spot_img
Homeຂ່າວການສຶກສາຄະ​ນະ​ວິ​ສະ​ວະ​ກຳ​ສາດ ແລະ ສະ​ຖານ​ທູດ​ຍີ່​ປຸ່ນ ຈັດ​ແຂ່ງ​ຂັນ​ຫຸ່ນ​ຍົນ ຄັ້ງ​ທີ 12

ຄະ​ນະ​ວິ​ສະ​ວະ​ກຳ​ສາດ ແລະ ສະ​ຖານ​ທູດ​ຍີ່​ປຸ່ນ ຈັດ​ແຂ່ງ​ຂັນ​ຫຸ່ນ​ຍົນ ຄັ້ງ​ທີ 12

Published on

39c682f5263fea17c82e5beb8cbf382e

ຄະນະວິສະວະກຳສາດ ແລະ ສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ລາວ ໄດ້ຮ່ວມມືກັນຈັດການແຂ່ງຂັນຫຸ່ນ ຍົນຄັ້ງທີ 12 ປະຈຳປີ 2015 ຂຶ້ນທັງນີ້ກໍເພື່ອເປັນການສ້າງຄວາມສົນໃຈ ໃຫ້ແກ່ບັນດານັກຮຽນ-ນັກສຶກສາລາວ   ໃນການຍົກລະດັບຄວາມຮູ້ຄວາມສາ ມາດດ້ານວິທະຍາສາດ, ວິສະວະກຳສາດ ແລະ  ເຕັກໂນໂລຊີໂດຍປີນີ້ມີ  7 ທີມເຂົ້າຮ່ວມທີ່ມາຈາກຫຼວງພະບາງ ແລະ ນະ ຄອນຫຼວງ.

ການແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນທີ່ ຄະນະວິສະວະກຳສາດ, ມະຫາວິທະຍາ ໄລແຫ່ງຊາດ,ນະຄອນຫຼວງວຽງຈັນໃນວັນທີ 13  ມີນາຜ່ານມາ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ຮສ. ດຣ. ກອງສີແສງ ມະນີລັດຖະມົນຕີຊ່ວຍວ່າການກະຊວງສຶກສາ ແລະ ກີລາ, ທ່ານ ຮສ. ດຣ. ສາຍຂອງ ສາຍນາສິນ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ. ດຣ. ໂຕະຊິໂອະ ອີຈິມະ ປະທານສະມາຄົມ ການສຶກສາຂັ້ນສູງອາຊີ, ທ່ານ ລຽວທາໂລ ຊູຊູກິ, ອຸປະທູດຍີ່ປຸ່ນ ປະຈໍາລາວ, ພ້ອມກັນນີ້ກໍຍັງມີຈາກຫຼາຍພາກສ່ວນໂດຍສະເພາະນັກສຶກສາທີ່ມາຊົມ,  ມາ ເຊຍ, ໃຫ້ກຳລັງໃຈແກ່ຜູ້ເຂົ້າແຂ່ງຂັນ  ແລະ ມ່ວນຊື່ນກັບການເຕະບານຂອງ ຫຸ່ນຍົນ.

ການແຂ່ງຂັນຫຸ່ນຍົນເທື່ອນີ້ແມ່ນມີ ເປົ້າໝາຍກະຕຸ້ນຄວາມສົນໃຈຂອງນັກ ຮຽນ, ນັກສຶກສາ ແລະ ຊຸກຍູ້ໃນການຍົກລະດັບຄວາມສາມາດຂອງເຂົາເຈົ້າໃນ ດ້ານວິທະຍາສາດ, ວິສະວະກຳສາດ ແລະ ເຕັກໂນໂລຊີ ໂດຍໃຫ້ນັກຮຽນໄດ້ ມີໂອກາດ ອອກແບບ, ປະກອບ ແລະ ປະ ດິດສ້າງຫຸ່ນຍົນຂອງຕົນເອງໂດຍປີນີ້ມີ 7 ທີມ ທີ່ມາຈາກແຂວງຫລວງພະບາງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມ ການແຂ່ງຂັນ.

ອັນໄດ້ກາຍເປັນໂອກາດທີ່ດີໃຫ້ແກ່ ນັກຮຽນທີ່ຮຽນວິທະຍາສາດ ແລະ ວິສະວະກຳໄດ້ເຮັດວຽກຮ່ວມກັນໂດຍໃຊ້ ຫົວຄິດປະດິດສ້າງ, ຮູ້ສ້າງຍຸດທະສາດ ຂອງທີມທັງຍັງເປັນການສະແດງອອກ ເຖິງສິ່ງທີ່ພວກເຂົາເຈົ້າໄດ້ຮຽນມາ.

ສຳລັບການແຂ່ງຂັນຫຸ່ນຍົນແມ່ນ ໄດ້ຈັດຂຶ້ນທຸກໆປີນັບແຕ່ປີ 2002 ເປັນ ຕົ້ນມາ ແລະ ໄດ້ຮັບຄວາມນິຍົມບໍ່ພຽງ ແຕ່ນັກສຶກສາຂອງຄະນະວິສະວະກຳ ສາດເທົ່ານັ້ນ ແຕ່ນັກສຶກສາທີ່ຢູ່ພາກສ່ວນ ອື່ນໆໃນນະຄອນຫຼວງວຽງຈັນ ແລະ ນັກສຶກສາທີ່ຢູ່ຕ່າງແຂວງ ກໍ່ໃຫ້ຄວາມສົນໃຈແກ່ການແຂ່ງຂັນນີ້ຫຼາຍເຊັ່ນດຽວກັນ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...