2 ຝ່າຍກຽມຢຸດຍິງພ້ອມກັນ ໂດນັລ ທຣຳ ປະກາດ ເຖິງຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ ກັບ ອີຣານ
ທົ່ວໂລກຍັງຈັບຕາຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ (Israel) ກັບ ອີຣານ (Iran) ຫຼັງຈາກທາງສະຫະລັດ ອາເມລິກາຖິ້ມລະເບີດໃສ່ສູນພັດທະນານິວເຄຍຂອງອີຣານ 3 ແຫ່ງ, ໂດຍຫວັງກົດດັນໃຫ້ລັດຖະບານອີຣານກັບຄືສູ່ການເຈລະຈາ ແລະອ້າງວ່າ ບໍ່ໄດ້ເຮັດສົງຄາມກັບອີຣານ ແຕ່ເນັ້ນຢຸດຢັ້ງໂຄງການພັດທະນານິວເຄຍ ພ້ອມເຕືອນປະຊາຊົນອາເມລິກາ ທີ່ອາໃສຢູ່ຕ່າງແດນໃຫ້ເພີ່ມຄວາມລະມັດລະວັງ. ນອກຈາກນີ້, 3 ຊາດໃນເອີຮົບຄື: ອັງກິດ, ຝຮັ່ງ, ເຢຍລະມັນ ອອກຖະແຫຼງການຮ່ວມຫວັງຫຼຸດຜ່ອນສະຖານະການຄວາມຂັດແຍ່ງ ຂະນະທີ່ສະພາອີຣານລົງຄວາມເຫັນໃຫ້ປິດຊ່ອງແຄບ ຮໍມຸສ ເພື່ອສະກັດການຂີ່ເຮືອເຂົ້າ-ອອກ ອ່າວເປີເຊຍ ເຊິ່ງຈະສ້າງຜົນກະທົບຕໍ່ເສັ້ນທາງການຄ້າໂລກ ໂດຍສະເພາະການຂົນສົ່ງນ້ຳມັນ ແຕ່ຍັງຕ້ອງໄດ້ຖ້າຄວາມເຫັນດີຈາກສະພາຄວາມໝັ້ນຄົງແຫ່ງຊາດຂອງອີຣານ.
ສະຖານະການຄວາມຂັດແຍ່ງທີ່ຍົກລະດັບຄວາມຮຸນແຮງຂຶ້ນ ລະຫວ່າງ ອິດສະຣາແອນ ກັບ ອີຣານ ເນື່ອງຈາກກອງທັບສະຫະລັດໄດ້ເຂົ້າຮ່ວມປະຕິບັດທາງການທະຫານ ໂດຍສົ່ງຝູງບິນ B-2 ເຮືອບິນຖິ້ມລະເບີດ ທາງຍຸດທະສາດແບບອຳພາງເລດ້າ ໂຈມຕີສູນພັດທະນານິວເຄຍຂອງອີຣານ ທັງໝົດ 3 ແຫ່ງ, ໂດຍ ທຣຳ ຍັງຄົງປະຕິເສດທີ່ຈະຕອບຄຳຖາມວ່າ: ກອງທັບສະຫະລັດ ຈະປະຕິບັດການໂຈມຕີອີຣານເພີ່ມເຕີມ ຫຼື ບໍ່.
ຢ່າງໃດກໍຕາມ, ທາງດ້ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດອາເມລິການ ປະກາດໃນວັນທີ 23 ມິຖຸນາ 2025 ຜ່ານມາວ່າ: ອິດສະຣາແອນ ກັບ ອີຣານ ກຽມມີການຢຸດຍິງໂດຍສົມບູນ ຫຼັງຈາກມີການເຫັນດີຮ່ວມກັນລະຫວ່າງ 2 ຊາດ ເຊິ່ງຫວັງວ່າການຢຸດຍິງຄັ້ງນີ້ຈະເປັນການຢຸດຍິງຖາວອນ.
ໂດນັລ ທຣຳ ໄດ້ປະກາດຜ່ານທາງສື່ສັງຄົມອອນລາຍວ່າ: ມີການເຮັດຂໍ້ຕົກລົງກັນລະຫວ່າງ ອິດສະຣາແອນ ກັບ ອີຣານ ວ່າຈະມີການຢຸດຍິງໂດຍສົມບູນ (ປະມານ 6 ຊົ່ວໂມງຫຼັງຈາກນີ້ ໃນຂະນະທີ່ 2 ຊາດກຳລັງສິ້ນສຸດພາລະກິດສຸດທ້າຍທີ່ກຳລັງດຳເນີນການຢູ່ ເປັນເວລາ 12 ຊົ່ວໂມງ ເຊິ່ງຈຸດນັ້ນຄວາມຂັດແຍ່ງຈະຖືວ່າສິ້ນສຸດລົງ)
ສ່ວນທາງດ້ານອີຣານ ແລະ ອິດສະຣາແອນ ຍັງບໍ່ໄດ້ມີການອອກມາສະແດງຄວາມຄິດເຫັນ ກັບປະກາດຂອງປະທານາທິບໍດີ ສະຫະລັດ ເຊິ່ງລະບຸວ່າ: ການຢຸດຍິງຈະເກີດຂຶ້ນໃນ 24 ຊົ່ວໂມງຂ້າງໜ້າ.
ແຫຼ່ງຂ່າວ: ໄທລັດ