spot_img
Homeຂ່າວເຫດການ​ໂຮມ​ຊຸມນຸມ ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິງ ຄົບຮອບ 125 ປີ

​ໂຮມ​ຊຸມນຸມ ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິງ ຄົບຮອບ 125 ປີ

Published on

Hochiminh

ໃນ​ຕອນ​ເຊົ້າ​ວັນ​ທີ 19 ພຶດສະພາ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ ​​ແລະ​ ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ, ຄະນະ​ພັກ-ອຳນາດ​ການ​ປົກຄອງ​ນະຄອນຫລວງ​ວຽງ​ຈັນ ຮ່ວມ​ກັບສະຖານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ລາວ, ​ໄດ້​ພ້ອມ​ກັນ​ຈັດ​ງານ​ໂຮມ​ຊຸມ​ນຸມ​ລະ​ນຶກວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິງ ຄົບຮອບ 125ປີ, ຂຶ້ນ​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ, ນະຄອນ ຫລວງ​ວຽງ​ຈັນ ດ້ວຍ​ບັນຍາກາດ​ອັນ​ຟົດ​ຟື້ນ, ​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາ ທິການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ​ແຫ່ງ​ ສປປ ລາວ, ສະຫາຍ ທອງ​ລຸນ ສີ​ສຸສິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ສະຫາຍ ຫງວຽນ​​ແມັງ​ຮຸ່ງ ​

ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ສສ ຫວຽດ ນາມ ປະຈຳ​ລາວ, ມີ​ບັນດາ​ການ​ນຳ, ທະຫານ, ຕຳຫລວດ ​ແລະ ພະນັກງານ​ຈາກ​​ກະຊວງ​ອ້ອມ​ຂ້າງ​ສູນ​ກາງ, ນັກ​ຮຽນ, ນັກ​ສຶກສາ, ຕົວ​ແທນ​ຊາວ​ນະຄອນຫລວງ​ວຽງ​ຈັນ ​ແລະ ຊາວ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ນະຄອນຫລວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

