spot_img
Homeຂ່າວການພັດທະນາລັດເປີດບໍລິການ ຮ້ານຜະລິດຕະພັນຊີ້ນ ແລະ ພືດຜັກສະອາດ!

ລັດເປີດບໍລິການ ຮ້ານຜະລິດຕະພັນຊີ້ນ ແລະ ພືດຜັກສະອາດ!

Published on

20150407110325

ບໍລິສັດ ​ລັດ​ວິ​ສາ​ຫະ​ກິດ​ສະບຽງ​ອາຫານ ນະຄອນຫຼວງ​ວຽງຈັນ ຈັດ​ພິທີ​ໄຂ​ບໍລິການ​ຮ້ານຂາຍ​ຊີ້ນ ປາ ຜະລິດ​ຕະ​ພັນ​ຊີ້ນ ແລະ ພືດ​ຜັກ​ສະອາດ​ປອດ​ໄພຂຶ້ນ ເພື່ອ​ເປັນ​ທາງ​ເລືອກ​ໃຫ້​ປະຊາຊົນ​ທີ່​ຕ້ອງການ​ບໍລິໂພກ​ຊີ້ນ ປາ ຜະລິດ​ຕະ​ພັນ​ຊີ້ນ ແລະ ພືດ​ຜັກ​ທີ່​ມີຄຸນະພາບ ສົດ​ໃໝ່ ສະອາດ ຖືກຫຼັກ​ອະນາໄມ ແລະ ເພື່ອ​ໃຫ້​ມີ​ສຸຂະ​ພາບ​ທີ່​ແຂງແຮງ.

ພິທີ​ໄຂ​ບໍລິການ​ຮ້ານ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ວັນ​ທີ 6 ເມສາ 2015 ຢູ່​ບໍລິສັດ​ ລັດ​ວິ​ສາ​ຫະ​ກິດ​ສະບຽງອາຫານ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ເບີ​ລິນ ເພັດ​ຈັນທະຣາດ ຫົວໜ້າ​ພະ​ແນກ​ອຸດ​ສາ​ຫະກຳ ແລະ ການ​ຄ້າ ນະຄອນຫຼວງວຽງ​ຈັນ ທ່ານ​ນາງ ບົວ​ລອນ ວົງດາລາ​ແສນ ເຈົ້າເມືອງ​ຈັນທະ​ບູ​ລີ ທ່ານ ບຸນ​ທຽນ ແກ້ວ​ສີມາ ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ກະຊວງອຸດສາຫະກຳ ແລະ ການ​ຄ້າ ພ້ອມ​ດ້ວຍ​ພະນັກງານ​ກ່ຽວຂ້ອງ ແລະ ແຂກ​ຖືກ​ເຊີນ.

ທ່ານ ຄຳ​ຫຼ້າ ແສງ​ດາ​ວົງ ຜູ້ອຳນວຍການ​ບໍລິສັດ​ ລັດ​ວິ​ສາຫະ​ກິດ​ສະບຽງ​ອາຫານ ກ່າວ​ວ່າ: ພວກ​ເຮົາ​ໄດ້​ມີ​ຄວາມ​ພະຍາຍາມ ເພື່ອ​ຊຸກ​ຍູ້ໃຫ້​ມີ​ການ​ບໍລິການ ຮ້ານ​ຂາຍ​ຊີ້ນ ປາ ຜະລິດ​ຕະພັນ​ຊີ້ນ ແລະ ພືດ​ຜັກ​ສະອາດ​ມາຫຼາຍ​ຄັ້ງ​ແລ້ວ ແຕ່​ກໍ່​ບໍ່​ສາມາດ​ໄຂບໍລິການ​ໄດ້​ຍ້ອນ​ຫຼາຍ​ປັດ​ໄຈ ຈົນມາ​ເຖິງ​ມື້ນີ້ ​ຈຶ່ງ​ສາມາດ​ໄຂ​ບໍ​ລິການ​ເປັນ​ທາງ​ການ ຂ້າພະເຈົ້າ ຮຽກຮ້ອງ​ມາ​ຍັງ​ປະຊາຊົນ​ ຈົ່ງ​ເຂົ້າ​ມາ​ໃຊ້​ບໍລິການ​ນຳ​ຮ້ານ​ພວກ​ເຮົາ ເຊິ່ງ​ສິນຄ້າ​ທຸກ​ຢ່າງ​ລ້ວນ​ແລ້ວແຕ່​ມີ​ຄຸນະພາບ ສະອາດ ຖືກ​ຫຼັກ​ອະນາ​ໄມ ແລະ ຖືກ​ເກັບ​ໄວ້​ໃນ​ອຸນຫະ​ພູມ​ທີ່​ເໝາະ​ສົມ ທີ່​ສຳຄັນແມ່ນ​ຊັ່ງ​ເຕັມ​ນ້ຳໜັກ ແລະ ຂາຍໃນ​ລາຄາ​ຍຸຕິ​ທຳ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...