spot_img
Homeຂ່າວທ້ອງຖິ່ນຈະຈັດງານສະເຫຼີມສະຫຼອງ ອະນຸສາວະລີພະຍາຟ້າງຸ່ມ ຄົບຮອບ 12 ປີ

ຈະຈັດງານສະເຫຼີມສະຫຼອງ ອະນຸສາວະລີພະຍາຟ້າງຸ່ມ ຄົບຮອບ 12 ປີ

Published on

20141223134002

 

ທ່ານ ໂຄຈອນ ແກ້ວ​ມະນີ​ວົງ ຮອງ​ຫົວໜ້າ​ພະ​ແນກ​ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ​ວຽງ​ຈັນ

ໄດ້ກ່າວ​ວ່າ: ງານ​ສະເຫຼີມສະຫຼອງວັນ​ປະດິດສະຖານ​ອະນຸ​ສາ​ວະລີ​ພະຍາ​ຟ້າ​ງຸ່ມ ຄົບຮອບ 12 ປີ (5/1/2003-5/1/2014)

ຈະ​ໄດ້ຈັດ​ຂຶ້ນ​ເປັນ​ເວລາ 2 ຄືນ 3 ວັນຄື: ເລີ່ມ​ແຕ່​ວັນ​ທີ 3-5 ມັງກອນ 2015 ເຊິ່ງ​ວັນ​ທີ 3 ກົງ​ກັບ​ມື້​ຂຶ້ນ 14 ຄ່ຳ ເດືອນ​ຍີ່

​ພສ 2557 ຕອນເຊົ້າ​ຈະ​ມີ​ການ​ຕົບແຕ່ງ​ປະດັບ​ປະດາ​ສະຖານທີ່ ໃນ​ນັ້ນ ຈະ​ມີ​ການຕັ້ງ​ກອງ​ອັດຖະ ເພື່ອ​ອຸທິດ​ສ່ວນ​ກຸສົນ

​ເຖິງ​ບັນ​ພະ​ບູ​ລຸດ​ຂອງ​ພວກເຮົາ ຈຳນວນ 9 ກອງ ຕອນ​ບ່າຍເວລາ 13:00 ໂມງ ແຫ່​ອຸປະ​ຄຸດ ຫຼື ຄອບ​ໄຂວ່ ຈາກ​ນັ້ນ

ເວລາ 16:00 ໂມງ ຈະ​ມີ​ພິທີ​ສູດ​ປະລິ​ຕະມົງ​ຄຸນ ພຣະ 9 ອົງ ແລະ ຕອນກາງຄືນ​ຈະ​ມີ​ການຄົບງັນ​ຕາມຮີດຄອງ​ປະເພນີ

ເຊິ່ງ​ໃນ​ປີ​ນີ້ ​ຈະມີ​ຄະນະ​ໝໍ​ລຳ​ເລື່ອງ​ຈາກ​ກອງລະຄອນ​ສູນ​ກາງ​ເຂົ້າ​ຮ່ວມ​ນຳ.

 

ວັນ​ທີ 4 ກົງ​ກັບ​ມື້​ຂຶ້ນ 15 ຄ່ຳ ເດືອນ​ຍີ່ ​ພສ 2557 ເວລາ 15:00 ໂມງ ແມ່ນ​ສູດ​ປະລິ​ຕະມົງ​ຄຸນ ພຣະ​ສົງ 09 ອົງ ຕອນ

ກາງຄືນ​ຄົບງັນ​ຕາມ​ຮີດຄອງ​ປະເພນີ ແລະ ຮັບ​ຊົມ​ໝໍ​ລຳ​ເລື່ອງ ຈາກ​ຄະນະ​ກອງ​ລະຄອນ​ສູນກາງ.

 

ວັນ​ທີ 5 ກົງ​ກັບ​ແຮມ 1 ຄ່ຳ ເດືອນ​ຍີ່ ​ພສ 2557 ຕອນ​ເຊົ້າເວລາ 7:00 ໂມງ ແມ່ນ​ພິທີ​ຕັກບາດ​ຖະຫວາຍ​ສັງຄະ​ທານ

ພຣະສົງ 57 ອົງ ແລະ ເວລາ 9:00 ໂມງ ແມ່ນ​ພິທີ​ສົ່ງ​ອຸດ​ປະ​ຄຸດ ດັ່ງນັ້ນ ຈຶ່ງ​ຂໍ​ເຊີນຊວນ​ບັນດາ​ພີ່ນ້ອງປະຊາຊົນ​ຄົນ​ລາວ​

ບັນດາເຜົ່າ ເວົ້າ​ລວມ ເວົ້າ​ສະເພາະ ກໍ່​ຄື​ຊາວນະຄອນຫຼວງ​ວຽງ​ຈັນ ຂໍ​ໃຫ້​ທ່ານສະລະ​ເວລາ​ອັນ​ມີຄ່າ ​ມາ​ຮ່ວມງານ​ໃນ​ພິທີ

​ສະເຫຼີມສະຫຼອງ ​ວັນປະດິດສະຖານ​ອະນຸສາວະລີ​ພະຍາ​ຟ້າ​ງຸ່ມ ໃນ​ຄັ້ງ​ນີ້​ດ້ວຍ.

 

ທ່ານ ໂຄຈອນ ແກ້ວ​ມະນີ​ວົງ ກ່າວ​ຕື່ມ​ວ່າ: ຖ້າ​ທ່ານ​ໃດ​ຫາກ​ມີຈິດໃຈ​ໃສ​ສັດທາ ເປັນຕົ້ນ ຢາກຖະຫວາຍ​ເຂົ້າ​ປາ​ອາຫານ

ແລະ ຖະຫວາຍ​ກອງ​ອັດຖະ ຂໍ​ໃຫ້​ຕິດຕໍ່​ພົວພັນ​ນຳ​ພະ​ແນກ​ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ​

ວຽງ​ຈັນ ໄດ້​ທີ່ເບີໂທລະສັບ 021 212619 ໃນໂມງ​ລັດ​ຖະ​ການ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...