spot_img
Homeນານາສາລະທີ່ມາຂອງ ເທດສະການຄຣິສມາສ!

ທີ່ມາຂອງ ເທດສະການຄຣິສມາສ!

Published on

 

images imagesา

(ໂດຍຫຍໍ້): ແມ່ນເທດສະການ ການປະຕິບັດທາງສາສະໜາໃນໂບດ ການໃຫ້ຂອງຂວັນ ການລວມຕົວຂອງຄອບຄົວ ຫຼື ສັງຄົມອຶ່ນໆ ການຕົກແຕ່ງເຊິ່ງສັນຍາລັກອັນກ່ຽວຂ້ອງເທດສະການ ພະຄຣິສຕະສົມພົບ ຄຣິສມາສອິຟ ເທດສະການຕຽມການຮັບສະເດັດແມ່ພະຮັບສານ ວັນສົມໂພດພະຄຣິສສະແດງອົງ ການຊົງຮັບບັດສະມາຂອງພະຄຣິສ ການຖືສິນອົດຂອງພະຄຣິດຕະສົມພົບ ການປະສູດຂອງ ພະເຍຊູ ຕຣຸສຝຣັງ

(ລາຍລະອຽດ): ຄຣິສມາສ໌ (ອັງກິດ: Christmas, ໝາຍເຖິງ ພິທີມິສຊາຂອງ ພະຄຣິສ) ຫຼື ວັນສົມໂພດພະຄຣິດຕະສົມພົບ (ອັງກິດ:​Feast of the Nativity) ຈັດຂຶ້ນເປັນປະຈໍາແຕ້ລະປີເພື່ອສະເຫຼີມສະຫຼອງການປະສູດຂອງພະເຍຊູ, ເປັນວັນຢຸດທາງສາສະໜ້າ ແລະ ວັດທະນາທໍາ  ປະຊາກອນຫຼາຍພັນລ້ານຄົນທົ່ວໂລກຈັດການສະເຫຼີມສະຫຼອງໃນວັນທີ 25 ທັນວາ ວັນດັ່ງກ່າວປັນພິທີກໍາຂອງຄຣິສສາສະນິກະຊົນເປັນສໍາຄັນວັນຄຣິສສະມາສເປັນວັນປິດເທດສະການຕຽມການຮັບສະເດັດ (Advent) ແລະ ວັນເລີ້ມຕົ້ນເທດສະການພະຄຣິສ ຕະສົມພົບ (Christmastide) ສິບສອງວັນຄຣິສມາສ ເປັນວັນຢຸດເທດສະການໃນຫຼາຍປະເທດທົ່ວໂລກ ແລະ ກໍ່ເລີ່ມມີຄົນທີ່ບໍ່ແມ່ນຄຣິສສາສະນິກະຊົນ ໄດ້ຫັນມາສະເຫຼີມສະຫຼອງກັນຫຼາຍຂຶ້ນ ແລະ ເປັນສ່ວນສໍາຄັນໃນຄຣິສມາສ ແລະ ລະດູວັນຢຸດ.

ວັນທີ່ພະເຍຊູປະສູດແທ້ໆນັ້ນບໍ່ທັນຊາບແນ່ຊັດເທື່ອ ແຕ່ນັກປະຫວັດສາດສະໄໝຄາດຄະເນວ່າ ປະມານ 2 ​ປີ ກ່ອນ ຄສ ແລະ ຄສ.7 ໃນຊ່ວງຕົ້ນເຖິງກາງຄຣິສຕະສະວັດທີ່ 4​ ສາສະໜາຄຣິສຕາເວັນຕົກກໍາໜົດວັນຄຣິສມາສ ກົງກົບວັນທີ 25 ​ທັນວາ ຊຶ່ງຕໍ່ມາສາສະໜາ ຄຣິສຕາເວັນອອກໄດ້ຮັບວັນດ່ັງກ່າວໄປດ້ວຍ. ມີທິດສະດີອະທິບາຍວ່າ ເຫດຜົນທີ່ເລືອກວັນທີ 25 ທັນວາ ເພາະເປັນວັນສະເຫຼີມສະຫຼອງຄຣິສຕະສົມພົບເພາະເປັນເວລາ 9 ເດືອນພໍດີ ຫຼັງຈາກຄຣິສສາສະນິກະຊົນສະໄໝທໍາອິດສະເຫຼີມສະຫຼອງວັນແມ່ພະຮັບສານ ຫຼືກົງກັບວັນເໝົາຍັນຂອງໂຣມັນ ຫຼືເທດສະການລະດູໜາວເພເກີນໂບຮານເພື່ອຢຸດການສະເຫຼີມສະຫຼອງເຫຼົ່ານີ້ ແລະ ແທນທີ່ດ້ວຍການສະຫຼອງຂອງຄຣິສສາສະນິກະຊົນ