​ໃນ​ງານ​ດັ່ງກ່າວ ສະຫາຍ ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ ​ແລະ ກິລາ, ປະທານ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ຂັ້ນ​ສູນ​ກາງ ​ໄດ້​ກ່າວ​ຍ້ອງຍໍ​ສັນ​ລະ​ເສີນ​ວິລະ​ກຳ​ອັນ​ສູງ​ສົ່ງ​ຂອງ​ປະທານ ​ໂຮ່ຈີ​ມິງ ນັກ​ແນວ​ຄິດ​ປະຕິວັດ​ທີ່​ຍິ່ງ​ໃຫຍ່, ນັກ​ທິດ​ສະ​ດີ​ປີ​ຊາ​ສາມາດ​ຂອງ​ການ​ປະ​ຕິ​ວັດ ຫວຽດນາມ, ນັກ​ຮັກ​ຊາດ​ອັນ​ແທ້​ຈິງ, ຜູ້ນຳ​ທີ່​ຍິ່ງ​ໃຫຍ່ ​ແລະ ​ແສນ​ເຄົາລົບ​ຮັກ​ຂອງ​ຊາວ​ກຳມະການ ​ແລະ ປະຊາຊົນ ຫວຽດນາມ ທັງ​ເປັນ​ນັກ​ມາກ​ຊິດ-​ເລ​ນິນ​ນິດ​ທີ່​ແທ້​ຈິງ, ນັກ​ຮົບ​ທີ່​ກ້າ​ແກ່ນ​ຂອງ​ຂະ​ບວນການ​ກອມ​ມູນິດ​ສາກົນ, ນັກ​ວັດທະນະທຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຫວຽດນາມ ​ແລະ ຂອງ​ໂລກ, ​ເພື່ອນຮ່ວມຮົບທີ່​ໄວ້​ວາງ​ໃຈ ​ແລະ ​ເພື່ອນ​ມິດ​ສະຫາຍ​ອ້າຍ​ນ້ອງ​ຜູ້​ໃກ້ຊິດ​ສະໜິດສະໜົມ​ທີ່​ສຸດ​ຂອງ​ປະຊາຊົນ​ລາວ, ຜູ້​ໃຫ້​ກຳ​ເນີ​ດພັກ​ກອມມູນິດ​ອິນດູຈີນ ​ເຊິ່ງ​ເປັນ​ຕົ້ນ​ກຳ​ເນີນ​ຂອງ​ພັກ ສປປ ລາວ ​ມາ​ຮອດ​ປັດຈຸບັນນີ້. ຕະຫລອດ​ໄລຍະ 60 ກວ່າ​ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ທີ່​ຟົດ​ຟື້ນ ​ແລະ ປະ​ດິດສ້າງ​ຂອງ​ປະ​ທານ ​ໂຮ່ຈີ​ມິງ ​ເພີ່ນ​ຍັງ​ໄດ້​ນຳ​ເອົາ​ລັດທິ​ມາກ-​ເລ​ນິນ ປະສານ​ກັບ​ມູນ​ເຊື້ອ​ຮັກ​ຊາດ​ຫວຽດນາມ, ຈິດ​ໃຈ​ເອກະລາດ​ເປັນ​ເຈົ້າ​ຕົ​ນ​ເອງ, ຊອກ​ເຫັນ​ເສັ້ນທາງ​ກູ້​ຊາດ ​ແລະ ປົດປ່ອຍ​ຊາດ​ທີ່​ຖືກຕ້ອງ, ​ເອົາ​ເອກະລາດ​ແຫ່ງ​ຊາດຕິ​ດພັນ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເພິ່ນ​ເຄີຍ​ເວົ້າ​ວ່າ: “ຕາບ​ໃດ​ທີ່​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປົດປ່ອຍ, ຂ້າພະ​ເຈົ້າ​ກິນ​ບໍ່​ແຊບ ນອນ​ບໍ່​ຫລັບ, ບໍ່​ມີ​ສິ່ງ​ໃດ​ປະ​ເສີດ​ເລີດ​ລ້ຳ​ກວ່າ​ເອກະລາດ, ອິດສະລະພາບ”, ພ້ອມ​ກັນ​ນີ້ ສະຫາຍ ພັນ​ຄຳ ຍັງ​​ໄດ້​ຕີ​ລາຄາ​ສູງ​​ໃນການ​ປະ ກອບສ່ວນ​ຂອງ​ປະທານ ​ໂຮ່ຈີ​ມິງ ຕໍ່​ພາລະກິດ​ປະຕິວັດ​ຂອງ​ລາວ ​ແລະ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ປະທານ ​ໂຮ່ຈີ​ມິງ ຜູ້​ຍິ່ງ​ໃຫຍ່, ສະຫາຍ ​ໄກສອນ ພົມວິຫານ ​ແລະ ປະທານ ສຸພາ​ນຸວົງ ທີ່​ເຄົາລົບ​ຮັກ ຜູ້​ໃຫ້​ກຳ​ເນີ​ດມິດຕະພາບ​ອັນຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ສຳພັນ​ສູ້​ຮົບ​ລະຫວ່າງ​ສອງ​ຊາດ​ລາວ-ຫວຽດນາມ ທີ່​ໄດ້​ຜ່ານ​ການ​ທົບ​ສອບ​ດ້ວຍ​ເລືອດ​ເນື້ອ​ຂອງ​ບັນດາ​ການ​ນຳ ​ແລະ ນັກ​ປະຕິວັດ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ຂອງ​ສອງ​ຊາດ. ນອກຈາກ​ນີ້ ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຢ່າງລົ້ນ​ເຫລືອ​ຕໍ່​ພັກ-ລັດ ​ແລະ ປະຊາຊົນ ຫວຽດນາມ ອ້າຍ​ນ້ອງ ທີ່​ໄດ້​ສະໜັບ​ສະ​ໜູນ ​ແລະ ​ຊ່ວຍ​ເຫລືອ​ອັນ​​ໃຫຍ່​ຫລວງ, ລ້ຳ​ຄ່າ, ມີ​ປະສິດ​ທິຜົນ ​ແລະ ທັນ​ການ, ໝົດ​ຈິດ​ໝົດ​ໃຈ​ແກ່​ພັກ, ລັດ ​ແລະ ປະຊາຊົນ​ລາວ ທັງ​ໃນ​ໄລຍະ​ຕໍ່ສູ້ ​ເພື່ອ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ໃນ​ເມື່ອ​ກ່ອນ ​ແລະ ທັງ​ໃນ​ໄລຍະ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທ​ດຊາດ​ຕາມ​ທິດ​ສັງຄົມ​ນິຍົມ​ກໍ​ຄື​ແນວທາງ​ປ່ຽນ​ແປງ​ໃໝ່​ໃນ​ປັດຈຸບັນ.

