Homeຂ່າວພາຍ​ໃນທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

Published on

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍ່ຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.

ທ່ານ ນາງ ຟາງ ຫົງ, ຕາງໜ້າລັດຖະບານ ແຫ່ງ ສປ ຈີນ ໄດ້ກ່າວສະແດງຄວາມຍິນດີ, ຊົມເຊີຍ ແລະ ນຳເອົາສານອວຍພອນ ຈາກທ່ານ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບໜ້າທີ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຈາກພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງ ຕີລາຄາສູງ ຕໍ່ຜົນງານການນຳພາຊີ້ນຳວຽກງານ ໃນໄລຍະທີ່ຜ່ານມາ ຂອງທ່ານ ສະເຫຼີມໄຊ ກົມມະສິດ ໂດຍສະເພາະ ວຽກງານດ້ານເສດຖະກິດ ແລະ ການຕ່າງປະເທດ. ອັນສຳຄັນ ແມ່ນໄດ້ນຳເອົາຄວາມຢື້ຢາມຖາມຂ່າວ, ຄຳອວຍພອນ ແລະ ຄໍາເຊື້ອເຊີນ ຈາກທ່ານ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຈະຈັດຂຶ້ນຢູ່ ສປ ຈີນ ໃນໄວໆນີ້.

 ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄຳອວຍພອນອັນຈົບງາມຈາກທ່ານ ນາຍົກລັດຖະມົນຕີ ກໍ່ຄືລັດຖະບານ ແລະ ປະຊາຊົນຈີນ, ລວມທັງ ການໃຫ້ຄວາມຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ໃນຕະຫຼອດໄລຍະທີ່ຜ່ານມາ ເຊິ່ງເປັນກຳລັງໃຈ ແລະ ປະກອບສ່ວນ ເຂົ້າໃນການປົົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ມີຜົນສຳເລັດເປັນກ້າວໆມາ, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ, ເຂັ້ມແຂງ, ໜຽວແໜ້ນ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ຊຶ່ງຕາງໜ້າລັດຖະບານລາວ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຕ່າງໆ ທີ່ສອງເລຂາທິການໃຫຍ່ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນໃນໄລຍະຜ່ານມາ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ, ທັງໄດ້ສະແດງຄວາມຊົມເຊີຍ ໃນໂອກາດສະເຫຼີມສະຫຼອງວັນຊາດຈີນ ຄົບຮອບ 77 ປີ ຕື່ມອີກ.

ຂໍ້ມູນ ແລະ ຮູບພາບຈາກ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...