spot_img
Homeຂ່າວຕ່າງປະເທດລີ ກວນ ຢູ ອະດີດຜູ້ນຳສິງກະໂປ ເຖິງແກ່ກຳແລ້ວ

ລີ ກວນ ຢູ ອະດີດຜູ້ນຳສິງກະໂປ ເຖິງແກ່ກຳແລ້ວ

Published on

Lee Kuan Yew Singaporeans people dogs

ຂ່າວຈາກປະເທດສິງກະໂປ ຖະແຫຼງການສະບັບຫຼ້າສຸດຈາກສຳນັກ ນາຍົກລັດຖະມົນຕີສິງກະໂປກ່າວວ່າ ທ່ານ ລີ ກວນ ຢູ ອະດີດນາຍົກລັດຖະມົນຕີຄົນທຳອິດ ຂອງສິງກະໂປອາຍຸ 91 ປີ ໄດ້ເຖິງແກ່ກຳແລ້ວ ທີ່ໂຮງໝໍສິງກະໂປເຈເນີຣັລ ເມື່ອເວລາ 3:18 ນາທີ.

ທັນທີ ທີ່ຂ່າວການເຖິງແກ່ກຳຂອງ ທ່ານ ລີ ກວນ ຢູ ຖືກປະກາດອອກໄປຢ່າງເປັນທາງການ ປະຊາຊົນສິງກະໂປໃນໂລກທວີດເຕີ ໄດ້ພ້ອມໃຈກັນຕິດແຮດແທັກ#ລີກວນຢູ ພ້ອມກັບຂໍ້ຄວາມໄວ້ອາໄລ ແລະຍ້ອງຍໍສັນລະເສີນ ບົດບາດດ້ານການບໍລິຫານປະເທດ ໃນອະດີດທີ່ໄດ້ຊື່ວ່າບິດາແຫ່ງສິງກະໂປ ໃນຍຸກໃໝ່ ທີ່ມີບົດບາດສຳຄັນໃນການ ສະຖາປະນາປະເທດສິງກະໂປຢ່າງເປັນທາງການ.

ແລະທີ່ສຳຄັນ ທ່ານ ລີກວນຢູ ຍັງເປັນຜູ້ນຳທີ່ມີຄວາມສາມາດ ໃນການສ້າງປະເທດສິງກະໂປ ຈາກປະເທດທີ່ເປັນເກາະນ້ອຍໆ ບໍ່ມີຊັບພະຍາກອນຫຍັງຫຼາຍ ໃຫ້ກາຍເປັນປະເທດທີ່ຈະເລີນ ເຂັ້ມແຂງທາງດ້ານເສດຖະກິດ ປະເທດໜຶ່ງຂອງໂລກກໍຄືໃນອາຊ່ຽນ ຈົນກາຍເປັນແບບຢ່າງໃນການບໍລິຫານ ແລະພັດທະນາປະເທດຊາດ ໃຫ້ແກ່ຫຼາຍໆປະເທດຕ້ອງທອດຖອນບົດຮຽນ.

ທ່ານ ລີ ກວນ ຢູ ເຂົ້າຮັບການປິ່ນປົວ ຢູ່ທີ່ໂຮງໝໍສິງກະໂປເຈີເນຣັນ ຕັ້ງແຕ່ວັນທີ 5 ກຸມພາ 2015 ທີ່ຜ່ານມາ ຈາກອາການອັກເສບປອດ ກ່ອນທີ່ອາການຈະຊຸດໂຊມລົງຕໍ່ເນື່ອງ ຕັ້ງແຕ່ອາທິດແລ້ວນີ້.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...