spot_img
Homeຢູ່ ສປປ ລາວ ເຄື່ອງແບບຜູ້ຍິງ ຕ້ອງນຸ່ງສິ້ນ

ຢູ່ ສປປ ລາວ ເຄື່ອງແບບຜູ້ຍິງ ຕ້ອງນຸ່ງສິ້ນ

Published on

mqdefault (6)
ຫຼາຍປີກ່ອນ ຜູ້ຂຽນມີໂອກາດລົມກັນກັບນັກທຸລະກິດທ່ານໜຶ່ງ ທີ່ດຳເນີນທຸລະກິດຜະລິດຢາປົວພະຍາດ… ເວລານັ້ນໄດ້ມີ
ຫາງສຽງຮຽກຮ້ອງໃຫ້ລັດປົກປ້ອງຜູ້ຜະລິດຢາປົວພະຍາດພາຍໃນປະເທດ ດ້ວຍຮູບການທີ່ເຂັ້ມງວດ ເພື່ອໃຫ້ຜູ້ຜະລິດພາຍ
ໃນຢູ່ລອດ.
ນັກທຸລະກິດທ່ານນັ້ນເຫັນຕ່າງ: ເພິ່ນບອກວ່າບໍ່ຮຽກຮ້ອງໃຫ້ລັດປົກປ້ອງໃຫ້ຕໍ່ສູ້ກັນດ້ວຍຄຸນນະພາບ ແລະ ລາຄາທີ່ສົມເຫດ
ສົມຜົນ… ຜູ້ຂຽນຕິດຕາມເຫດການນີ້ກໍເຫັນວ່າ ລັດບໍ່ໄດ້ອອກມາປົກປ້ອງ… ທຸລະກິດນີ້ກໍເດີນໜ້າ ແລະ ເຫັນວ່າທຸລະກິດ
ຂອງເພິ່ນເອງກໍຂະຫຍາຍຕົວສູງຂຶ້ນເລື້ອຍໆ ມີກຳໄລ ແລະ ຂະຫຍາຍຕົວຫຼາຍເທົ່າ ຖ້າທຽບໃສ່ເວລານັ້ນ ທ່ານຄືຜູ້ອຳນວຍ
ການບໍລິສັດຜະລິດຢາປົວພະຍາດ CBF ຢູ່ ແຂວງຈຳປາສັກ.
ທີ່ຍົກບັນຫານີ້ຂຶ້ນມາເພາະເຫັນວ່າ ກະແສເລັ່ງປົກປ້ອງຜະລິດຕະພັນພາຍໃນມີຫຼາຍຂຶ້ນ ໃນຂະນະດຽວກັນ ພວກເຮົາກໍ
ເຂົ້າສູ່ປະຊາຄົມເສດຖະກິດອາຊຽນ AEC ໃນປີ 2015 ເຂົ້າສູ່ການເປັນສະມາຊິກອົງການການຄ້າໂລກ ສະນັ້ນ ການປົກ
ປ້ອງຄົງລຳບາກ ແຕ່ການບຸກບືນສູ້ຊົນສ້າງຜະລິດຕະພັນທີ່ມີຄຸນນະພາບ ແລະ ລາຄາທີ່ສົມເຫດສົມຜົນຄົງເປັນທາງອອກ
ທີ່ດີກວ່າ.
ດຽວນີ້ ມີເລື່ອງສົນທະນາເລື່ອງສິ້ນລາວ ! ວ່າມີຕ່າງປະເທດຜະລິດອອກມາລາຄາຖືກ ແລະ ພວມບຸກຢຶດຕະຫຼາດລາວ.
ຄູ່ສົນທະນາມີຜູ້ຮຽກຮ້ອງໃຫ້ສະກັດກັ້ນ ແລະ ປັບໄໝຜູ້ຄ້າຂາຍ ມີຜູ້ໃຫ້ຄຳເຫັນວ່າ: ເລື່ອງນີ້ຕ້ອງເບິ່ງໃນສອງແງ່ ແງ່ໜຶ່ງ
