spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ຕຳຫລວດ ຈັດພິທີທຳລາຍຕູ້ເກມຜິດກົດໝາຍ ທີ່ຍຶດໄດ້ຕາມຮ້ານຢູ່ ນ.ວ!

ເຈົ້າໜ້າທີ່ຕຳຫລວດ ຈັດພິທີທຳລາຍຕູ້ເກມຜິດກົດໝາຍ ທີ່ຍຶດໄດ້ຕາມຮ້ານຢູ່ ນ.ວ!

Published on

burning game box

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຄຸ້ມຄອງຄົນຕ່າງປະເທດ, ກະຊວງປ້ອງກັນຄວາມ ສະຫງົບ, ໄດ້ຈັດພິທີທຳລາຍຕູ້ເກມຜິດກົດໝາຍຫລາຍສີບໜ່ວຍ ທີ່ຢຶດໄດ້ຈາກ ບັນດາຮ້ານອາຫານ, ຮ້ານສະນຸກເກີຂອງຊາວຕ່າງປະເທດທີ່ລັກລອບ ເປີດໃຫ້ ບໍລິການຢູ່ໃນນະຄອນຫລວງວຽງຈັນ.

ທ່ານຮອງຫົວໜ້າກົມຕຳຫລວດຄຸ້ມຄອງຄົນຕ່າງປະເທດກົມໃຫຍ່ສັນຕິບານ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຂອງຕົນໄດ້ລົງກວດກາ ແລະ ຢຶດຕູ້ເກມ ຍອດຫລຽນທີ່ບໍ່ໄດ້ຮັບອະນຸຍາດມາທຳລາຍຖີ້ມແລ້ວ 3 ຄັ້ງ, ຊຶ່ງລວມມີຈຳນວນ 144 ໜ່ວຍ ແລະ ພຽງແຕ່ຕົ້ນເດືອນມີນາຫາທ້າຍເດືອນພຶດສະພານີ້, ກໍສາມາດ ກວດກາ ແລະ ຢຶດໄດ້ຕື່ມອີກຈຳນວນ 52 ໜ່ວຍຢູ່ຕາມຮ້ານອາຫານ, ຮ້ານບັນເທິງ, ຮ້ານສະໜຸກເກີຂອງຊາວຫວຽດນາມ ແລະ ຈີນຢູ່ນະຄອນຫລວງວຽງຈັນ ແລະ ໄດ້ມາທຳລາຍຖິ້ມ.

ທ່ານຮອງຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ເຄື່ອງຫລິ້ນການພະນັນດັ່ງກ່າວ, ແມ່ນສາເຫດໜຶ່ງທີ່ພາໃຫ້ເກີດປະກົດການຫຍໍ້ ທໍ້ທາງສັງຄົມ ແລະ ໄລຍະຜ່ານມາເຖິງວ່າໄດ້ມີການກວດກາ, ຢຶດ, ທຳລາຍ ແລະ ສຶກສາອົບຮົມຜູ້ລັກລອບໃຫ້ບໍລິການມາ ຫລາຍຄັ້ງກໍຕາມ, ແຕ່ຍັງປະກົດມີສະພາບການລັກລອບນຳເຂົ້າ ແລະ ເປີດໃຫ້ບໍລິການດ້ວຍການແອບແຝງຢູ່ຕາມ ຫ້າງຮ້ານ ຕ່າງໆເປັນຈຳນວນຫລາຍ,ສະນັ້ນເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ຫລຸດໜ້ອຍລົງ,ຈະໄດ້ເພີ່ມທະວີການປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ລຽບຕາມຊາຍແດນເພື່ອເລັ່ງກວດກາ ແລະ ສະກັດການນຳເຂົ້າສີນຄ້າດັ່ງກ່າວໃຫ້ເຂັ້ມງວດກວ່າເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...