spot_img
Homeຂ່າວພາຍ​ໃນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ

Published on

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 25 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນຄະນະປະທານ ຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ມີບັນດາສະຫາຍຕາງໜ້າຈາກຂັ້ນສູນກາງ, ບັນດາສະຫາຍແຂກ, ຜູ້ແທນກອງປະຊຸມໃຫຍ່, ນັກປະຕິວັດອາວຸໂສບໍານານ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ, ນັກຮຽນຮູ້ບັນຍາຊົນ ພ້ອມດ້ວຍສື່ມວນຊົນຈາກຂັ້ນສູນກາງ ແລະ ຂັ້ນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ຕະຫຼອດໄລຍະເວລາດໍາເນີນກອງປະຊຸມໃຫຍ່, ນອກຈາກ ຈະໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແລ້ວ ຍັງຈະໄດ້ພ້ອມກັນຄົ້ນຄວ້າລົງເລິກ, ຕີລາຄາບັນດາຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມກັນຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຕົວແທນຈາກບັນດາພະແນກການ, ອົງການທຽບເທົ່າພະແນກຂອງແຂວງ ແລະ ຄອບຄົວຕົວແບບຈໍານວນໜຶ່ງ.

ບັນຫາສໍາຄັນໃນກອງປະຊຸມຄັ້ງນີ້, ບັນດາສະຫາຍຜູ້ແທນ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນຊຸດໃໝ່ ເພື່ອເປັນຜູ້ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບຜົນສຳເລັດ ແລະ ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້າ; ກອງປະຊຸມໃຫຍ່ຄັ້ງນີ້ ເປັນກຽດຢ່າງສູງ ທີ່ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຕື່ມອີກ.

ໃນໂອກາດນີ້, ສະຫາຍ ອານຸພາບ ຕຸນາລົມ ໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ເສີມຂະຫຍາຍສິດປະຊາທິປະໄຕ ຢ່າງແຂງແຮງ ແລະ ສຸມສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາຕ່າງໆ ຢ່າງເລິກເຊິ່ງເຖິງຖອງ, ຖືກຕ້ອງຕາມແນວທາງຂອງພັກ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ, ສະພາບ ແລະ ຈຸດພິເສດຕົວຈິງຂອງ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້ ຢ່າງສະຫງ່າງາມ.

ແຫຼ່ງຂ່າວ: ຄະນະໂຄສະນາອົບຮົມ

ບົດຄວາມຫຼ້າສຸດ

ເສື້ອຊ້ອນສະແກນນິ້ວ ອອກແບບມາເພື່ອໃຫ້ໃຊ້ນິ້ວຄົນຮັກໃນການປົດລ໊ອກ ນະວັດຕະກຳໃໝ່ຈາກຍີ່ປຸ່ນຖ້າເປັນເຈົ້າຈະຊື້ ຫຼື ບໍ່?

ໃນປັດຈຸບັນທີ່ເຕັກໂນໂລຊີໄດ້ພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ມີນະວັດຕະກຳເຄື່ອງໃຊ້ໃໝ່ໆທີ່ຖືກຄິດຄົ້ນຂຶ້ນມາຢ່າງຫຼາກຫຼາຍ ແລະ ໜຶ່ງໃນນັ້ນມີສິ່ງທີ່ເຮັດໃຫ້ຫຼາຍໆຄົນປະຫຼາດໃຈ ແລະໃຫ້ຄວາມສົນໃຈຢ່າງຍິ່ງ ກໍຄື ເສື້ອຊ້ອນສະແກນດ້ວຍນິ້ວມື ເຊິ່ງຖືກຄິດຄົ້ນໂດຍນັກສຶກສາຍິງ ຈາກປະເທດຍີ່ປຸ່ນ. ສຳລັບແນວຄິດການປົດລ໊ອກໂດຍການສະແກນນິ້ວ ແລະ ຈຸດປະສົງໃນການສະແກນນິ້ວ ຕ້ອງເປັນລາຍນິ້ວມືຂອງຄົນຮັກເທົ່ານັ້ນ. ເຊິ່ງນໍາເອົາເຕັກໂນໂລຊີ Biometric...

ຮອງກົງ ແລະ ໄຕ້ຫວັນ ຮັບຜົນກະທົບຮຸນແຮງຈາກພາຍຸໄຕຝຸ່ນຣາກາຊາ ບ້ານເຮືອນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ

ໃນວັນທີ 24/09/2025 ທີ່ຜ່ານມາ, ທາງເຈົ້າໜ້າທີ່ໄຕ້ຫວັນຍັງຄົງດຳເນີນການຄົ້ນຫາຄົນສູນຫາຍ ເນື່ອງຈາກອິດທິພົນຂອງພາຍຸ ຣາກາຊາ ເຮັດໃຫ້ເຂື່ອນທີ່ມີອາຍຸຫຼາຍປີແຕກ ສົ່ງຜົນໃຫ້ນໍ້າໄຫຼຖ້ວມກະທັນຫັນຢູ່ຫຼາຍພື້ນທີ່ໃນໄຕ້ຫວັນ ບ້ານເມືອງເຕັມໄປດ້ວຍຂີ້ຕົມ, ຕົ້ນໄມ້ຫັກຫຼາຍຕົ້ນ, ຮ້ານຄ້າຖືກທຳລາຍ, ໄຟຟ້າບໍ່ສາມາດໃຊ້ງານໄດ້, ຂ່າວເສົ້າກໍຄືມີຜູ້ເສຍຊີວິດ 14...

ແຈ້ງໃຫ້ປະຊາຊົນລາວຮັບຮູ້ ກ່ອນເດີນທາງໄປຕ່າງປະເທດຜ່ານໄສະໜາມບິນໄທ ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ

ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ ສຳລັບຜູ້ທີ່ມີການປ່ຽນແປງຂໍ້ມູນໃນໜັງສືຜ່ານແດນ ຈະຖືກເຊີນເຂົ້າໃຫ້ຄໍາຊີ້ແຈງ ແລະ ບໍ່ອະນຸຍາດໃຫ້ເຂົ້າ-ອອກປະເທດໄທ. ຫ້ອງວ່າການນະຄອນໄກສອນພົມວິຫານ ຂໍຖືເປັນກຽດແຈ້ງມາຍັງ 67 ບ້ານ ພາຍໃນ ນະຄອນຊາບວ່າ: ປະຈຸບັນເຈົ້າໜ້າທີ່ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ ຂອງໜ່ວຍງານຕໍາ...

ເດັກຊາຍຄົນທຳອິດ ທີ່ສາມາດຫາຍຂາດຈາກໂຣກມະເຮັງສະໝອງໄລຍະສຸດທ້າຍ ໂດຍໃຊ້ໄລຍະເວລາປິ່ນປົວກວ່າ 8 ປີ

ລາຍງານຈາກສຳນັກຂ່າວປະເທດຝຣັ່ງ ໃຫ້ຮູ້ວ່າ ມີເດັກຊາຍຊື່ວ່າ ລູຄັສ ເຈເມວຈິໂນວາ ໄດ້ເຂົ້າໄປກວດຮ່າງກາຍທີ່ໂຮງໝໍແຫ່ງໜຶ່ງໃນປະເທດຝຣັ່ງ ຜົນປະກົດວ່າ ເປັນໂຣກກິໂອມາ (ມະເຮັງໃນສະໝອງ) ເຊິ່ງເລີ່ມກວດພົບໂຣກນີ້ຕັ້ງແຕ່ມີອາຍຸ 6 ປີ, ເຊິ່ງທ່ານໝໍໄດ້ວິເຄາະວ່າ 90%...