໍທານ​ກັບ​ນັກ​ທ່ອງ​ທ່ຽວ​ທີ່​ຍ່າງ​ໄປມາຢ່າງ​ບໍ່​ມີ​ຄວາມ​ຈົງ​ຈຽງ ​ເມື່ອ​ຕົກ​ຢູ່​ໃນ​ສະພາບ​ຄື​ແນວ​ນີ້​ສັງຄົມ​ໄດ້​ມີ​ຫລາຍ​ຄວາມ​ຄິດ ​ເພື່ອ​ຂໍ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຊອກ​ຫາ​ທາງ​ອອກ ​ໂດຍສະ​ເພາະ ​ແມ່ນ​ຂະ​ແໜງ​ສະຫວັດ​ດີກາ​ນສັງຄົມ, ຕ້ອງ​ເປັນ​ຫລັກ​ໃນ​ການ​ແກ້​ໄຂ, ​ເຊິ່ງຄົນ​ຂໍທານ​ສ່ວນ​ຫລາຍ​ມັກ​ຈະ​ອ້າງ​ວ່າ​ມາ​ຈາກ​ເມືອງ​ປະທຸມ​ພອນ ​ແຂວງ​ສະຫວັນ​ນະ​ເຂດ. ​ເມື່ອ​ເຂົ້າ​ມານະ​ຄອນ​ຫລວງ​ວຽງ​ຈັນ​ແລ້ວ ພວກ​ເຂົາ​ຈະ​ອາ​ໄສ​ວັດວາ​ເປັນ​ບ່ອນ​ຫລັບ​ນອນ​ຍາມ​ຄ່ຳ​ຄືນ​ຕອນ​ເຊົ້າ ກໍ​ຊອກ​ເລາະ​ຂໍທານ​ໄປ ​ແລະ ພວກ​ຂໍທານ​ນີ້ ບໍ່​ສະ​ເພາະ​ແຕ່​ມາ​ຈາກ​ແຂວງ​ສະຫວັນ​ນະ​ເຂດ ຊຶ່ງ​ຈຳນວນ​ໜຶ່ງ​ກໍ​ມາ​ຈາກ​ເມືອງ​ອ້ອມ​ຂ້າງ​ນະຄອນຫລວງ​ວຽງ​ຈັນກໍ​ມີ. ຕໍ່​ບັນຫານີ້ ​ເຫັນ​ວ່າ​ເຖິງ​ເວລາ​ທີ່​ຂະ​ແໜງ​ການ​ກ່ຽວຂ້ອງ​ຈະ​ຊອກ​ວິທີ​ການ​ແກ້​ໄຂ​ໃນ​ທາງ​ທີ່​ເໝາະ​ສົມ ​ແລະ ຈັດ​ສົ່ງ​​ເຂົາ​ເຈົ້າ​ຄືນ​ໃຫ້​ອຳນາດ​ການ​ປົກຄອງ​ບ່ອນ​ເຂົາ​ຢູ່​ອາ​ໃສ​ ​ເພື່ອຄຸ້ມ​ຄອງ ​ແລະ ມີ​ວິທີ​ແກ້​ໄຂ ​ເພື່ອ​ສ້າງ​ນະຄອນຫລວງ​ວຽງຈັນ ​ໃຫ້​ມີ​ຄວາມ​ຟົດ​ຟື້ນ​ທີ່​ດີ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ, ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ ​ແລະ ການ​​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ໃນ​ປີ 2016 ​ໃຫ້​ມີ​ຜົນສຳ​​ເລັດ​ຈົບງາມ ​ແລະ ​ເປັນ​ທີ່​ເອກອ້າງ​ແຂກ​ບ້ານ​ແຂກ​ເມືອງ​ຜູ້​ມາ​ທ່ຽວ​ຊົມ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...