spot_img
Homeຂ່າວຕ່າງປະເທດຈີນປະກາດ ເປີດບໍລິການວີຊາພິເສດ "ASEAN visa"

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

Published on

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  “ASEAN Visa” ຫຼື ວີຊ່າທຸລະກິດພິເສດສຳລັບບັນດາປະເທດສະມາຊິກອາຊຽນທັງ 10 ປະເທດ ລວມ ຕິມໍແລັດສະເຕ ເຊິ່ງເປັນສະມາຊິກສັງເກດການ ASEAN ໂດຍວີຊາດັ່ງກ່າວອະນຸຍາດໃຫ້ຜູ້ຖື ສາມາດເດີນທາງ ແລະ ອາໄສຢູ່ໃນຈີນໄດ້ຄັ້ງລະ 180 ວັນ ເພື່ອອຳນວຍຄວາມສະດວກ ສຳລັບຜູ້ທີ່ມີການເດີນທາງເຂົ້າອອກຕະຫຼອດ ໂດຍບໍ່ຕ້ອງຂໍວີຊ່າໃໝ່.

ກະຊວງການຕ່າງປະເທດຂອງຈີນຖະແຫຼງເມື່ອວັນອັງຄານຜ່ານມານີ້ວ່າ: ມາດຕະການໃໝ່ນີ້ຈະກວມເອົາຜູ້ເດີນທາງຈາກປະເທດໃນກຸ່ມອາຊຽນໄດ້ແກ່: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກາໂປ, ໄທ, ບູໄນ, ຫວຽດນາມ, ລາວ, ມຽນມາ, ກຳປູເຈຍ ແລະ ຕີມໍແລັດສະເຕ.

ການເປີດບໍລິການວີຊາພິເສດນີ້ ຈະຊ່ວຍເສີມສ້າງຄວາມສຳພັນທາງເສດຖະກິດ ແລະ ສົ່ງເສີມການເດີນທາງລະຫວ່າງຈີນກັບປະເທດໃນພູມິພາກ ASEAN ລວມເຖິງກຸ່ມພັນທະມິດອື່ນໆ ໂດຍໃນໄຕມາດທຳອິດຂອງປີ 2025 ຈີນສາມາດດຶງດູດນັກທ່ອງທ່ຽວ ແລະ ຜູ້ເດີນທາງຕ່າງປະເທດໄດ້ເພີ່ມຂຶ້ນເຖິງ 40% ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...