spot_img
Homeຂ່າວພາຍ​ໃນລາຄາສິນຄ້າຢູ່ທ້ອງຕະຫຼາດ ໃນ ນ.ວ ບາງປະເພດ ຖີບຕົວສູງຂຶ້ນຫລາຍ

ລາຄາສິນຄ້າຢູ່ທ້ອງຕະຫຼາດ ໃນ ນ.ວ ບາງປະເພດ ຖີບຕົວສູງຂຶ້ນຫລາຍ

Published on

fresh market

 

ຜ່ານຈາກການລົງຕິດຕາມສະພາບລາຄາສິນຄ້າຢູ່ຕາມທ້ອງຕະຫລາດຫຼາຍ ແຫ່ງໃນນະຄອນຫຼວງວຽງຈັນ, ໂດຍສະ

ເພາະຢູ່ຕະຫລາດທົ່ງຂັນຄຳ ແລະ ຕະຫລາດຂົວດິນ ໃນວັນທີ 30 ທັນວານີ້, ເຫັນວ່າມີການເໜັງຕີງຕໍ່ແພງຂຶ້ນຫລາຍ

ເຊັ່ນ: ໝາກເຜັດ ລາຄາ 20 ພັນ ມາເປັນ 25-30 ພັນກີບ/ກິໂລ, ໝາກເລັ່ນ ລາຄາ 8 ພັນ ມາເປັນ 12-14 ພັນກີບ/ກິ

ໂລ, ໝາກນາວ 10 ພັນ ມາເປັນ 15 ພັນກີບ/ກິໂລ, ໜາກແຕງ 4 ພັນ ມາເປັນ 6 ພັນກີບ/ ກິໂລ, ໝາກຖົ່ວ 8 ພັນ

ມາເປັນ 15 ພັນກີບ/ກິໂລ, ໝາກເຂືອ 5 ພັນກີບ/ກິໂລ, ຫອມລາບ 10 ພັນກີບ/ ກິໂລ, ຜັກ ສະລັດ 7 ພັນກີບ/ກິໂລ,

ຜັກບົ້ງ 8 ພັນກີບ/ກິໂລ, ກະລ່ຳ 6 ພັນກີບ /ກິໂລ, ຜັກຫອມບົວ 12-15 ພັນກີບ/ກິໂລ, ຫອມປ້ອມ 12​-14 ພັນກີບ/ກິ

ໂລ ແລະ ພຶດຜັກອື່ນໆ ກໍມີລາຄາແພງຂຶ້ນເຊັ່ນກັນ. ຂະນະດຽວກັນ ລາຄາຊີ້ນ, ປາກໍມີການເໜັງຕີງ ເປັນຕົ້ນ ຊີ້ນງົວ

ມີລາຄາ 75-80 ພັນກີບ/ກິໂລ, ຊີ້ນໝູ ລາຄາ 40-45 ພັນກີບ/ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິໂລ, ປາກະຊັງ ແລະ

ປາດຸກພັນ ລາຄາ 20-23 ພັນກີບ/ກິໂລ, ສຳລັບສັດນ້ຳທຳມະຊາດຄື: ກົບ, ອ່ຽນມີລາຄາ 60-75 ພັນກີບ/ກິໂລ ແລະ

ປາທຳມະຊາດອື່ນໆ ກໍມີລາຄາສູງຂຶ້ນເຊັ່ນດຽວກັນ ແລະ ຄາດວ່າລາຄາສິນຄ້າ ຍັງຈະສືບຕໍ່ແພງຂຶ້ນໄປຮອດໄລຍະບຸນ

ປີໃໝ່ຂອງຊາວຈີນ, ຫວຽດນາມນຳອີກ.

 

ນາງ ນອດ ແມ່ຄ້າຂາຍຜັກ ຢູ່ຕະຫລາດທົ່ງຂັນຄຳ ກ່າວວ່າ: ລາຄາສິນຄ້າໃນປັດຈຸບັນ ແມ່ນມີການເໜັງຕີງ ເຮັດໃຫ້

ການຂາຍສິນຄ້າຢູ່ຮ້ານຕົນຂາຍຍາກ ລູກຄ້າທີ່ເຄີຍມາຊື້ເຄື່ອງເປັນປະຈຳກໍຊື້ໜ້ອຍລົງ, ສິນຄ້າທີ່ນຳມາວາງຂາຍນັ້ນ

ບໍ່ໝົດ ເຮັດໃຫ້ເນົ່າ, ເປື່ອຍ ແລະ ກໍບໍ່ສາມາດຂາຍໄດ້.

 

ນາງ ຕຸ້ຍ ແມ່ຄ້າຂາຍຕຳໝາກຮຸ່ງຢູ່ບ້ານໂພນຄຳ ເມືອງສີໂຄດຕະບອງ ກ່າວວ່າ: ເມື່ອກ່ອນຖືເງິນໄປຕະຫລາດ 5 ແສນ

ກີບ ສາມາດຊື້ສິນຄ້າໄດ້ຫລາຍຢ່າງຕາມຕ້ອງການ, ແຕ່ດຽວນີ້ ຕ້ອງໄດ້ຖືເງິນໄປເພີ້ມເປັນ 6-7 ແສນ ຈຶ່ງຈະໄດ້ເຄື່ອງ

ຄົບ ແລະ ເຖິງວ່າຊື້ມາໃນລາຄາແພງ ແຕ່ພາຍຫລັງປຸງແຕ່ງກໍຕ້ອງຂາຍໃນລາຄາເດີມໃຫ້ກັບລູກຄ້າ.

 

ທ່ານ ບຸນທຽນ ແກ້ວສີພາ ຮັກສາການຫົວໜ້າກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ ທັດສະນະ

ວ່າ: ລາຄາສິນຄ້າຢູ່ຕາມທ້ອງຕະຫລາດໃນນະຄອນຫລວງວຽງຈັນ ມີລາຄາສູງຂຶ້ນໃນໄລຍະເທສະການສຳຄັນຕ່າງໆນີ້

ຖືເປັນເລື່ອງປົກກະຕິເນື່ອງຈາກຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມຂຶ້ນ, ເຮັດໃຫ້ການສະໜອງສິນຄ້າບໍ່ພຽງພໍກັບ

ຄວາມຕ້ອງການ, ນອກນີ້ ສິນຄ້າບາງປະເພດຖືກຄັດມາເປັນຢ່າງດີແລ້ວຈຶ່ງເຮັດໃຫ້ມີລາຄາແພງ, ຂະນະດຽວກັນຍັງ

ມີແມ່ຄ້າຈຳນວນໜຶ່ງມີນິໃສມັກສວຍໂອກາດຂຶ້ນລາຄາ ໃນໄລຍະມີເທດສະການ ສຳຄັນຈຶ່ງເປັນສາເຫດເຮັດໃຫ້ ລາຄາ

ສິນຄ້າມີລາຄາສູງຂຶ້ນ. ແນວໃດກໍຕາມທາງກະຊວງອຸດສາຫະກຳ ແລະ ການຄ້າກໍໄດ້ອອກແຈ້ງການກ່ຽວ ກັບການນຳ

ໃຊ້ມາດຕະການເພື່ອຄວບຄຸມລາຄາສິນຄ້າບໍ່ໃຫ້ມີການເໜັງຕີງແຮງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...