ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ ໂດຍມີທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວ ໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນ ຫຼວງວຽງຈັນ (ນວ), ມີພາກສ່ວນກ່ຽວ ແລະ ສື່ມວນຊົນ ເຂົ້າຮ່ວມ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ກ່າວວ່າ: ງານບຸນນະ ມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 1-5 ພະຈິກ 2025 (ກຳນົດ 5 ວັນ) ເພື່ອເຕົ້າໂຮມຄວາມສາມັກຄີປວງຊົນລາວທັງຊາດ,ເພື່ອໃຫ້ໝົດທຸກຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວທີ່ມີມູນເຊື້ອດຸໝັ່ນ, ມີຫົວຄິດປະດິດສ້າງ ແລະ ສືບຕໍ່ອະນຸລັກ, ປົກປັກຮັກສາ ແລະ ເສີມຂະ ຫຍາຍຄຸນຄ່າຂອງມໍລະດົກວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄື ຊາວພຸດຕະຫຼອດໄປ, ເພື່ອສະເຫຼີມສະຫຼອງ, ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ນະຄອນຫຼວງວຽງຈັນ ຄົບຮອບ 465 ປີ. ພ້ອມນີ້, ເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ຕາມທິດສີຂຽວ ແລະ ຍືນຍົງ ກໍຄື ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງ ຈັນ ເປັນເຈົ້າພາບ, ຖືເອົາໂອກາດງານບຸນນະມັດສະການພຣະທາດຫຼວງ ເປັນການເຕົ້າໂຮມຄວາມສາມັກຄີຮັກແພງອັນເປັນມູນເຊື້ອ,ຄວາມກະຕັນຍຸ-ຮູ້ບຸນຄຸນຕໍ່ບັນພະບູລຸດ, ຕໍ່ຜູ້ນໍາພາປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມທັງສ້າງສີສັນບັນຍາກາດໃຫ້ຟົດຟື້ນ, ຮັກສາໄດ້ມູນເຊື້ອວັດທະນະທຳອັນດີງາມ ແລະ ເພື່ອຜັນຂະຫຍາຍແນວທາງເສດຖະກິດເອກະລາດເປັນເຈົ້າຕົນເອງດ້ວຍການຊຸກ ຍູ້ສົ່ງເສີມການທ່ອງທ່ຽວ, ສົ່ງເສີມການຜະລິດສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ສິນຄ້າຄອບຄົວຕົວແບບ.
- ວັນທີ 1 ພະ ຈິກ 2025 ເວລາ 16:30 ໂມງ ພິທີເປີດງານບຸນນະມັດ ສະການພຣະທາດຫຼວງ ປີ 2025
- ວັນທີ 2 ພະຈິກ 2025 ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີອັນດີງາມ
- ວັນທີ 3 ພະຈິກ 2025 ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນດ້ານໃນກົມມະລຽນພຣະທາດຫຼວງ
- ວັນທີ 4 ພະຈິກ 2025 ເວລາ 13:00 ໂມງ ພິທີແຫ່ຜະສາດເຜິ້ງ (ຈະໄດ້ຈັດຕັ້ງແຫ່ເປັນ 2 ຮອບພ້ອມໆກັນຄື ດ້ານໃນກົມມະລຽນ ແລະ ດ້ານນອກກົມມະລຽນ)
- ວັນທີ 5 ພະຈິກ 2025 ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງກະທານ ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາປະເພນີ ຕີຄີ, ເວລາ 19:00 ໂມງ ພິທີວຽນທຽນ ແລະ ຈຸດທູບທຽນ, ບັ້ງໄຟປະເພນີສັກກະລະບູຊາພຣະທາດຫຼວງ (ຈູດແຕ່ບັ້ງໄຟປະເພນີເທົ່ານັ້ນ).
ງານບຸນຄັ້ງນີ້ຈະຈັດທີ່ເດີ່ນພະທາດຫຼວງ (ສະໜາມຫຼວງ) ແລະ ວາງສະແດງຂາຍສິນຄ້າທີ່ສູນການຄ້າລາວ-ໄອເຕັກ ພາຍໃນງານຈະມີການວາງສະແດງການທ່ອງທ່ຽວ ນະວັດຕະກຳໃໝ່ ທາງລົດ ໄຟຄວາມໄວສູງ ເຂດໂລຈິດສະຕິກ ທາງດ່ວນ ຮ້ານວາງສະແດງສິນຄ້າ ຈາກ ສສ ຫວຽດນາມ ສິນຄ້າໂອດ໋ອບ ສິນຄ້າຄອບຄົວຕົວແບບ ສິນຄ້າຜະລິດຕະພັນພາຍໃນ ແລະ ວາງສະແດງສິນຄ້າປະເທດທ່ອງທ່ຽວ ຄາດວ່າຈະມີຜູ້ປະກອບການເຂົ້າຮ່ວມ 1.100 ຫ້ອງ ໃນນັ້ນມີບໍລິສັດຂາເຂົ້າ-ຂາອອກ ເສື້ອຜ້າ ສິນຄ້າທົ່ວໄປ ແລະ ເຄື່ອງຫຼິ້ນຈໍານວນ 570 ຫ້ອງ ປະເພດອາຫານ ແລະ ເຄື່ອງດື່ມ ເຂົ້າຫຼາມ ປີ້ງໄກ່ ຢູ່ເຂດຮອບນອກ 500 ຫ້ອງ ແລະ ຢູ່ສູນວາງສະແດງສິນຄ້າລາວ-ໄອເຕັກມີ 200 ຫ້ອງລວມທັງໝົດມີປະມານ 2.370 ຫ້ອງ.
