Homeມູມໄອທີລາວນັ່ງ​ໃຊ້​ຄອມ​ພິວ​ເຕີ​ດົນ​ເກີນ​ໄປ ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ

ນັ່ງ​ໃຊ້​ຄອມ​ພິວ​ເຕີ​ດົນ​ເກີນ​ໄປ ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ

Published on

 

ดาวน์โหลด

ນັກວິ​ໄຈ​ທາງ​ການ​ແພດ ພົບ​ວ່າ ອາການ​ເລືອດ​ແຂງ​ຕົວ​ເປັນ​ກ້ອນ​ຂອງ​ຄົນ​ເຈັບ​ທີ່​ມີ​ອາການ​ໃກ້​ຈະ ​ເສຍ​ຊີວິດ​ລາຍ​ຫນຶ່ງ​ມີ​ສາ​ ເຫດ​ມາ​ ຈາກ​ການ​ທີ່​ໃຊ້​ເວ ລາ​ນັ່ງ ​ເຮັດ​ວຽກຢ່າງ​ຕໍ່​ເນື່ອງ​ກັບ​ຄອມ​ພິວ​ເຕີ​ດົນ​ນາ​ເກີນ​ໄປ ​ໂດຍ​ບໍ່​ໄດ້​ມີ​ການ​ເຄື່ອນ​ເຫນັງ​ຮ່າງກາຍ ຫລື ລຸກ​ອອກ​ໄປ​ ທາງ​ ໃດເລີຍ ທັງ​ນີ້​ກໍ່ເພາະວ່າ ຄອມ​ພິວ​ເຕີ​ ສາມາດ​
ເຮັດ​ໃຫ້​ຄົນ​ຕາຍ​ໄດ້, ​ແຕ່​ກໍ​ບໍ່​ໄດ້​ຫມາຍ​ເຖິງ​ນັກ​ຫລິ້ນ​ເກ​ມ ທີ່​ຕາຍ​ຕໍ່ຫນ້າ​ເຄື່ອງ​ຄອມ​ ພິວ ​ເຕີ​ຫລັງ​ຈາກ​ອົດ​ອາຫານ​ແລະນ້ຳຕໍ່​ເນື່ອງ​ເປັນ​ເວລາ​ຫລາຍ​ວັນ,​ແຕ່​ຫມາຍ​ເຖິງ​ຜູ້​ໃດ​ກໍ​ຕາມ ​ທີ່​ຈະ​ໄດ້​ຮັບ ​ຜົນ​ກະທົບ​ຈາກ​ ການ​ ໃຊ້​​ເວ ລາ​ຫລາຍ​ຊົ່ວ​ໂມງ ຢູ່​ຕໍ່ຫນ້າ​ໂຕະ​ຄອມ​ພິວ​ເຕີ.
ນັກວິ​ໄຈ​ ປະ​ເທດ​ນິວຊີ​ແລນ ພົບ​ເຫັນ​ວ່າການ​ນັ່ງ​ເຮັດ​ວຽກກັບ​ຄອມ​ພິວ​ເຕີ​ເປັນ​ເວລາ ​ຫລາຍ ຊົ່ວ​ໂມງ ອາດ​ຈະ​ເຮັດ​ໃຫ້​ເລືອດ​ແຂງ​ຕົວ ​ເປັນ​ກ້ອນ ຊຶ່ງ​ເປັນ​ອັນຕະ ລາຍ​ແລະ​ ສາ ມາດ ​ເສຍ​ຊິວິດ​ໄດ້ ຊຶ່ງ​ມີ​ລັກສະນະ​ຄ້າຍຄື​ກັນ​ກັບ​ການ​ເກີດ​ອາການ​ທີ່​ເອີ້ນກັນ​ວ່າ DEEP VEIN THROMBOSIS ທີ່​ເກີດ​ຈາກ​ການ​ນັ່ງ​ເຮືອບິນ​ ໃນ​ໄລຍະ​ທາງ​ໄກໆ​ໂດຍ​ ສະ ​ເພາະ ​ຊັ້ນທີ່​ນັ່ງ​ມີ​ລາຄາ​ປະຢັດ​ບາງທີ ເອີ້ນອາການ​ນີ້ ວ່າ ECONOMY CLASS SYSDROME. ຄວາມ​ເປັນ​ຈິງ​ກ່ຽວກັບ​ເລື່ອງ​ນີ້ ຖືກ​ ຄົ້ນພົບ​ໂດຍ ນັກວິ​ໄຈ​ທີ່​ໄດ້​ຂໍ້​ມູນ​ວ່າ ຜູ້​ຊາຍ​ໃນ​ໄວ​ອາຍຸ 32 ປີ ຄົນ​ຫນຶ່ງ ຊຶ່ງ​ໄດ້​ນັ່ງ​ເຮັດ​ວຽກຢູ່​ຕໍ່ຫນ້າ​ຄອມ​ພິວ​ເຕີ​ປະມານ 18 ຊົ່ວ​ໂມງ​ຕໍ່ວັນ ຊຶ່ງ​ມີ​ອາການ​ບໍ່ຮູ້ສຶກ​ຕົວ ​ເນື່ອງ​ຈາກ​ເກີດ​ມີອາການ​ເລືອດ ​ແຂງ​ຕົວ​ເປັນ​ກ້ອນ​ໂດຍ​ກ້ອນ​ເລືອດ​ທີ່​ເກີດ​ຂຶ້ນນີ້ຈະ​ຢູ່​ໃນ​ບໍລິ​ເວນ​ຂາ​ຂອງ​ລາວເອງ ກ່ອນ​ທີ່​ ຈະ ​ແຕກ​ກະຈາຍ ​ແລະ ​ແລ່ນ​ໄປ​ໃສ່​ ປອດ​ທັງ​ສອງ​ເບື້ອງຂອງ​ລາວ​ອີກ​ເທື່ອ​ຫນຶ່ງ ຊຶ່ງ​ອາການ​ນີ້​ເອີ້ນວ່າ DEEP VEIN THROMBOSIS, ທັງ​ນີ້ ຈະ​ເກີດ​ ຂຶ້ນ​ເມື່ອ​ເວລາ​ມີ​ ເລືອດ​ ຂຸ້ນ​ຢູ່​ໃນ​ເສັ້ນ​ເລືອດ​ດຳ ຊຶ່ງ​ມັນ​ຈະ​ຄ່ອຍໆ ປ່ຽນຕົວ​ມັນ​ເອງ​ໄປ​ເປັນ​ກ້ອນ​ເລືອດ.
ຈະ​ສາມາດ​ສັງ​ເກດ​​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ຄື: ຂາຈະ​ເລີ່​ມມີ​ອາການ​ບວມ, ສ່ວນ​ອາການ​ທີ່​ອັນຕະລາຍ​ຈະ​ເກີດ​ຂຶ້ນ ​ເມື່ອ​ມີ​ເລືອດ​ແຕກ ​ອອກ ​ແລະ ​ແລ່ນ​ໄປ​ເຖິງ ​ຫົວ ​ໃຈ ຫລື ອະ​ໄວ​ຍະ​ວະ​ພາຍ​ໃນ​ທີ່​ສຳຄັນ ຂອງ​ຮ່າງກາຍ ຊຶ່ງ​ອາການ​ດັ່ງກ່າວ​ນີ້ບໍ່ສາມາດ​ຄາດ​ຄະ​ເນ​ ຫລື ເດົາ​ເອົາ​ໄດ້.
ມີ​ຂໍ້​ແນະນຳ​ຂອງ​ທາງ​ການ​ແພດ ຊຶ່ງນອກຈາກທີ່​ຈະ​ບໍ່ຄວນ​ນັ່ງ​ເຮັດ​ວຽກ ຫລື ຫລິ້ນຄອມ​ພິວ​ເຕີ​ດົນ​ນານ​ຈົນ​ເກີນ​ໄປ​ແລ້ວ, ຖ້າ​ຫລີກ ​ເວັ້ນ ບໍ່​ໄດ້ ໃນ​ຂະນະ ​ທີ່​ຮູ້​ສຶກ ວ່າ​ນັ່ງ​ດົນ​ນານ​ແລ້ວ ​ໃຫ້​ພະຍາຍາມ ​ເຫນັງ​ຕີງ ​ແລະ ​ເຄື່ອນ​ໄຫວ​ຂໍ້​ຕີນ​ຂໍ້ມື ພ້ອມ​ທັງ​ດື່ມນ້ຳ , ​ແຕ່​ບໍ່ຄວນ​ດື່ມ ​ເຫລົ້າ. ນອກຈາກ​ນີ້, ຜູ້​ທີ່​ໃຊ້​ຄອມ​ພິວ​ເຕີ​ທີ່​ນັ່ງ​ດົນ​ນານ ກໍ​ຄວນ​ຈະ​ລຸກຂຶ້ນ ແລະ ຢຽດຂາ ​ເທື່ອ​ລະ​ຊົ່ວ​ໂມງ. ການ​ນັ່ງ​ເຮັດ​ວຽກດ້ວຍ​ຄອມ ​ພິວ​ເຕີ ຢູ່​ໃນ​ທ່າ​ທາງ​ທີ່​ຖືກຕ້ອງ ຈະ​ເຮັດ​ໃຫ້​ສາມາດ​ຫລຸດຜ່ອນ​ຄວາມ​ສ່ຽງລົງ​ໄດ້, ​ແຕ່​ຊ່ຽວຊານ​ບາງ​ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ຜູ້​ທີ່​ນຳ ​ໃຊ້​ຄອມ​ພິວ​ເຕີໂນ​ດບຸກ ຈະ​ມີ​ຄວາມ​ສ່ຽງຕໍ່ອາການ​ຜິດ​ປົກກະຕິ 2​ ​ເທື່ອ​ໂດຍ​ສະ​ເພາະ​ຜູ້​ທີ່​ຕ້ອງ​ ໄດ້​ນັ່ງ​ເຮັດ​ວຽກ ດ້ວຍ​ໂນດ ບູກ​ໃນ​ຊັ້ນທີ່​ນັ່ງ​ ລາຄາ​ປະຢັດ​ຢູ່ເທິງເຮືອບິນ.

ທີ່ມາhttp://www.kpl.net.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...