ແມ່ນເລື່ອງການປົກປັກຮັກສາສິ້ນລາວ ແລະ ໃນແງ່ໜຶ່ງອີກແມ່ນເວົ້າເລື່ອງການຄ້າຂາຍ ເພາະວ່າປະເທດເຮົາເປັນປະຊາ
ຄົມຂອງໂລກ ຄືເວົ້າໃນຂ້າງເທິງ ເພິ່ນຍົກເລື່ອງການຄ້າຂາຍວ່າເຮົາຈະຫ້າມບໍ່ໄດ້ຢ່າງເດັດຂາດ ແຕ່ເຮົາກໍມີວິທີເຊັ່ນວ່າ:
ອະທິບາຍໃຫ້ສັງຄົມເຂົ້າໃຈວ່າ ສິ້ນລາວ ແມ່ນແນວໃດ ? ຄວນປົກປັກຮັກສາ ແລະ ນຳໃຊ້ຢ່າງໃດ ? ຜູ້ຍິງລາວຄວນນຸ່ງສິ້ນ
ລາວຍາມໃດ ? ສິ້ນທີ່ຕ່າງປະເທດຜະລິດມາຄວນນຳໃຊ້ຍາມໃດ ? ເບິ່ງທີ່ຄຸນນະພາບ ແລະ ລາຄາ.
ທີ່ເວົ້າແນວນີ້ກໍເພື່ອໃຫ້ຄົນລາວ… ຜູ້ຍິງລາວ ມີທາງເລືອກ… ສິ້ນຮຽນແບບ… ລາຄາຖືກ ກໍສາມາດຊື້ມານຸ່ງເວລາທຳມະດາ
…ສິ້ນຂອງແທ້ກໍນຸ່ງເວລາມີງານສຳຄັນ ! ເພາະໃນຄວາມເປັນຈິງຕ້ອງຍອມຮັບວ່າລາຄາສິ້ນລາວ… ໂດຍສະເພາະສິ້ນ
ໄໝລາວ ມີການຕັ້ງລາຄາຂາຍສູງ (ປັ່ນລາຄາສູງ) ເປັນວົງການສະເພາະ… ມີຄົນຈຳນວນນ້ອຍເທົ່ານັ້ນທີ່ມີຄວາມສາມາດ
ຊື້ມານຸ່ງໄດ້ ! ສ່ວນລາຄາທົ່ວໄປກໍຢູ່ຫຼັກສາມແສນກີບ-ລ້ານກີບຂຶ້ນເມືອ ສະນັ້ນ ຈຶ່ງຕ້ອງເວົ້າເຖິງທາງເລືອກສຳລັບຜູ້ມີລາຍ
ຮັບຕໍ່າ.
ເວົ້າເລື່ອງສິ້ນຄວນເວົ້າເລື່ອງນຸ່ງສາກ່ອນ ? ດຽວນີ້ຕ້ອງສົ່ງເສີມໃຫ້ຜູ້ຍິງລາວນຸ່ງສິ້ນ !! ບັນດາບໍລິສັດພາຍໃນ ຫຼື ຕ່າງປະ
ເທດທີ່ມາລົງທຶນ… ມາຄ້າຂາຍຢູ່ ສປປ ລາວ ຕ້ອງບັງຄັບໃຫ້ນຸ່ງເຄື່ອງແບບທີ່ເປັນສິ້ນສຳລັບຜູ້ຍິງລາວ ໄດ້ບໍ ?! ຝາກເຖິງ
ພາກສ່ວນກ່ຽວຂ້ອງເອົາເລື່ອງນີ້ສາກ່ອນ ແລ້ວຄ່ອຍໄປເວົ້າເຖິງເລື່ອງອື່ນນໍ ? ຄູ່ສົນທະນາເພິ່ນຝາກມ້ວນທ້າຍແນວນັ້ນ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...