spot_img
Homeຄວາມງາມເຄັດ​ລັບ​ຜິວ​ງາມແຊ່​ຜິວ​ດ້ວຍ​ຊາ

ເຄັດ​ລັບ​ຜິວ​ງາມແຊ່​ຜິວ​ດ້ວຍ​ຊາ

Published on

18791

      ສູດ​ລັບ​ຜິວ​ຂາວ​ດ້ວຍ​ການ​ອາບ​ນ້ຳສາວໆຮູ້​ບໍ່​ວ່າ​ການ​ອາບ​ນ້ຳ​ນອກ​ຈາກ​ຈະ​ຊ່ວຍ​ເຮັດໃຫ້​ເຮົາ​ຜ່ອນ​ຄາຍແລະ​ຮູ້ສຶກ​ສະບາຍ​ຕົວ​ໄດ້​ແລ້ວຫາກ​ເຮົາ​ເພີ່ມ​ຄວາມ​ພິເສດ​ຢ່າງ​ການ​ອາບ​ນ້ຳ​ແຮ່​ແຊ່​ນ້ຳ​ນົມ​ເຂົ້າໄປກໍ​ຈະ​ຍິ່ງ​ເຮັດໃຫ້​ເຮົາ​ຮູ້ສຶກ​ດີ​ຫລາຍ​ຂຶ້ນທີ່​ສຳຄັນ​ຍັງ​ເປັນ​ຂັ້ນ​ຕອນ​ທີ່​ຈະ​ສາມາດ​ບຳ​ລຸງ​ຜິວ​ງາມ​ໃນ​ຂະນະ​ອາບ​ນ້ຳ​ໄດ້​ເປັນ​ຢ່າງ​ດີ​ອີກ​ດ້ວຍ​ ແຕ່​ທັງ​ນີ້​ຖ້າ​ຈະໃຫ້​ອາບ​ນ້ຳ​ນົມ​ທຸກ​ມື້ກະ​ເປົ໋າ​ສາວໆ ກໍ​ຄົງ​ຈີກ​ກັນ​ພໍ​ດີດັ່ງ​ນັ້ນ​ ລາວໂພສ ຈຶ່ງ​ມີ​ເຄັດ​ລັບ​ຜິວ​ງາມ​ແບບ​ທີ່​ຈະ​ຊ່ວຍ​ໃຫ້​ສາວໆສະບາຍ​ກະ​ເປົ໋າ ແຖມ​ຍັງ​ບຳ​ລຸງ​ຜິວ​ພັນ​ໃຫ້​ຂາວ​ນຽນ​ໄດ້​ແບບ​ບໍ່​ແພ້​ການ​ແຊ່​ນ້ຳ​ນົມ​ມາ​ຝາກ​ກັນ​ຊຶ່ງ​ວິທີ​ທີ່​ວ່າ​ນີ້​ກໍ​ຄື “ການ​ອາບ​ນ້ຳ​ແຊ່​ຜິວ​ດ້ວຍ​ຊາ” ນັ້ນ​ເອງ​

ສຳລັບ​ການ​ແຊ່​ຜິວ​ດ້ວຍ​ນ້ຳ​ຊາສາວໆອາດຈະ​ຍັງ​ບໍ່​ເຄີຍ​ຮູ້​ມາ​ກ່ອນ​ວ່າ​ໃນ​ຊາ​ນັ້ນ​ຈະ​ອຸດົມ​ໄປ​ດ້ວຍ​ສານ​ແອນ​ຕີ້​ອອກ​ຊິ​ແດນ ແລະ​ແຮ່ທາດ​ທີ່​ເປັນ​ປະໂຫຍດ​ຕໍ່​ຜິວ​ເປັນ​ຢ່າງ​ຫລາຍດັ່ງ​ນັ້ນ​ການ​ແຊ່​ຜິວ​ດ້ວຍ​ຊາ​ຈຶ່ງ​ຈະ​ສາມາດ​ເຮັດໃຫ້​ຜິວ​ຂອງ​ເຈົ້າ​ງາມ​ໃສ​ຂຶ້ນ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ ທີ່​ສຳຄັນ​ຍັງ​ຈະ​ຊ່ວຍ​ຊະ​ລໍ​ບໍ່​ໃຫ້​ຜິວ​ເກີດ​ຣິ້ວ​ຮອຍ​ກ່ອນ​ໄວ​ອັນ​ຄວນ​ໄດ້​ອີກ​ດ້ວຍ
ໂດຍ​ວິທີ​ການ​ອາບ​ນ້ຳ​ແຊ່​ຕົວ​ດ້ວຍ​ຊາ​ນັ້ນກໍ​ພຽງ​ແຕ່​ຕີ່ມ​ນ້ຳ​ຮ້ອນ​ລົງ​ໄປ​ໃນ​ອ່າງ​ອາບ​ນ້ຳ​ພໍ​ໃຫ້​ອຸ່ນໆຈາກ​ນັ້ນ​ກໍ​ໃຫ້​ໃສ່​ຖົງ​ຊາ​ລົງ​ໄປ​ປະ​ມານ4-5 ຖົງ(ແນະ​ນຳ​ໃຫ້​ໃຊ້​ຊາ​ຂຽວ​ແລະ​ຊາ​ດຳ​ຈະ​ດີ​ຕໍ່​ຜິວ​ທີ່ສຸດ​) ປ່ອຍ​ປະ​ໄວ້​ໃຫ້​ຊາ​ລະ​ລາຍ​ໄລຍະໜຶ່ງ ສຳເລັດ​ແລ້ວ​ກໍ​ສາມາດ​ລົງ​ໄປ​ນອນ​ແຊ່​ໃນ​ນ້ຳ​ໄດ້​ຢ່າງ​ສະບາຍ​ໃຈ ແລະ​ສາມາດ​ນອນ​ແຊ່​ໄດ້​ດົນ​ເທົ່າ​ທີ່​ຕ້ອງ​ການ
ຫລັງ​ຈາກ​ທີ່​ໄດ້​ແຊ່​ຕົວ​ໃນ​ນ້ຳ​ຊາ​ແລ້ວ​ຈະ​ຊ່ວຍ​ເຮັດໃຫ້​ສາວໆຮູ້ສຶກ​ສົດ​ຊື່ນ​ຫລາຍ​ຂຶ້ນທີ່​ສຳຄັນ​ຫາກ​ເຮັດ​ເລື້ອຍໆກໍ​ຈະ​ຍິ່ງ​ເຮັດໃຫ້​ຜິວ​ພັນ​ຂອງ​ເຈົ້າ​ສົດ​ໃສ​ເປັ່ງ​ປັ່ງບໍ່​ມີ​ຣີ້ວ​ຮອຍ​ກ່ອນ​ໄວແລະ​ຍັງ​ຊ່ວຍ​ໃຫ້​ຜິວ​ຂາວ​ນຽນໃສ​ມ່ຳ​ສະເໝີ​ກັນ​ໄດ້​ທຸກ​ຈຸດ​ຄືກັບ​ວ່າ​ອາບ​ນ້ຳ​ແຮ່​ແຊ່​ນ້ຳ​ນົມ​ມາ

 

ບົດຄວາມຫຼ້າສຸດ

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ,...

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...