spot_img
Homeຂ່າວຕ່າງປະເທດຫວຽດນາມ ຈະຕິດ Free WiFi ເທິງລົດໄຟສາຍຮ່າໂນ້ຍ - ໂຮ່ຈິມິນ

ຫວຽດນາມ ຈະຕິດ Free WiFi ເທິງລົດໄຟສາຍຮ່າໂນ້ຍ – ໂຮ່ຈິມິນ

Published on

558000000079401

 

ຫວຽດນາມຈະຕິດຕັ້ງອິນເຕີເນັດແບບໄຮ້ສາຍ (WiFi) ເທິງລົດໄຟສາຍດ່ວນເໜືອ – ໃຕ້ ໃຫ້ບໍລິການແບບບໍ່ເສຍຄ່າ

ເພື່ອຫວັງແຂ່ງຂັນກັບການຂົນສົ່ງໂດຍສານດ້ວຍຊ່ອງທາງອື່ນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມັງກອນຜ່ານມານີ້ວ່າ ທ່ານ ຫງວຽນ ວັນ ບິງ ຮອງຜູ້ອຳນວຍການຂອງບໍລິສັດ

ຂົນສົ່ງໂດຍສານທາງລົດໄຟຮ່າໂນ້ຍ (Hanoi Railway Passenger Transport Company) ໄດ້ເປີດເຜີຍວ່າ ການຕິດຕັ້ງອິນ

ເຕີເນັດແບບໄຮ້ສາຍ ເທິງລົດໄຟທີ່ແລ່ນໃຫ້ບໍລິການຈາກນະຄອນຫລວງຮ່າໂນ້ຍ ໄປນະຄອນໂຮ່ຈິມິນ ແມ່ນມີກຳນົດຈະໃຫ້

ສຳເລັດພາຍໃນວັນທີ 20 ມັງກອນນີ້ ເພື່ອໃຫ້ບໍລິການແກ່ຜູ້ໂດຍສານ ໃຫ້ທັນໃນໄລຍະສະເຫລີມສະຫລອງປີໃໝ່ຂອງຊາວ

ຫວຽດນາມ (ກຸດເຕັດ) ເຊິ່ງເປັນວັນພັກທາງລັດຖະການທີ່ໃຫຍ່ທີ່ສຸດຂອງປະເທດ ໂດຍໃນໄລຍະດັ່ງກ່າວນີ້ ຊາວຫວຽດນາມ

ຈະມີການເດີນທາງຢ່າງແໜ້ນໜາ ເພື່ອກັບຄືນພູມລຳເນົາ ແລະ ການທ່ອງທ່ຽວກໍເພີ່ມຂຶ້ນອີກເຊັ່ນດຽວກັນ.

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...