ວັນການສະເຫຼີມສະຫຼອງໃນສາສະໜາຄຣິສຕາເວັນອອກແຕ່ກ່ອນຄື ວັນທີ 6 ມັງກອນ ໂດຍເຊື່ອມຍົງກັບວັນສົມໂພດພະຄຣິສສະແດງອົງໃນປັດຈຸບັນວັນດັ່ງກ່າວຍັງເປັນວັນສະເຫຼີມສະຫຼອງສໍາລັບຄຣິສຕະຈັກອາຣ໌ມີເນຍ໌ ອະໂພສໂຕລິກ ແລະ ໃນປະເທດອາຣ໌ມີເນຍ໌ ຊຶ່ງຖືເປັນວັນຢຸດລາດຊະການຈົນເຖິງ ຄສ 2011 ລະຫວ່າງປະຕິທິນເກຣໂກຣຽນສະໄໝໃໝ່ ແລະ ປະຕິທິນຈູລຽນທີ່ເກົ່າກວ່າມີວັນຄາດເຄື່ອນຢູ່ 13​ວັນ ຜູ່ທີ່ຍັງໃຊ້ປະຕິທິນຈູລຽນຫຼືທຽບເທົ້າຕໍ່ໄປຈຶ່ງສະເຫຼີມສະຫຼອງວັນທີ 25 ທັນວາ ແລະ 6 ມັງກອນ ທີ່ ປະຊາກອນໂລກສ່ວນໃຫຍ່ສະເຫຼີມສະຫຼອງວັນທີ 7 ມັງກອນ ແລະ 19 ມັງກອນແທນ ດ້ວຍເຫດນີ້ ເອທີໂອເປຍ ລັດເຊຍ ຢູເຄນ ມາເຊໂດເນຍ ແລະ ມອລໂດວາ ຈຶ່ງສະເຫຼີມສະຫຼອງວັນຄຣິສມາສທັງທີ່ເປັນວັນສົມໂພດຂອງຄຣິສສາສະນິກະຊົນ ແລະ ທີ່ເປັນວັນຢຸດລາດຊະການຕາມໃນປະຕິທິນເກລໂກລຽນຄືວັນທີ 7 ມັງກອນ

ປະເພນີການສະຫຼອງອັນເປັນທີ່ນິຍົມຄືກັນໃນຫຼາຍປະເທດມີການປະສົມປະສານແນວຄິດ ແລະ ກໍາເນີດກ່ອນສາສະໜາຄຣິສ ສະໄໝສາສະໜາຄຣິສ ແລະ ຄະລາວາດ ປະເພນີສະໄໝໃໝ່ທີ່ໄດ້ຮັບຄວາມນິຍົມໃນວັນດັ່ງກ່າວມີການໃຫ້ຂອງຂວັນ ເພງຄຣິສມາສ ແລະ ເພງເທດສະການການແລກປ່ຽນຈົດໝາຍນ້ອຍຂອງກາດຄຣິສມາສ ການຕົກແຕ່ງໂບດມື້ພິເສດ ແລະ ການຈັດການສະແດງການຕົກແຕ່ງຫຼາຍຢ່າງລວມທັງຕົ້ນຄຣິສມາສ ແສງໄຟ  ສາກການປະສູດຂອງພະເຍຊູມາໄລພວງຫຣິດ ມິສເຊິນໂທ ແລະ ຮອນລີ ນອກຈາກນັ້ນບຸກຄົນທີ່ກ່ຽວຂ້ອງກັນຢ່າງໄກ້ຊິດ ແລະ ແທນກັນໄດ້ຫຼາຍຄັ້ງ ຫຼາຍຄົນເຊັ່ນຊານຕາຄຣອສ  ຟາເທີຄຣິສມາສ ນັກບຸນນິໂຄລັສ ແລະ ຄຣິສຄິນດ໌ ກ່ຽວຂ້ອງກັບການໃຫ້ຂອງຂວັນແກ່ເດັກໃນເທດສະການຄຣິສມາສ ແລະ ຕ່າງມີປະເພນີ ແລະ ຕໍານານເປັນຂອງຕົນອງ ເພາະການໃຫ້ຂອງຂວັນ ແລະ ອີກຫຼາຍຢ່າງຂອງເທດສະການຄຣິສມາສ ທີ່ກ່ຽວຂ້ອງກັບກິດຈະກໍາທາງເສດຖະກິດທີ່ເພີ່ມສູູງຂຶ້ນທັງໃນບັນດາຄຣີສສາສະນິກະຊົນ ແລະ ຜູ້ທີ່ບໍ່ແມ່ນວັນຄຣິສມາສຈຶ່ງເປັນເຫດສໍາຄັນ ແລະ ຊ່ວງລົດລາຄາຫຼັກສໍາລັບຜູ້ຄ່າລາຍຍ່ອຍ ແລະ ທຸລະກິດຜົນກະທົບທາງເສດຖະກິດຂອງຄຣິສມາສເປັນປັດໄຈຊຶງເຕີບໂຕຂຶ້ນຢ່າງຕໍ່ເນື່ອງຕະຫຼອດຫຼາຍສັດຕະວັດທີ່ຜ່ານມາໃນຫຼາຍພູມີພາກທົ່ວໂລກ.

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...