spot_img
Homeຂ່າວພາຍ​ໃນປະກາດແຕ່ງຕັ້ງຂັ້ນນຳ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ

ປະກາດແຕ່ງຕັ້ງຂັ້ນນຳ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ

Published on

images-stories-2013-February-week1-fri8feb7-205x112

ພິທີປະກາດການຈັດຕັ້ງ ຂັ້ນນຳວິທະຍາຄານປ້ອງກັນ ຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງຂຶ້ນຢ່າງເປັນ ທາງການໃນວັນທີ 1 ກຸມພາ 2013 ນີ້,​ ໂດຍການໃຫ້ກຽດ ເປັນປະທານຂອງສະຫາຍ ພົນຕີ ສັນຍາຮັກ ພົມວິຫານ, ກຳມະການສູນກາງພັກ, ລັດ ຖະມົນຕີຊ່ວຍວ່າການກະຊວງ ປ້ອງກັນປະເທດ, ມີຕາງໜ້າ ຄະນະນຳຈາກຫ້ອງວ່າການ ກະຊວງ, ກົມພະນັກງານ ແລະ 3 ວິທະຍາຄານ, ພະນັກງານ, ຄູ ອາຈານທົ່ວ ວປກ ເຂົ້າຮ່ວມ.
ໂອກາດດ່ັງກ່າວສະຫາຍ ພັນເອກ ສອນເຫົຼາ, ຫົວໜ້າ ກົມພະນັກງານກະຊວງປ້ອງກັນປະເທດ ກໍ່ໄດ້ຂຶ້ນອ່ານດຳ ລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດກ່ຽວກັບການ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກ ງານຂັ້ນນຳຢູ່ ວປກ ໃນນັ້ນໄດ້ ແຕ່ງຕັ້ງສະຫາຍພົນຈັດຕະ ວາ ທອງລອຍ ສີລິວົງ, ກຳມະ ການສູນກາງພັກ, ຄະນະພັກ ກະຊວງປ້ອງກັນປະເທດ ເປັນ ຫົວໜ້າການທະຫານວິທະຍາ ຄານປ້ອງກັນຊາດໄກສອນ ພົມວິຫານ, ສະຫາຍພັນເອກ ຄຳຫລ້າ ພັນໄຊຍະສຸກ, ເປັນ ຫົວໜ້າການເມືອງ ວິທະຍາ ຄານປ້ອງກັນຊາດໄກສອນ ພົມວິຫານ, ແຕ່ງຕັ້ງສະຫາຍ ພັນເອກ ສາຍສະໝອນ ສະ ຫຼັບແສງ ເປັນຮອງຫົວໜ້າ ການເມືອງ ທັງເປັນຫົວໜ້າ ກົມການເມືອງ ວປກ, ແຕ່ງ ຕັ້ງສະຫາຍພັນໂທ ແກ້ວສຸວັນ ອິນທະວົງສາ ເປັນຮອງຫົວ ໜ້າການທະຫານ ວປກ, ຮັບ ຜິດຊອບວຽກງານອົບຮົມທັງ ເປັນຫົວໜ້າກົມອົບຮົມ-ກໍ່ ສ້າງ ວປກ ແລະ ຕົກລົງຍົກ ຍ້າຍ, ແຕ່ງຕັ້ງສະຫາຍພັນ ເອກ ວິຊຽນ ສີສະອາດ ໄປຮັບ ໜ້າທີ່ໃໝ່ຢູ່ກົມວິທະຍາສາດ-ປະຫວັດສາດການທະຫານ, ເປັນຮອງຫົວໜ້າກົມວິທະຍາ ສາດ-ປະຫວັດສາດການທະ ຫານກະຊວງປ້ອງກັນປະເທດ.
ຕອນທ້າຍສະຫາຍພົນຕີ ສັນຍາຮັກ ພົມວິຫານ ກໍ່ໄດ້ ໂອລົມຕໍ່ຜູ້ເຂົ້າຮ່ວມໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງການປັບປຸງ ການຈັດຕັ້ງ ເຊິ່ງເປັນຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ໄລຍະໃໝ່ເພື່ອເຮັດໃຫ້ແຕ່ລະ ຫົວໜ່ວຍມີຄວາມເຕີບໃຫຍ່ ເຂັ້ມແຂງ, ທັງຍົກໃຫ້ເຫັນພາ ລະບົດບາດຂອງວິທະຍາ ຄານປ້ອງກັນຊາດໄກສອນ ພົມວິຫານ ເຊິ່ງເປັນສະຖາ ບັນການສຶກສາຂັ້ນສູງຂອງ ກອງທັບໃນການກໍ່ສ້າງນາຍ ທະຫານທີ່ມີຄວາມຮູ້ຄວາມ ສາມາດ, ມີແບບແຜນ ແລະ ມີລະບຽບວິໄນເຂັ້ມງວດປະ ກອບສ່ວນເຮັດໃຫ້ກອງທັບ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.

ທີ່ມາ:www.vientianemai.net

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...