spot_img
Homeຂ່າວຕ່າງປະເທດອີຣ່ານເຂົ້າເປັນສະມາຊິກ ທະນາຄານ AIIB ທີ່ຈີນເປັນຜູ້ນຳກໍ່ຕັ້ງ ລາຍລ່າສຸດ!

ອີຣ່ານເຂົ້າເປັນສະມາຊິກ ທະນາຄານ AIIB ທີ່ຈີນເປັນຜູ້ນຳກໍ່ຕັ້ງ ລາຍລ່າສຸດ!

Published on

610664-01

ທະນາການກາງອາຊີ ເຊິ່ງນຳໂດຍ ສປ ຈີນ ໄດ້ສະມາຊິກເພີ່ມອີກ ຫລັງຈາກອີຣ່ານ ຕອບຮັບເຂົ້າເປັນຜູ້ຮ່ວມກໍ່ຕັ້ງທະນາຄານອີກປະເທດ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ເມສານີ້ວ່າ ປະເທດອີຣ່ານໄດ້ເຂົ້າຮ່ວມເປັນສະມາຊິກກໍ່ຕັ້ງ ທະນາຄານກາງເພື່ອການລົງທຶນໂຄງສ້າງພື້ນຖານແຫ່ງອາຊີ ຫລື AIIB ທີ່ຈີນເປັນຜູ້ນຳໃນການສ້າງຕັ້ງ ເຊິ່ງກາຍເປັນປະເທດລ່າສຸດທີ່ເຂົ້າເປັນສະມາຊິກຂອງທະນາຄານດັ່ງກ່າວນີ້.

ທັງນີ້ ການກໍ່ຕັ້ງທະນາຄານແຫ່ງອາຊີ ເຊິ່ງມີສະມາຊິກປັດຈຸບັນກ່ວາ 40 ປະເທດ ແມ່ນມີທ່າທີຈະກ້າວຂຶ້ນມາເປັນຄູ່ແຂ່ງກັບທະນາຄານໂລກ ທີ່ຖືກຄອບງຳໂດຍສະຫະລັດອາເມຣິກາ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...