​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້ ສະຫາຍ ຫງວຽນ​ແມັງ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​​ແຫ່ງ ສສ ຫວຽດນາມ ປະຈຳ​ລາວ, ​ກໍໄດ້​ຂຶ້ນກ່າວ​​ປາ​ໃສ ທີ່​​ໄດ້​ຍົກ​ໃຫ້​ເຫັນ​ປະຫວັດ​ການ​ເຄື່ອນ​ໄຫວ​ຕໍ່ສູ້​ກູ້​ຊາດ, ​ແນວ​ຄິດ ​ແລະ ຄຸນສົມບັດ​ຂອງປະທານ ​ໂຮ່ຈີ​ມິງ ຜູ້​ຍິ່ງ​ໃຫຍ່, ການ​ປະກອບສ່ວນ​ຂອງ​ເພີ່ນ​ໃນ​ພາລະກິດ​ປະຕິວັດ​ຂອງ 3 ຊາດ​ອິນດູຈີນ, ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ພັກ, ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ພາລະກິດ​ຕໍ່ສູ້​ກູ້​ຊາດ ຫວຽດນາມ ​ໃນ​ເມື່ອ​ກ່ອນ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ ພ້ອມ​ນີ້ ທ່ານ​ທູດ ຍັງ​ໄດ້​ຕາງໜ້າ​ໃຫ້​ພັກ-ລັດ ​ແລະ ປະຊາຊົນ​ຫວຽດນາມ ປະຕິຍານ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະຕິບັດຄຳ​ສັ່ງສອນ​ທີ່​ສັກກາລະ​ບູຊາ​ຂອງ​ລຸງ​ໂຮ່ ທີ່​ວ່າ: “ສາມັກຄີ, ສາມັກຄີ, ມະ​ຫາ​ສາມັກ​ຄີ-​ໄຊຊະນະ, ​ໄຊຊະນະ, ມະຫາ​ໄຊຊະນະ!!!”, ຈະ​ຮ່ວກັບ​ພັກ-ລັດ ​ແລະ ປະຊາ​ຊົນ​ລາວ ອ້າຍ​ນ້ອງ ຖະນຸຖະໜອມ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ສະໜິດ​ຕິດ​ແໜ້ນ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-ລາວ, ລາວ-ຫວຽດນາມ ​ໃຫ້​ສວຍ​ສົດ​ງົດ​ງາມ, ໝັ້ນຄົງ​ທະ​ນົງ​ແກ່ນ​ຕະ ຫລອດ​ກາລະ​ນານ, ​ເປັນ​ແຫ​ລ່ງກຳລັງ​ແຮງ​ອັນ​ໃຫຍ່​ຫລວງ, ບໍ່​ມີ​ບ່ອນ​ສິ້ນ​ສຸດ​ໃຫ້​ແກ່​ພາລະກິດ​ສ້າງສາ, ພັດທະນ​າ​ເສດຖະກິດ-ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຫວຽດນາມ ​ແລະ ລາວ​ຢ່າງ​ແທ້​ຈິງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​​ໄຕ, ຄວາມ​ກ້າວໜ້າ​ທາງ​ສັງຄົມ ກໍ​ຄື​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ວັດທະນາ​ຖາວອນ ຢູ່​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...