Homeຂ່າວຕ່າງປະເທດຕຳ​ຫລວດຫວຽດ​ນາມ ຍຶດ​ແມວ​ຫລາຍ​ກ່​ວາ 3 ໂຕນ ລັກ​ລອບ​ນຳ​ເຂົ້າ ​ເພື່ອ​ການ​ບໍ​ລິ​ໂພກ!

ຕຳ​ຫລວດຫວຽດ​ນາມ ຍຶດ​ແມວ​ຫລາຍ​ກ່​ວາ 3 ໂຕນ ລັກ​ລອບ​ນຳ​ເຂົ້າ ​ເພື່ອ​ການ​ບໍ​ລິ​ໂພກ!

Published on

TOPSHOTS-VIETNAM-CHINA-ANIMAL-CRIME-FOOD

ຕຳ​ຫລວດ​ຫວຽດ​ນາມ ຍຶດ​ແມວ​ຫລາຍ​ພັນ​ໂຕທີ່​ຖືກລັກ​ລອບ​ນຳ​ເຂົ້າ​ຈາກ​ປະ​ເທດ​ຈີນ ເພື່ອ​ການ​ບໍ​ລິ​ໂພກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ວ່າ ໃນ​ວັນ​ທີ 27 ມັງ​ກອນ​ຜ່ານ​ມາ​ນີ້ ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເຂດ​ດົ່ງ​ດາ ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ຂອງ​ຫວຽດ​ນາມ ໄດ້ກວດ​ພົບ​ລົດ​ບັນ​ທຸກ​ທີ່​ມີ​ແມວ​ລວມ​ກັນ​ຫລາຍ​ກ່​ວາ 3 ໂຕນ ເຊິ່ງ​ຖືກ​​ລັກ​ລອບນຳ​ເຂົ້າ​ມາ​ຈາກ​ປະ​ເທດ​ຈີນ ທາງ​ຊາຍ​ແດນ​ແຂວງກວາງ​ນິງ ໂດຍ​ປາຍ​ທາງ​ຂອງ​ລົດ​ບັນ​ທຸກ​ແມວ​ດັ່ງ​ກ່າວ​ນີ້ ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ​ການ​ບໍ​ລິ​ໂພກ.

ທັງ​ນີ້ຊີ້ນ​ແມວ ຫລື ເອີ້ນ​ກັນ​ໃນ​ຫວຽດ​ນາມ​ວ່າ “ເສືອ​ນ້ອຍ”  ແມ່ນ​ໄດ້​ຮັບ​ຄວາມ​ນິ​ຍົມ​ເພື່ອ​ການ​ບໍ​ລິ​ໂພກ​ຫລາຍ​ຂຶ້ນ​ເລື້ອຍໆໃນ​ຫວຽດ​ນາມ ເຖິງ​ແມ່ນ​ວ່າ​ທາງ​ການ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ບໍ​ລິ​ໂພກ​ຊີ້ນ​ແມວ​ກໍ​ຕາມ.

 

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...