ສານ​ອີ​ຢິບ ສັ່ງ​ຈຳ​ຄຸກ 20 ປີ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຈາກຄະ​ດີ​ນອງ​ເລືອດ​ປີ 2012!

613401-01

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຢິບ ຖືກ​ສານ​ສັ່ງ​ຈຳ​ຄຸກ 20 ປີ ພ້ອມ​ລູກ​ສະ​ໝູນ ຄະ​ດີ​ເຫດ​ການນອງ​ເລືອດ​ຈາກ​ການ​ປະ​ທ້ວງ ໃນ​ປີ 2012.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 21 ເມ​ສາ​ຜ່ານ​ມາ​ນີ້​ວ່າ ສານ​ອີ​ຢິບ ໄດ້​ສັ່ງ​ຈຳ​ຄຸກ ທ່ານ ໂມ​ຮຳ​ໝັດ ເມີ​ຊີ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີອີ​ຢິບ ພ້ອມ​ພັກ​ພວກ​ອີກນັບ 10 ຄົນ ຈາກ​ການ​ກັກ​ຂັງ​ ແລະ ທໍ​ລະ​ມານ ຕໍ່​ກຸ່ມ​ຜູ້​ສະ​ໜັບ​ສະ​ໜູນ​ຝ່າຍ​ກົງ​ກັນ​ຂ້າມ​ທາງ​ການ​ເມືອງ​ຂອງ​ຕົນ ໃນ​ເຫດ​ການ​ເນືອງ​ເລືອດ​ເມື່ອເດືອນ​ທັນ​ວາປີ 2012 ຜ່ານ​ມາ ເຊິ່ງ​ຈຳ​ເລີຍ​ທັງ​ໝົດ ເປັນ​ສະ​ພາ​ຊິກ​ພັກ​ພະ​ລາ​ດອນ​ພາບ​ມຸດ​ສະ​ລິມ, ຢ່າງ​ໃດ​ກໍ​ຕາມ ໄອ​ຍະ​ການ​ໄດ້​ສັ່ງ​ຟ້ອງ​ໃຫ້​ມີ​ການ​ວາງ​ໂທດ​ປະ​ຫານ ຕໍ່​ກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີລາຍ​ດັ່ງ​ກ່າວ ແຕ່​ສານ​ບໍ່​ໄດ້​ຕັດ​ສິນ​ຕາມ​ການ​ຟ້ອງ​ຂອງ​ໄອ​ຍະ​ການ​ແຕ່​ປະ​ການ​ໃດ.